ກຽມພົບງານວາງສະແດງສິນຄ້າເຟີນີເຈີວຽງຈັນ ຄັ້ງທີ 5

211

ສະມາຄົມເຟີນີເຈີລາວ ( ສຟລ ) ກຽມຈັດງານວາງສະແດງສິນຄ້າເຟີນີເຈີວຽງຈັນ ຄັ້ງທີ 5 ປະຈຳປີ 2021 ຂຶ້ນລະຫວ່າງວັນທີ 20 – 28 ມີນາ 2021 ທີ່ສູນການຄ້າ ລາວ – ໄອເຕັກ ( ຕຶກເກົ່າ ) ເພື່ອປະຕິບັດຕາມທິດນະໂຍບາຍໃນການສົ່ງເສີມການຜະລິດເຄື່ອງເຟີນີເຈີໄມ້ລາວທັງເປັນການໂຄສະນາເຜີຍແຜ່ໃຫ້ສັງຄົມຮັບຮູ້ຜະລິດຕະພັນເຟີນີເຈີໄມ້ລາວຫຼາຍຂຶ້ນ ໃຫ້ຜູ້ຜະລິດສາມາດເຂົ້າຫາຕະຫຼາດ ແລະ ຈຳໜ່າຍສິນຄ້າໄດ້ທັງພາຍໃນ ແລະ ຕ່າງປະເທດ ແລະ ກ້າວເຂົ້າສູ່ການສ້າງຕານ່າງການວາງສະແດງຂາຍສິນຄ້າເຟີນີເຈີໄມ້ກັບພາກພື້ນ ແລະ ສາກົນໃນອະນາຄົດ.

ໃນວັນທີ 9 ມີນາຜ່ານມາ ທ່ານ ກອງມາລາ ພົມມາໄລ ຮອງປະທານສະມາຄົມເຟີນີເຈີລາວ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ວ່າ: ເພື່ອເປັນການຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍຕາມເນື້ອໃນຈິດໃຈຂອງຂັ້ນເທິງວາງອອກໃຫ້ປາກົດຜົນເປັນຈິງໄປເທື່ອລະກ້າວ, ຜັນຂະຫຍາຍຕາມເນື້ອໃນຂອງແຈ້ງການເລກທີ 15/ນຍ ເພື່ອເປັນການອະນຸຮັກປ່າໄມ້, ການນຳໃຊ້ໄມ້ໃຫ້ເກີດຜົນປະໂຫຍດສູງສຸດ ແລະ ມີໄມ້ໄວ້ໃຊ້ຢ່າງຍືນຍົງ ໂດຍການປຸງແຕ່ງໃຫ້ເປັນຜະລິດຕະພັນສຳເລັດຮູບມາຈາກໄມ້, ຫວາຍ ແລະ ໄມ້ປ່ອງ ໃຫ້ມີຫຼາກຫຼາຍຜະລິດຕະພັນຕາມທີ່ສັງຄົມປັດຈຸບັນຕ້ອງການ ແລະ ເປັນທີ່ນິຍົມກັນຢູ່ດ້ວຍການນຳໃຊ້ເຕັກໂນໂລຊີທີ່ທັນສະໄໝ ແລະ ທັງເປັນການສ້າງມູນຄ່າເພີ່ມໃຫ້ກັບຜະລິດຕະພັນເຟີນີເຈີລາວໃຫ້ກາຍເປັນສິນຄ້າທີ່ມີຄຸນນະພາບ ແລະ ລາຄາສູງຕາມ ຄວາມຕ້ອງການຂອງລູກຄ້າ ແລະ ຕະຫຼາດເຮັດໃຫ້ສາມາດສົ່ງອອກຕ່າງປະເທດໄດ້, ຍັງເປັນການສ້າງວຽກເຮັດງານທຳໃຫ້ກັບປະຊາຊົນບັນດາເຜົ່າ, ຕ້ານໄພວ່າງງານ ແລະ ຊ່ວຍໃຫ້ຫຼຸດພົ້ນຈາກຄວາມທຸກຍາກຕື່ມໃນອະນາຄົດ.

