ຜູ້ຕິດເຊື້ອໂຄວິດ19ກໍລະນີທີ 44 ແລະ 45ທີ່ປິ່ນປົວຢູ່ແຂວງຈຳປາສັກ ໄດ້ຮັບການປິ່ນປົວດີ ແລະ ອອກໂຮງໝໍແລ້ວ

156

ໃນຕອນເຊົ້າຂອງວັນທີ13ມີນາ2021ນີ້ຢູ່ທີ່ສູນຄຸ້ມຄອງກໍລະນີພະຍາດໂຄວິດ19 ເມືອງໂພນທອງ ແຂວງຈໍາປາສັກ ໄດ້ສົ່ງຜູ້ທີ່ໄດ້ຮັບການປິ່ນປົວດີ ຈາກການຕິດເຊື້ອພະຍາດໂຄວິດ 19 ກໍລະນີຜູ້ທີ 44 ແລະ 45 ອອກຈາກໂຮງໝໍຢ່າງເປັນທາງການ ພາຍ ຫຼັງແພດໝໍໄດ້ເອົາໃຈໃສ່ຕິດຕາມ ປິ່ນປົວເປັນເວລາ 50 ວັນ ແລະເຫັນວ່າ ພວກກ່ຽວທັງສອງມີສຸຂະພາບແຂງແຮງ ແລະຜົນກວດເປັນລົບແລ້ວ.


ກໍລະນີ້ຜູ້ຕິດເຊື້ອຜູ້ທີ 44 ແມ່ນເຂົ້າມາກັກໂຕ ແລະ ເຝົ້າຕິດຕາມອາການ ແຕ່ວັນທີ 21/01/2021 ແລະ ຜູ້ທີ 45 ແມ່ນເຂົ້າມາສູນໂພນທອງແຕ່ວັນທີ 2/2/2021 ລວມມື້ນອນໂຮງໝໍ(ສູນປິ່ນປົວ)ປະມານ 50 ວັນ ຜູ້ຕິດເຊື້ອທັງສອງ ແມ່ນບໍ່ມີອາການສະແດງໃດໆ ແລະ ໄດ້ກວດຕິດຕາມໂຄວິດເປັນໄລຍະ ແລະ ຜົນກວດ ເປັນລົບ 2ຄັ້ງຕິດຕໍ່ກັນຈິ່ງ ອະນຸຍາດໃຫ້ກັບບ້ານໄດ້.


ທ່ານ ດຣ ວຽງສີ ສຸພັກດີ ໄດ້ໂອ້ລົມໃຫ້ ທັງສອງຄົນມີການປະຕິບັດໂຕ , ການໃຊ້ຊິວິດປະຈຳວັນ ແລະ ຈຳກັດບໍລິເວນຢູ່ເຮືອນຕື່ມ 14 ວັນ ແລ້ວໃຫ້ມາກວດສຸຂະພາບຄືນອີກ.


ທາງດ້ານຜູ້ຕິດເຊື້ອທີ່ໄດ້ຮັບການປິ່ນປົວດີທັງສອງກໍລະນີກໍໄດ້ກ່າວຂອບ ໃຈມາຍັງພະນັກງານແພດຈາກ ໂຮງຫມໍແຂວງຈຳປາສັກ ແລະໂຮງ ໝໍເມືອງໂພນທອງພິເສດແມ່ນຂອບໃຈການນໍາພັກ- ລັດແຕ່ລະຂັ້ນທີ່ໄດ້ເອົາໃຈໃສ່ເບິ່ງ ແຍງ -ຕິດ ຕາມກວດກາ-ປີ່ນປົວຢ່າງສະໝໍ່າສະເໝີຈົນຫາຍດີ.

.

.


ຂ່າວ,ພາບ: ດຣ ພູວັນ ພະແນກສາທາລະນະສຸກແຂວງ