ນິດນິລັນ ແຊງ ສົມພອນ ຂຶ້ນນໍາດາວຍິງສູງສຸດ ໃນຟຸດຊໍ ຣີໄວ ຄັບ ຫຼັງຄອງມາ 4 ອາທິດ

161

ກ່ອນໜ້ານີ້ ສົມພອນ ສໍາເພົານົນ 4 ນັດໃຫ້ກັບ ຮ້ານເບ ປີ້ງແບ້ ສະຫວັນ ມາລວຍ ຍິງ 12 ປະຕູຄອງດາວຍິງສູງສຸດ 4 ອາທິດລຽນຕິດ ໃນການແຂ່ງຂັນກີລາຟຸດຊໍລາຍການ ຣິີໄວ ຄັບ 2021 ຊີງຂັນປະທານສະຫະພັນບານເຕະແຫ່ງຊາດລາວ ( REVIVE FUTSAL President LFF Cup 2021 )

ນັດຫຼ້າສຸດອາທິດທີ 5 ສົມພອນ ຍິງໄດ້ພຽງ 2 ປະຕູ ໃນນັດທີ່ຊ່ວຍທີມເອົາຊະນະ ຈັນສີ ຂົນສົ່ງ 13-4 ເມື່ອທ້າຍອາທິດ ທີ່ຜ່ານມາ ຖືກ ນິດນິລັນ ຈັນຈະເລີນ ເພື່ອນຮ່ວມທີມທີ່ນັດຫຼ້າສຸດຍິງ 5 ປະຕູເຮັດໃຫ້ຍອດປະຕູລວມເປັນ 16 ປະຕູແຊງຂຶ້ນນໍາດາວຍິງສູງສຸດໃນປັດຈຸບັນເປັນທີ່ຮຽບຮ້ອຍ, ສ່ວນອັນດັບ 3 ເປັນຂອງ ນິລັນ ຫຼວງລາດ ນັກເຕະຂອງ ໄອ-ສະປອດ ຍິງໄປແລ້ວ 12 ປະຕູ.

ຢ່າງໃດກໍຕາມ, ເສັ້ນທາງການລຸ້ນແຊັມ ແລະ ລຸ້ນຕໍາແໜ່ງດາວຍິງສູງສຸດຍັງດໍາເນີນຕໍ່ໄປ ໂດຍທ້າຍອາທິດນີ້ມາລຸ້ນກັນຕໍ່ໃນຮອບ 4 ທີມສຸດທ້າຍ ແຂ່ງຂັນວັນທີ 20 ມີນາ 2021 ດັ່ງນິ້ີ້:
-ເວລາ 15:30 ໂມງ ນະຄອນຫຼວງ ຟຸດຊໍ ແຊັມກຸ່ມ A ພົບກັບ ຮ້ານເບ ປີ້ງແບ້ ສະຫວັນ ມາລວຍ ອັນດັບ 2 ກຸ່ມ B
-ເວລາ 17: 30 ໂມງ ໄອ-ສະປອດ ແຊັມກຸ່ມ B ພົບ ທະເວັ້ນຕີ້ ຊິກ ອັນດັບ 2 ກຸ່ມ A

ຂ່າວ: ຄໍາສອນ; ຮູບ: ສອນໄຊ