ສຳເລັດເກືອບ 100% ຫໍສະພາແຫ່ງຊາດ ຫຼັງໃໝ່ ພ້ອມຈັດພິທີທາງສາສະໜາຂຶ້ນນຳໃຊ້

1248
ໃນຕອນເຊົ້າຂອງວັນທີ 11 ມີນາ 2021 ເຊິ່ງກົງກັບມື້ແຮມ 13 ຄ່ຳເດືອນ4 ພສ 2563 ສະພາແຫ່ງຊາດ ໄດ້ຈັດພິທີທາງສາສະໜາ ຂຶ້ນຫໍສະພາແຫ່ງຊາດຫຼັງໃໝ່ ພາຍຫຼັງກໍ່ສ້າງມາແຕ່ປີ 2017 ມາຮອດປະຈຸບັນແມ່ນສຳເລັດເກືອບ 100% ຍັງເຫຼືອພຽງວຽກເກັບລາຍລະອຽດບາງເທົ່ານັ້ນ.
ໂຄງການກໍ່ສ້າງ ຫໍສະພາແຫ່ງຊາດ ຂອງລາວຫຼັງໃໝ່ແມ່ນໄດ້ອອກແບບເປັນອາຄານ 5 ຊັ້ນ, ສູງ 34,6 ແມັດ, ມີເນື້ອທີ່ອາຄານປຸກສ້າງທີ່ຕິດກັບໜ້າດິນ 7.171 ຕາແມັດ; ມີຫ້ອງປະຊຸມ, ຫ້ອງເຮັດວຽກ, ຫ້ອງບໍລິຫານ, ບໍລິການຮັບໃຊ້ ແລະ ລະບົບຄວາມປອດໄພທີ່ໄດ້ມາດຕະຖານ, ໃນນັ້ນ ທັງໝົດອາຄານ ສາມາດບັນຈຸໄດ້ 800-1.000 ຄົນ, ສະເພາະຫ້ອງປະຊຸມສະພາແຫ່ງຊາດ ສາມາດບັນຈຸໄດ້ 433 ຄົນ.
ເປັນອາຄານທີ່ມີຄວາມສວຍງາມ, ແຂງແຮງ ສາມາດນຳໃຊ້ໄດ້ຍາວນານ; ມີລວດລາຍ-ດວງດອກ ທີ່ເປັນເອກະລັກ ທາງດ້ານສິລະປະວັດທະນະທຳຂອງລາວ ປະສົມປະສານກັບຄວາມທັນສະໄໝ ຂອງຍຸກສະໄໝ; ເປັນເອກະລັກສະເພາະ ຂອງສະພາແຫ່ງຊາດ, ມີຄວາມແຕກຕ່າງກັບຕຶກອາຄານສຳນັກງານອື່ນໆ.
ເຊິ່ງຫໍສະພາແຫ່ງຊາດຫຼັງໃໝ່ນີ້ ແມ່ນໄດ້ວາງສີລາລຶກກໍ່ສ້າງ ໃນເມື່ອວັນທີ 1 ພະຈິກ 2017 ຜ່ານມາ ໃນມູນຄ່າການກໍ່ສ້າງທັງໝົດ 100 ລ້ານໂດລາສະຫະລັດ ຫຼື ປະມານ 800 ຕື້ກີບ ເຊິ່ງເປັນທຶນຊ່ວຍເຫຼືອລ້າຈາກພັກ-ລັດ ແລະ ປະຊາຊົນ ສສ ຫວຽດນາມ.