ສາທາລະນະສຸກແຂວງອັດຕະປື ກໍານົດ 9 ວຽກບຸລິມະສິດສໍາ ຄັນໃນປີ 2021

278

ອີງຕາມແ ທ່ານ ດຣ ພູສະຫວັນ ບຸບຜາພັນ ຮອງຫົວໜ້າພະແນກສາທາລະນະສຸກແຂວງອັດຕະປື ຕໍ່ ຜນພັດທະນາສາທາລະນະສຸກ ປີ 2021 ທີ່ສະເໜີໂດຍທ່ານ ດຣ ພູສະຫວັນ ບຸບຜາພັນ ຮອງຫົວໜ້າພະແນກສາທາລະນະສຸກແຂວງອັດຕະປື ຕໍ່ກອງປະຊຸມສະຫຼຸບວຽກງານສາທາລະນະສຸກ ທີ່ຫາກໍ່ສໍາເລັດລົງເມື່ອບໍ່ດົນຜ່ານມານີ້ ໄດ້ຊີ້ໃຫ້ເຫັນວ່າ: ເພື່ອບັນລຸບັນດາຄາດໝາຍ 11 ຕົວຊີ້ບອກດ້ານວຽກງານສາທາລະນະສຸກ ພາຍໃນປີ 2021 ແຂວງອັດຕະປື ໄດ້ກໍານົດ 9 ວຽກງານບຸລິມະສິດສໍາຄັນ ຄື: ພັດທະນາພະນັກງານດ້ານປະລິມານ ແລະ ຄຸນນະພາບ,ແຈກຢາຍ ແລະ ຄຸ້ມຄອງ ຢ່າງມີຫຼັກການໃຫ້ສອດຄ່ອງກັບຄວາມຈໍາເປັນ ແລະ ຄວາມຮຽກຮ້ອງຕ້ອງການຂອງວຽກງານ,ສ້າງຄວາມສາມາດສຸມໃສ່ແກ້ໄຂສາຍເຫດ ເພື່ອຫຼຸດຜ່ອນການຕາຍຂອງແມ່ ແລະ ເດັກ, ໂດຍສະເພາະປ້ອງກັນການຂາດສານອາຫານ, ຍົກລະດັບຄຸນນະພາບບໍລິການສຸກຂະພາບຂອງແມ່ ແລະ ຂອງເດັກ ແລະ ເດັກເກີດໃໝ່.

ສ້າງຄວາມສາມາດ ແລະ ເງື່ອນໄຂທີ່ຄົບຖ້ວນທາງດ້ານບຸກຄະລາກອນ,ອຸປະກອນທີ່ຈໍາເປັນ,ງົບປະມານ ແລະ ອື່ນໆ ເພື່ອເຮັກໃຫ້ການເຝົ່າລະວັງ, ການຕອບໂຕ້ ການຄບວຄຸມພະຍາດລະບາດໄດ້ຢ່າງທັນການ, ປັບປຸງຄຸນະພາບຂອງຕາງໜ່າງບໍລິການ ໂດຍສະເພາະພື້ນຖານໂຄງລ່າງ, ເຄື່ອງມືຊ່ວຍບົ່ງມະຕິ ແລະ ການປິ່ນປົວທີ່ຖືກຕ້ອງ ສ້າງໄດ້ຄວາມເຊື່ອນໝັນ ແລະ ເພິ່ງພໍໃຈຫຼາຍຂື້ນ,ປັບປຸງຄຸນນະພາບຂອງການກວດກາອາຫານ ແລະ ຢາ ລວມທັງການສົ່ງເສີມນໍາໃຊ້ຢາພື້ນເມືອງ, ນໍາໃຊ້ລະບົບຂໍ້ມູນຂ່າວສານສາທາລະນະສຸກໃຫ້ມີຄຸນນະພາບ ສາມາດຕອບສະໜອງຂໍ້ມູນໃຫ້ຄົບຖ້ວນ ຖືກຕ້ອງ ແລະ ທັນເວລາ,ຄຸ້ມຄອງການນໍາໃຊ້ງົບປະມານຈາກທຸກແຫຼ່ງໃຫ້ເກີດຜົນປະໂຫຍດສູງສຸດຕໍ່ເປົ້າໝາຍການພັດທະນາ,ຮັບປະກັນຄວາມໂປ່ງໃສ ແລະ ຖືກຕ້ອງສອດຄ່ອງຕາມລະບຽບຫຼັກການ,ສຸມໃສ່ການບັນລຸຄາດໝາຍສະພາວະທາງດ້ານສຸກຂະພາບນໍາເອົາປະເທດຊາດຫຼຸດພົ້ນອອກຈາກຄວາມດ້ອຍພັດທະນາ ເຊິ່ງຈະຕ້ອງບັນລຸແຕ່ລະຄາດໝາຍ ໂດຍສະເພາະບັນດາຄາດໝາຍທີ່ຍັງບໍ່ທັນບັນລຸ,ສຸທໃສ່ການຈັດຕັ້ງປະຕິບັດວຽກງານວິຊາການຕາມ 8 ແຜນງານໃຫຍ່, 49 ແຜນງານຍ່ອຍ,133 ໂຄງການ, 1.598 ກິດຈະກໍາ.

ເພື່ອບັນລຸ 9 ວຽກບຸລິມະສິດດັ່ງກ່າວ,ທາງສາທາລະນະສຸກແຂວງອັດຕະປື ໄດ້ວາງ 5 ມາດຕະການຈັດຕັ້ງປະຕິບັດ ຄື: ຄະນະນໍາແຕ່ລະຂັ້ນ ຕ້ອງເພີ່ມທະວີຄວາມຮັບຜິດຊອບ ແລະ ເປັນເຈົ້າການຊີ້ນໍາການຈັດຕັ້ງປະຕິບັດ ໃຫ້ແທດເຖິງ ແລະ ມີປະສິດທິພາບ,ປະຕິບັດບັນດານະໂຍບາຍ ແລະ ມະຕິຄໍາສັ່ງຂອງຂັ້ນເທິງ ເພື່ອເປັນເຄື່ອງມືຄຸ້ມຄອງ ແລະ ບ່ອນອີງການຈັດຕັ້ງປະຕິບັດ,ປະຕິບັດລະບຽບທຸກວຽກງານຢ່າງມີຫຼັກການ,ໂດຍສະເພາະການປະຕິບັດແຜນການນໍາໃຊ້ງົບປະມານການຈັກຊື້-ຈັດຈ້າງ ໃຫ້ເຂັ້ມງວດ ຮັບປະກັນຄວາມໂປ່ງໃສສາມາດກວດກາໄດ້,ເອົາໃຈໃສ່ສ້າງແຜນ ແລະ ບົດສະເໜີໂຄງການ ຕາມກອບວຽກບຸລິມະສິດ ແລະ ງົບປະມານ ທີ່ໄດ້ຮັບອະນຸມັດ ພ້ອມທັງຕິດຕາມການຈັດຕັ້ງປະຕິບັດ ແລະ ສະຫຼຸບຜົນງານ,ສືບຕໍ່ປະຕິບັດນະໂຍບາຍດ້ານປະກັນສຸກຂະພາບ ໄດ້ຮັບການບໍລິການສຸກຂະພາບ ທົ່ວເຖິງ ແລະ ມີຄຸນນະພາບ. ຂ່າວ: ວັດທະນາ