ຈະເລີ່ມລົງມືປັບປຸງ ແລະ ສ້ອມແປງທາງ 13 ໃຕ້ ແຕ່ກິໂລແມັດ 71 ຫາ ກິໂລແມັດ 111 ແຂວງບໍລິຄຳໄຊ

506

ໃນຕອນເຊົ້າຂອງວັນທີ 11 ມີນາ 2021 ໄດ້ມີພິທີເຊັນສັນຍາ ຮັບເໝົາ ໂຄງການປັບປຸງ ແລະສ້ອມແປງທາງ 13 ໃຕ້ ຊ່ວງສັນຍາ 1 ກິໂລແມັດ 71 ຫາ ກິໂລແມັດ 111 ລວມຍາວ 40 ກິໂລແມັດ ແຂວງບໍລິຄຳໄຊ; ລະຫວ່າງ ກົມຂົວທາງ ກະຊວງ ໂຍທາທິການແລະຂົນສົ່ງ (ຍທຂ) ກັບຜູ້ຮັບເໝົາ ບໍລິສັດJoint Venture of Thang Long Joint Stock Corporation ແລະ ບໍລິສັດສຸພາພອນ ກໍ່ສ້າງ ສໍາຫລວດ-ອອກແບບ ແລະ ຂົວທາງຈໍາກັດຜູ້ດຽວ.

ພິທີ່ດັ່ງກ່າວຈັດຂຶ້ນທີ່ຫ້ອງປະຊຸມກົມຂົວທາງ ກະຊວງ ຍທຂ, ໃຫ້ກຽດເຂົ້າຮ່ວມພິທີ່ດັ່ງກ່າວ ມີທ່ານ ລິຕາ ຂັດທິຍະ ຫົວໜ້າກົມຂົວທາງ, ທ່ານ ບຸນຈັນ ສິນຣາຊະວົງ ຫົວໜ້າຫ້ອງການ, ບັນດາທ່ານຫົວໜ້າກົມ, ຮອງກົມ, ຕ່າງໜ້າຈາກບໍລິສັດ ທີ່ຮັບເໝົາການກໍ່ສ້າງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພະຍານ.

ໂຄງການປັບປຸງ ແລະສ້ອມແປງທາງ 13 ໃຕ້ (ຊ່ວງສັນຍາ 1)ກິໂລແມັດ 71 ຫາ ກິໂລແມັດ 111 ລວມຍາວ 40 ກິໂລແມັດ ແຂວງບໍລິຄຳໄຊ ແມ່ນນອນຢູ່ໃນໂຄງການປັບປຸງ ແລະສ້ອມແປງທາງ 13 ໃຕ້ແຕ່ ກິໂລແມັດ 71 (ແຂວງ ບໍລິຄຳໄຊ) ຫາ ກິໂລແມັດ 346 (ແຂວງ ຄໍາມ່ວນ) ມີຄວາມຍາວທັງໝົດ 275 ກິໂລແມັດ ຊຶ່ງໄດ້ແບ່ງອອກເປັນ 4 ຊ່ວງສັນຍາ, ໄດ້ຮັບການສະໜັບສະໜູນເງິນກູ້ດອກເບ້ຍຕໍ່າຈາກສາມສະຖາບັນຄື: ທະນາຄານໂລກ (WB) , ທະນາຄານລົງທຶນເອີຣົບ (EIB), ທະນາຄານການລົງທຶນໂຄງລ່າງພື້ນຖານອາຊີ (AIIB) ເເລະ ງົບປະມານຈາກກອງທຶນທາງ ລວມທັງໝົດ 157,5 ລ້ານໂດລາສະຫະລັດ.

