ໄວ້ອາໄລ ແດ່ ສະຫາຍ ພິມມະສອນ ເລືອງຄຳມາ ອະດີດ ລມຕ ກະຊວງສຶກສາ ແລະ ອະດີດເຈົ້າແຂວງ ຫຼວງນໍ້າທາເຈົ້າ

717

ຂໍສະແດງຄວາມເສຍໃຈ ແລະ ແຈ້ງຂ່າວມໍລະນະກຳ ໃນວັນທີ 14 ມີນາ 2021 ເວລາ 8:41 ໂມງເຊົ້າ ສະຫາຍ ປອ. ພິມມະສອນ ເລືອງຄຳມາ ອະດີດ ກຳມະການສູນກາງພັກ 6 ສະໄໝຄື: IV, V, VI, VII, VIII, IX; ອະດີດ ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ; ອະດີດຄະນະບໍລິຫານພັກແຂວງ, ເຈົ້າແຂວງໆຫຼວງນໍ້າທາ ໄດ້ເສຍຊີວິດລົງ ດ້ວຍພະຍາດຂອງຜູ້ກ່ຽວເອງ ລວມອາຍຸໄດ້ 78 ປີ.

ປະຈຸບັນສົບຂອງເພິ່ນແມ່ນໄດ້ບຳເພັນກຸສົນໄວ້ຢູ່ບ້ານໂນນສະຫວ່າງ ໜ່ວຍ 2 ເມືອງໄຊເສດຖາ ນະຄອານຫຼວງວຽງຈັນ (ຮ່ອມເຝີຕົ້ນຕານ) ງານຊາປະນາກິດສົບ ແລະ ພິທີໄວ້ຫາໄລຢ່າງເປັນທາງການ ແມ່ນຈັດເປັນເວລາ 3 ວັນ, ແຕ່ວັນທີ 15-17 ມີນາ 2021, ສ່ວນວັນຊາປະນາກິດສົບ ຈະໄດ້ຈັດຂຶ້ນຢ່າງເປັນທາງການໃນວັນພະຫັດ ວັນທີ 18 ມີນາ 2021 ເວລາ 13:00 ທີ່ ວັດ ເທບນິມິດ (ທາດຝຸ່ນ).