ບໍລິຫານທຸລະກິດທ່າມກາງໂຄວິດ – 19 ຫາໂອກາດໃນວິກິດພັດທະນາຫຼັງບ້ານ

778

ໃນສະພາບທີ່ມີການລະບາດຂອງພະຍາດໂຄວິດ – 19 ທົ່ວໂລກລ້ວນໄດ້ຮັບຜົນກະທົບ ລວມທັງປະເທດລາວເຮົາເອງ, ບັນດາທຸລະກິດ, ລັດວິສາຫະກິດຕ່າງໆ ກໍໄດ້ຮັບຜົນກະທົບໄປຕາມໆກັນ ແຕ່ວິກິດນີ້ກໍເປັນບົດພິສູດໜຶ່ງທີ່ວັດໃຈວ່າໃຜຈະປັບຕົວ, ໃຜຈະຖອນຕົວ ຫຼື ໃຜຈະຢູ່ລອດຜ່ານວິກິດນີ້ໄປໄດ້.

ຄໍລໍາ Business Talk ໃນມື້ນີ້ ຜູ້ຂຽນຂໍນໍາເອົາວິທີການບໍລິຫານທຸລະກິດທ່າມກາງໂຄວິດ – 19 ຈາກ ທ່ານ ສະເຫຼີມໄຊ ທ່ຽງທໍາ ຜູ້ບໍລິຫານມິດຊູບີຊິ ມໍເຕີ ລາວ ຜູ້ເຫັນໂອກາດໃນວິກິດ ປິດໜ້າບ້ານ ເພື່ອພັດທະນາຫຼັງບ້ານ ມາແບ່ງປັນກັບທຸກທ່ານ.

อาจเป็นรูปภาพของ 2 คน

Business Talk ep 8 ໄດ້ໂອ້ລົມກັບ ທ່ານ ສະເຫຼີມໄຊ ທ່ຽງທໍາ ຜູ້ບໍລິຫານ ມິດຊູບີຊິ ມໍເຕີ ລາວ ເຊິ່ງທ່ານໄດ້ເຜີຍໃຫ້ຮູ້ເຖິງການດໍາເນີນທຸລະກິດທ່າມກາງວິກິດໂຄວິດ – 19 ວ່າ: ສະພາບການລະບາດຂອງພະຍາດໂຄວິດ – 19 ໃນປີຜ່ານມາ ແມ່ນມີຜົນກະທົບໂດຍກົງເຖິງທຸລະກິດລົດຍົນຢ່າງເຫັນໄດ້ຊັດເຈນ ແລະ ມີທ່າອ່ຽງໃນລັກສະນະ ຍືດເຍື້ອພໍສົມຄວນ ເຊິ່ງພຶດຕິກໍາລູກຄ້າກໍປ່ຽນໄປ, ມີ ຄວາມລະມັດລະວັງໃນການໃຊ້ຈ່າຍເງິນ ໂດຍສະເພາະໄລຍະເດືອນເມສາ 2020 ທີ່ຍອດຂາຍເປັນ 0. ນອກຈາກນີ້, ວິທີການຂາຍກໍມີການປ່ຽນໄປ ໂດຍສະເພາະແມ່ນລູກຄ້າຈະມີການສຶກສາຂໍ້ມູນທາງສື່ອອນລາຍເປັນສ່ວນໃຫຍ່ກ່ອນຕັດສິນໃຈຊື້.

อาจเป็นรูปภาพของ 2 คน, ผู้คนกำลังยืน, รถยนต์ และสถานที่ในร่ม

อาจเป็นรูปภาพของ 2 คน และรถยนต์

ແນວໃດກໍຕາມ, ທ່າມກາງວິກິດ ແລະ ຄວາມຫຍຸ້ງຍາກດັ່ງກ່າວ ທາງມິດຊູບີຊິເອງກໍໄດ້ມີການປັບປຸງຫຼາຍຢ່າງ ເປັນຕົ້ນແມ່ນ:

1. ການຈັດລະບົບໂຄງສ້າງອົງກອນໃຫ້ຢູ່ໃນສະພາບກຽມພ້ອມທຸກເວລາ ບໍ່ວ່າຈະເປັນລະບົບບໍລິຫານ ແລະ ບຸກຄະລາກອນ.

2. ເສີມສ້າງປັບປຸງສິ່ງທີ່ຍັງຂາດ ແລະ ເຮັດບໍ່ທັນໄດ້ດີ ໂດຍສະເພາະແມ່ນຂອດການບໍລິການຕ່າງໆ.

