ສັງຄົມແຫ່ ຊົມເຊີຍຍ້ອງຍໍ 8 ນ້ອງນັກຮຽນຍິງ ທີ່ເສັງໄດ້ທຶນແລກປ່ຽນຕ່າງປະເທດ

265

ເຫັນແລ້ວປື້ມໃຈແທນຜູ້ເປັນພໍ່ເປັນແມ່ ທີ່ມີລູກໃຝ່ດີແບບນີ້ ກ່ອນອື່ນກໍ່ຂໍຊົມເຊີຍ 8 ນ້ອງນັກຮຽນຍິງ ໄດ້ຮັບທຶນໄປສຶກສາ- ແລກປ່ຽນວັດທະນະທຳ ທີ່ຕ່າງປະເທດ ໃນສົກຮຽນ 2020-2021 ໄດ້ມີນັກຮຽນຈຳນວນ 8 ນ້ອງ ທີ່ໄດ້ຮັບທຶນ ໄປສຶກສາ ແລະ ເເລກປ່ຽນວັດທະນະທຳ ຢູ່ຕ່າງປະເທດ ໂດຍມີລາຍລະອຽດດັ່ງລຸ່ມນີ້:

ນັກຮຽນຈຳນວນ 5 ນ້ອງ ໄດ້ຮັບທຶນ Asia Kakehashi Project (AFS) ໄດ້ໄປສຶກສາເເລກປ່ຽນວັດທະນະທຳຢູ່ທີ່ປະເທດຍີ່ປຸ່ນ ເປັນໄລຍະເວລາ 8 ເດືອນ ເຊິ່ງມີລາຍຊື່ດັ່ງນີ້: 1:ນາງ ມີຖຸນາ ສົມສະໝອນ ຫ້ອງ 6/1; 2: ນາງ ອັກສອນສະຫວັນ ຈັນທະວິໄຊ ມ6/2; 3: ນາງ ທິດາພອນ ຍົງວົງສິດທິ L1/1; 4: ນາງ ລັດດາວັນ ເເກ້ວດາລາ ຫ້ອງ 7/4; 5: ນາງ ຈິນຕະນາພອນ ຈັນທະວົງ ຫ້ອງ 7/5.


ສ່ວນນັກຮຽນຈຳນວນ 3 ນ້ອງໄດ້ຮັບທຶນຮຽນຢູ່ປະເທດຝຣັ່ງມີຄື: 1: ນາງ ຟ້າໃສ ຫຼວງພິບູນ ຫ້ອງ L3/1 ທຶນ Bourse d’avenir ໄລຍະ 3 ປີ; 2: ນາງ ປານີພອນ ວົງມາລາ ຫ້ອງ L3/1 ທຶນ Bourse d’excellence 2021 ໄລຍະ 3 ປີ; 3: ນາງ ພອນມະນີ ສູນດາລາ ຫ້ອງ L3/2 ທຶນ Bourse d’Excellence 2021 ໄລຍະ 3 ປີ.