ການປະເມີນມີຄວາມສໍາຄັນ ເພື່ອການພັດທະນາສູ່ການຮຽນຮູ້

557

ການຮຽນຮູ້ກັບການສິດສອນເຊັ່ນດຽວກັນກັບກິດຈະກຳອື່ນໆທີ່ຕ້ອງມີການປະເມີນຢ່າງເປັນລະບົບ, ມີການຄວບຄຸມ ແລະ ເປັນໄປຕາມສະພາບຈິງ ເພື່ອກວດສອບວ່າການດຳເນີນການເປັນໄປຕາມເປົ້າໝາຍແນວໃດຕ້ອງມີການແກ້ໄຂ ແລະ ປັບປຸງແນວໃດ?.

1. ຈຸດມຸ່ງໝາຍຂອງການປະເມີນ

ໃນຈຸດມຸ່ງໝາຍຂອງການປະເມີນບຸກຄະລາກອນທີ່ກ່ຽວຂ້ອງຕ້ອງມີການປະເມີນຮວບຮວມ, ຕິດຕາມຄຸນນະພາບຂອງການສຶກສາ, ມີການຍ້ອງຍໍ ແລະ ຕຳໜິໃນການສຶກສາ ເພື່ອໃຫ້ເກີດມີຄຸນນະພາບທີ່ ດີ. ຈາກນັ້ນ, ຜູ້ບໍລິຫານຄວນໃຊ້ການປະເມີນເບິ່ງຈຸດເດັ່ນ ແລະ ຈຸດທີ່ຄວນພັດທະນາ ເພື່ອໃຫ້ໄດ້ຮັບຜົນທີ່ດີທີ່ສຸດຈາກການປະເມີນ.

2. ລັກສະນະຂອງການປະເມີນຜົນທີ່ດີ

ຂໍ້ມູນທີ່ໄດ້ຮັບຜົນທີ່ດີຈະເຮັດໃຫ້ຜູ້ຮຽນ ແລະ ຜູ້ສອນສາມາດຕັດສິນໃຈປ່ຽນແປງ ແລະ ປັບປຸງການດຳເນີນການເພື່ອການຮຽນຮູ້ທີ່ດີຂຶ້ນ; ຄູ ຫຼື ຜູ້ສອນຈະຕ້ອງກຳນົດວິທີວັດ ແລະ ປະເມີນທີ່ເຊື່ອຖືໄດ້ ຈະຊ່ວຍເຖິງຄວາມສາມາດຂອງຜູ້ຮຽນ ແລະ ກໍຕໍ່ຍອດເຖິງອະນາຄົດໄດ້ວ່າຜູ້ຮຽນຄວນຈະໄດ້ຮັບການຮຽນຮູ້ແບບໃດທີ່ຈະດີຂຶ້ນກ່ອນເກົ່າ, ຂໍ້ສອບເສັງຢ່າງດຽວຈະບໍ່ເປັນສິ່ງທີ່ພຽງພໍຕໍ່ການປະເມີນຄວາມສາມາດຂອງຜູ້ທີ່ຮຽນຮູ້ ແລະ ມັນຍັງມີຜົນຕໍ່ການຕັດສິນ ຄວາມສາມາດຂອງຜູ້ຮຽນ.

อาจเป็นรูปภาพของ 9 คน

3. ທ່າອ່ຽງທີ່ສຳຄັນໃນການປະເມີນ

ໃນເບື້ອງຕົ້ນທ່າອ່ຽງຂອງການປະເມີນ ຕ້ອງປ່ຽນຈາກການໃຊ້ຂໍ້ສອບເສັງແບບເລືອກຕອບພຽງຢ່າງດຽວ, ເປັນການໃຊ້ແບບວັດຫຼາຍຊະນິດທີ່ຈະຊ່ວຍປະເມີນຄວາມສາມາດຂອງຜູ້ຮຽນໄດ້ຕາມສະພາບຄວາມເປັນຈິງ ເຊັ່ນວ່າ: ການໃຊ້ຄຳຖາມປິດ – ເປີດ, ການສອບເສັງພາກປະຕິບັດ, ການນຳສະເໜີຜົນງານ, ການຂຽນລາຍງານ ແລະ ການຮວບຮວມຜົນງານທີ່ສຳຄັນກ່ອນຜູ້ສອນຈະຕັດສິນໃຈວາງແຜນການວັດ ແລະ ການປະເມີນຜົນເພື່ອໃຫ້ສອດຄ່ອງກັບເປົ້າໝາຍຂອງການຮຽນຮູ້ ແລະ ວິທີການສິດສອນ, ໃຫ້ສຶກສາແນວຄິດທີ່ກ່າວມາໃນເບື້ອງຕົ້ນ ແລະ ຈຸດເນັ້ນຂອງການປະເມີນທີ່ໄດ້ຮັບອິດທິພົນຈາກຄວາມເຊື່ອໄປສູ່ການຮຽນຮູ້, ຄວາມເຂົ້າໃຈ.

ไม่มีคำอธิบายรูปภาพ

4. ຫຼັກການຂອງການປະເມີນການຮຽນຮູ້ຕາມສະພາບຄວາມເປັນຈິງ

ການປະເມີນທີ່ດີຕ້ອງມີການວາງແຜນ, ກະກຽມ ພ້ອມກັບການວາງແຜນການຈັດການທີ່ຮຽນຮູ້ໃຫ້ສອດຄ່ອງກັບວັດຖຸປະສົງ ແລະ ເປົ້າໝາຍຂອງການຮຽນຮູ້ ລວມທັງກິດຈະກຳຂອງຜູ້ຮຽນ, ສະພາບແວດລ້ອມ, ເນື້ອໃນຈາກການຮຽນຮູ້, ຈາກນັ້ນການປະເມີນທີ່ດີຈະຕ້ອງໃຊ້ເຄື່ອງມືວັດແທກທີ່ເໝາະສົມ ແລະ ຫຼາກຫຼາຍ ເພື່ອໃຫ້ໄດ້ຮັບຜົນຈາກການປະເມີນຢ່າງຖືກຕ້ອງ, ຄວບຄຸມ ແລະ ເປັນໄປຕາມສະພາບທີ່ເກີດຂຶ້ນຈິງ.