3. ເລັ່ງຂະຫຍາຍ ແລະ ປັບປຸງບັນດາສາຂາໃນທົ່ວປະເທດ ເຊິ່ງເປັນການກຽມວຽກຫຼັງບ້ານໃຫ້ມີຄວາມພ້ອມ ເມື່ອວິກິດຜ່ານພົ້ນໄປ ຫຼື ເອີ້ນໄດ້ວ່າຍາມວິກິດແມ່ນປິດບ້ານ ແຕ່ຫຼັງບ້ານກໍພັດທະນາ.

4. ສ້າງໂອກາດໃນສະຖານະການວິກິດນີ້ໃຫ້ສາມາດຕອບໂຈດລູກຄ້າໃນບັນດາຂອດການບໍລິການ, ສ້າງ ຄວາມປະທັບໃຈ ແລະ ດຶງດູດລູກຄ້າໃຫ້ກັບມາໃຊ້ບໍລິການໃຫ້ເປັນປົກກະຕິ.

อาจเป็นรูปภาพของ 1 คน, รถยนต์ และข้อความพูดว่า "NEW TRITON"

อาจเป็นรูปภาพของ 1 คน และรถยนต์

ທ່ານຜູ້ບໍລິຫານມິດຊູບີຊິ ມໍເຕີ ລາວ ເຜີຍຕື່ມວ່າ: ຕໍ່ກັບສະພາບການລະບາດຂອງພະຍາດໂຄວິດ – 19 ທີ່ຍັງລະບາດຢູ່ໃນຂະນະນີ້ ຕະຫຼາດລົດຍົນໃນປີ 2021 ຍັງຈະສືບຕໍ່ໄດ້ຮັບຜົນກະທົບຈາກວິກິດຄັ້ງນີ້ຢູ່ ແຕ່ກໍອາດຈະຟື້ນຕົວໄດ້ໄວໃນໄລຍະກາງ ຫາ ທ້າຍ ປີ 2021 ແຕ່ຫາກທຽບໃສ່ກ່ອນເກີດໂຄວິດ – 19 ແມ່ນອາດຍັງເຫັນຕົວເລກການຂາຍຕໍ່າ. ແນວໃດກໍຕາມ, ສະເພາະມິດຊູບີຊິເອງ ກໍບໍ່ໄດ້ຫຼຸດລະ ຄວາມພະຍາຍາມທີ່ຈະຜ່ານຜ່າວິກິດນີ້ໄປໃຫ້ໄດ້ ໂດຍມີແຜນກະຕຸ້ນຍອດຂາຍປີ 2021 ຈະສູ້ຊົນໃຫ້ໄດ້ຕາມແຜນການທີ່ວາງໄວ້ ດ້ວຍສິ່ງທີ່ກະກຽມໄວ້ໃນຊ່ວງເກີດວິກິດ ບໍ່ວ່າຈະເປັນບັນດາສາຂາ ແລະ ສູນບໍລິການໃນຂອບເຂດທົ່ວປະເທດ ແລະ ແຜນການຕະຫຼາດແບບ New Normal ເຊິ່ງຄາດໝາຍປີນີ້ແມ່ນໃຫ້ໄດ້ເກີນ 90% ຂອງແຜນການ.

อาจเป็นรูปภาพของ 1 คน, กำลังยืน, รถยนต์ และข้อความพูดว่า "TRITON NEW TRITON"

อาจเป็นรูปภาพของ 2 คน และรถยนต์

อาจเป็นรูปภาพของ กำลังยืน, รถยนต์ และข้อความพูดว่า "@ HESHBON 6LX3EA"

ເມື່ອເວົ້າເຖິງການບໍລິການຫຼັງການຂາຍນັ້ນ ທ່ານ ສະເຫຼີມໄຊ ທ່ຽງທໍາ ກ່າວວ່າ: ການບໍລິການຫຼັງການຂາຍຄືໝາກຫົວໃຈຫຼັກໃນການສ້າງຄວາມໝັ້ນໃຈໃຫ້ລູກຄ້າ ເຊື່ອຖືໃນຄຸນນະພາບຂອງການບໍລິການຂອງມິດຊູບີຊິ ເຊິ່ງຕະຫຼອດໄລຍະເກືອບ 10 ປີຜ່ານມາ ມິດຊູບີຊິ ມໍເຕີ ລາວ ມີການຍົກລະດັບການບໍລິການໃຫ້ໄດ້ຕາມມາດຕະຖານຂອງ ມິດຊູບີຊິ ມໍເຕີ ຍີ່ປຸ່ນ.