ນະຄອນຫຼວງ ຟຸດຊໍ ເຮັດໄດ້ຊະນະ ທະເວັ້ນຕີ ຊິກ ເຂົ້າຮອບໃນຖານະແຊັມກຸ່ມໃນຟຸດຊໍ ຣີໄວ ຄັບ

295

ການແຂ່ງຂັນຟຸດຊໍ ຣີໄວ ຄັບ 2021 ( REVIVE FUTSAL President LFF Cup ) ອາທິດທີ່ຜ່ານມາ ເປັນການແຂ່ງຂັນນັດສຸດທ້າຍຂອງຮອບແບ່ງກຸ່ມ ໂດຍຄູ່ສໍາຄັນມີດັ່ງນີ້:

+ວັນເສົາທີ 13 ມີນາ 2021: ຄິງດອມ ຢູໄນເຕັດ ລົງສະໜາມຄູ່ທໍາອິດບຽດເອົາຊະນະ ເອັສວີເອັສ 5-4 ເກັບເພີ່ມເປັນ 10 ຄະແນນມີໂອກາດເຂົ້າຮອບ, ແຕ່ຄວາມຝັນກັບຈົບລົງເມື່ອຄູ່ສຸດທ້າຍ ນະຄອນຫຼວງ ຟຸດຊໍ ສາມາດເອົາຊະນະ ທະເວັ້ນຕີ ຊິກ 4-2 ເກັບເພີ່ມເປັນ 10 ຄະແນນເທົ່າກັນ 3 ທີມແຕ່, ນະຄອນຫຼວງ ກັບ ທະເວັ້ນຕີ ຊິກ ມີຜົນປະຕູໄດ້ເສຍດີກວ່າເຂົ້າຮອບ 4 ທີມໄປໃນຖານະແຊັມກຸ່ມ ແລະ ຮອງແຊັມກຸ່ມ A ຕາມລໍາດັບ, ສ່ວນສະຖານະການທີມອື່ນໆດັ່ງຮູບລຸ່ມນີ້:

ສໍາລັບ ຮອບ 4 ທີມສຸດທ້າຍ ຈະແຂ່ງຂັນໃນວັນເສົາທິ 19 ມີນາ 2021 ດັ່ງນີ້:
-ເວລາ 15:30 ໂມງ ນະຄອນຫຼວງ ຟຸດຊໍ ແຊັມກຸ່ມ A ພົບກັບ ຮ້ານເບ ປີ້ງແບ້ ສະຫວັນ ມາລວຍ ອັນດັບ 2 ກຸ່ມ B
-ເວລາ 17: 30 ໂມງ ໄອ-ສະປອດ ແຊັມກຸ່ມ B ພົບ ທະເວັ້ນຕີ້ ຊິກ ອັນດັບ 2 ກຸ່ມ A

ຂ່າວ: ຄໍາສອນ; ຮູບ: ສອນໄຊ