ມິດຊຸບິຊິ ມໍເຕີລາວ ວາງສະແດງລົດ Triton ແລະ ລົດ XPander ພ້ອມມອບສິດທິພິເສດໃຫ້ລູກຄ້າລອງຂັບຂີ່

505

ມິດຊູບີຊິເອັສເພັນເດີ ເປັນລົດລຸ້ນໃໝ່ທີ່ໄດ້ຮັບການພັດທະນາໃຫ້ຕອບໂຈດກຸ່ມລູກຄ້າຄົນຮຸ່ນໃໝ່ ຄອນເຊັບການອອກແບບດ້ານໜ້າລົດ ອັນເປັນເອກະລັກສະເພາະຂອງມິດຊູບີຊິ ໃຫ້ວິໄສທັດທີ່ກວ້າງໄກກວ່າ ເພື່ອແນວຄິດດ້ານ ຄວາມປອດໄພ ທັງຜູ້ໂດຍສານ ແລະ ຜູ້ໃຊ້ຖະໜົນ ແລະ ຍັງຄົງໄວ້ເຊິ່ງດີຊາຍແຫ່ງອະນາຄົດ ເລົ້າໃຈໃນທຸກມູມມອງ ເຊິ່ງຮູບຮ່າງພາຍນອກໄດ້ຮັບການອອກແບບພາຍໃຕ້ແນວຄິດ Advanced Dynamic Shield ດ້ານໜ້າລົດມີລັກສະນະຄ້າຍຖ້ວຍລາງວັນ ເຊິ່ງເປັນສັນຍະລັກສະແດງການປົກປ້ອງບໍລິເວນດ້ານໜ້າ ແລະ ຕໍາແໜ່ງຂອງໄຟໜ້າ, ສ່ວນໄຟຫຼີ່ແບບ Crystal LED ຢູ່ເທິງຂອງກະໂປ່ງລົດ ແລະ ເຍືອງມາດ້ານໜ້າບໍລິເວນຕີນລົດ ຊ່ວຍໃຫ້ຜູ້ຍ່າງຕາມເສັ້ນທາງ ແລະ ພາຫະນະອື່ນສັງເກດເຫັນງ່າຍຂຶ້ນ, ໄຟໜ້າຕິດຕັ້ງໃນກັນຊົນໜ້າເພື່ອບໍ່ໃຫ້ແສງຈາກໄຟໜ້າລົດລົບກວນສາຍຕາຜູ້ຮ່ວມໃຊ້ເສັ້ນທາງ.

อาจเป็นรูปภาพของ รถยนต์, กลางแจ้ง และข้อความ

อาจเป็นรูปภาพของ รถยนต์, กลางแจ้ง และข้อความ

อาจเป็นรูปภาพของ รถยนต์, กลางแจ้ง และข้อความพูดว่า "TRITON NEW ALL NEW TRITON"

อาจเป็นรูปภาพของ 2 คน, ผู้คนกำลังยืน และกลางแจ้ง

ພາຍໃນຫ້ອງໂດຍສານ ມີ 7 ບ່ອນນັ່ງ, ກະແຈອັດສະລິຍະ, ພວງມາໄລປັບ 4 ທິດທາງລະດັບຕໍ່າ – ສູງ ຂຶ້ນ – ລົງ, ມີປຸ່ມຄວບຄຸມເຄື່ອງສຽງຢູ່ພວງມາໄລ, ໜ້າຈໍສະແດງຜົນຂໍ້ມູນອະເນກປະສົງ 3 ມິຕິ TFT ຂະໜາດ 9,2 ນິ້ວ, ສະດວກສະບາຍພາຍໃນມີຊ່ອງເກັບແກ້ວບໍລິເວນຄອນໂຊນກາງ, ຊ່ອງໃສ່ເຄື່ອງບໍລິເວນຫຼັງເບາະທີ່ນັ່ງຜູ້ໂດຍສານດ້ານໜ້າ, ບ່ອນເກັບເຄື່ອງໃຕ້ເບາະທີ່ນັ່ງຜູ້ໂດຍສານດ້ານໜ້າ, ສະດວກສະບາຍດ້ວຍຊ່ອງຈ່າຍກະແສໄຟຟ້າ DC12 ໂວນ ຫຼາຍເຖິງ 3 ຕໍາແໜ່ງ, ບ່ອນເກັບເຄື່ອງບໍລິເວນຄອນໂຊນໜ້າ, ບ່ອນເກັບເຄື່ອງບໍລິເວນຄອນໂຊນກາງ, ຊ່ອງເກັບເຄື່ອງດ້ານປະຕູໜ້າ ພ້ອມຊ່ອງໃສ່ຕຸກນໍ້າ, ກ່ອງເກັບເຄື່ອງໃຕ້ຫ້ອງເກັບສໍາພາລະພ້ອມຝາເປີດ, ແຜງຄວບຄຸມລະບົບປັບອາກາດສໍາລັບຜູ້ໂດຍສານດ້ານຫຼັງແບບແຍກອິດສະຫຼະໃຫ້ຄວາມເຢັນສະບາຍທົ່ວຫ້ອງໂດຍສານ, ຊ່ອງເກັບເຄື່ອງພ້ອມຊ່ອງໃສ່ຕຸກນໍ້າຂ້າງບ່ອນນັ່ງແຖວທີ 3, ບ່ອນເກັບເຄື່ອງໃຕ້ເບາະທີ່ນັ່ງຜູ້ໂດຍສານດ້ານໜ້າ.

อาจเป็นรูปภาพของ 2 คน, ผู้คนกำลังยืน และรถยนต์

อาจเป็นรูปภาพของ 1 คน, รถยนต์ และกลางแจ้ง

อาจเป็นรูปภาพของ หนึ่งคนขึ้นไป, ผู้คนกำลังยืน, รถยนต์ และถนน

 

ເຄື່ອງຈັກກາຊວນ 4 ສູບ, 1,5 ລິດ DOHC 16 ວາວ MIVEC ໃຊ້ໂສ້ແທນສາຍພານ ລະບົບຫົວສີດ ECI-MULTI 105 ແຮງມ້າທີ 6.000 ຮອບຕໍ່ນາທີ ແຮງບິດສູງສຸດ 141 ນິວເຕັນແມັດທີ 4.000 ຮອບຕໍ່ນາທີ ສ່ວນຂໍ້ມູນລະອຽດສາມາດເຂົ້າພົວພັນທີ່ຫ້ອງຂາຍມິດຊູບີຊິໄດ້.

อาจเป็นรูปภาพของ รถยนต์ และกลางแจ้ง

อาจเป็นรูปภาพของ 2 คน, ผู้คนกำลังยืน, รถยนต์ และกลางแจ้ง

อาจเป็นรูปภาพของ 3 คน, ผู้คนกำลังยืน, รถยนต์ และถนน