ໃນນີ້ຄ່າກໍ່ສ້າງ ເເລະ ປັບປຸງເສັ້ນທາງ 275 ກິໂລແມັດ ຈຳນວນ 125 ລ້ານໂດລາສະຫະລັດ, ຄ່າຊົດເຊີຍສິ່ງກີດຂວາງ ເເລະ ເວນຄືນທີດີນ 1,7 ລ້ານໂດລາສະຫະລັດ, ຄ່າວ່າຈ້າງທີປຶກສາ 5 ລ້ານໂດລາສະຫະລັດ ເເລະ ຄ່າບູລະນະຮັກສາ 25,8 ລ້ານໂດລາສະຫະລັດ, ໄລຍະປະຕິບັດໂຄງການເເມ່ນ 10 ປີ ເເຕ່ປີ 2021-2031 , ໃນນີ້ ໄລຍະກໍ່ສ້າງ 2-3 ປີ ເເລະ ບູລະນະຮັກສາ 7-8 ປີ.

ໂຄງການນີ້ມີຈຸດປະສົງ ເພືອປັບປຸງ ເເລະ ຍົກລະດັບຕອນທາງດັ່ງກ່າວໃຫ້ສາມາດຮັບນາໍ້ໝັກບັນທຸກໄດ້ 11 ໂຕນ/ເພົາ, ໂດຍຍົກລະດັບໂຄງສ້າງຂອງທາງຊ່ວງຕໍ່າທີມີນາໍ້ຖ້ວມໃນໄລຍະຜ່ານມາ,ຂະຫຍາຍໝ້າທາງເກົ່າໃຫ້ກວ້າງອອກຕື່ມ, ເສີມຄວາມເເຂງເເກ່ນໂດຍການເສີມຊັ້ນພື້ນທາງອີກ 10-20 ຊມ ເເລະ ປູທັບໝ້າທາງດ້ວຍຢາງຂົ້ວ.

 

ສໍາລັບຊ່ວງສັນຍາ 1 ເເມ່ນເລີ່ມເເຕ່ ກິໂລແມັດ 71 ຫາ ກິໂລແມັດ 111 ລວມຍາວ 40 ກິໂລແມັດ ເເມ່ນນຳໃຊ້ທຶນກູ້ຢືມຈາກທະນາຄານໂລກ ເພື່ອປັບປຸງຍົກ ລະດັບຈຸດນາໍ້ຖ້ວມ ເເລະ ຂະຫຍາຍໝ້າທາງເກົ່າ ຈາກ 9 ເເມັດເປັນ 12 ເເມັດ, ມີ 2 ຊ່ອງທາງຈາລະຈອນ (2 x 3,5 ແມັດ) ເເລະ ບ່າທາງເບື້ອງລະ 2,5 ແມັດ ພ້ອມທັງກໍ່ສ້າງຂົວໃໝ່ 2 ເເຫ່ງ ເເທນໃສ່ຈຸດເກົ່າ ລວງຍາວເເຫ່ງລະປະມານ 25 ແມັດ, ກວ້າງ 12 ແມັດ, ໂຄງສ້າງທາງເເມ່ນໄດ້ອອກເເບບເປັນໝ້າທາງເເບບປູຢາງຂົ້ວ (ເບຕົງອັສຟານ)

ມູນຄ່າຂອງສັນຍາຜ່ານການປະມູນ ສໍາລັບສັນຍານີ້ເເມ່ນ 17,5 ລ້ານໂດລາ, ສ່ວນຮູບການຊາໍລະໃຫ້ເເກ່ໂຄງການເເບ່ງອອກເປັນ 2 ໄລຍະຄື: ໄລຍະທີ 1: ເເມ່ນໄລຍະດຳເນີນການກໍ່ສ້າງ 2 ປີ ມີມູນຄ່າປະມານ 14 ລ້ານໂດລາສະຫະລັດ, ໂດຍເເມ່ນ ທະນາຄານໂລກເປັນຜູ້ຊຳລະ ແລະ ໄລຍະທີ 2: ເເມ່ນໄລຍະການນຳໃຊ້ ເເລະ ບູລະນະຮັກສາເສັ້ນທາງ 8 ປີ, ເເບ່ງຈ່າຍເປັນງວດໆໂດຍນຳໃຊ້ເງິນຈາກກອງທຶນທາງ (ຂອງລັດຖະບານ) ຈຳນວນ 3,5 ລ້ານໂດລາສະຫະລັດ.

ທີ່ມາ: ກະຊວງໂຍທາທິການແລະຂົນສົ່ງ