อาจเป็นรูปภาพของ 2 คน, ดอกไม้ และสถานที่ในร่ม

ທ່ານ ກອງມາລາ ພົມມາໄລ ກ່າວຕື່ມວ່າ: ເພື່ອເປັນການສົ່ງເສີມການປູກໄມ້ ແລະ ຫັນມາໃຊ້ໄມ້ປູກທົດແທນໄມ້ທຳມະຊາດ, ເຮັດໃຫ້ສັງຄົມຮູ້ຈັກກັບຜະລິດຕະພັນເຟີນີເຈີໄມ້ລາວຫຼາຍຂຶ້ນ ແລະ ກວ້າງຂວາງໄປເລື້ອຍໆ, ສົ່ງເສີມງານວາງສະແດງສິນຄ້າເຟີນີເຈີໄມ້ລາວໃຫ້ໂດດເດັ່ນມີຊື່ສຽງ ເປັນທີ່ຮູ້ຈັກ ແລະ ທັງເປັນການດຶງດູດເອົາລູກຄ້າເຂົ້າມາຊື້ – ຂາຍສິນຄ້າເຟີນີເຈີໃນ ສປປ ລາວ ຫຼາຍຂຶ້ນ, ສຳລັບຜະລິດຕະພັນທີ່ນຳມາວາງສະແດງຈະມີເຄື່ອງເຟີນີເຈີທີ່ເຮັດດ້ວຍໄມ້, ຫວາຍ, ໄມ້ປ່ອງ ແລະ ຈາກວັດສະດຸເສດເຫຼືອຕ່າງໆ, ຜະລິດຕະພັນຫັດຖະກຳ ແລະ ເຄື່ອງແກະສະຫຼັກ, ເຄື່ອງປະດັບຕົກແຕ່ງ ແລະ ເອ້ຍ້ອງພາຍໃນເຮືອນ ແລະ ອື່ນໆ.

อาจเป็นรูปภาพของ 1 คน

ສຳລັບຫ້ອງວາງສະແດງ ທ່ານ ບຸນຖອງ ຫຼວງໂຄດ ຄະນະ ສຟລ ເປີດເຜີຍວ່າ: ແມ່ນມີທັງໝົດ 200 ຫ້ອງ, ໃນນັ້ນມີ 30 ຫ້ອງ ສຳລັບຫົວໜ່ວຍທຸລະກິດໂອດ໊ອບ, ປັດຈຸບັນການຈັບຈອງຫ້ອງຂາຍໄດ້ 90% ໂດຍຈະມີຫົວໜ່ວຍ ຫຼື ໂຮງງານທີ່ຈະເຂົ້າມາຮ່ວມ 70 ຫົວໜ່ວຍ ແລະ ຕ່າງແຂວງ 20 ຫົວໜ່ວຍ ຈາກ 10 ແຂວງ ເຊິ່ງຄາດຄະເນຕະຫຼອດການຈັດງານຈະມີການຈໍລະຈອນຊື້ – ຂາຍສິນຄ້າພາຍໃນງານ ປະມານ 10 ຕື້ກີບ ແລະ ຈະມີຜູ້ເຂົ້າທ່ຽວຊົມ ປະມານ 10 ພັນຄົນ.

อาจเป็นรูปภาพของ 2 คน, ผู้คนกำลังนั่ง และสถานที่ในร่ม

ສ່ວນ ທ່ານ ກອງແຊງ ລາດສະມູນ ຄະນະ ສຟລ ກ່າວຢ້ຳວ່າ: ພາຍໃນງານວາງສະແດງນັບແຕ່ວັນທີ 20 – 28 ມີນາ ຍັງມີກິດຈະກຳຕ່າງໆ ເປັນຕົ້ນວາງສະແດງຊຶ້ – ຂາຍສິນຄ້າ, ສະແດງດົນຕີລາວ, ສະແດງກາຍະສິນ, ມິນິຄອນເສີດ, ຈັບສະຫຼາກມອບລາງວັນ ລວມມູນຄ່າຫຼາຍກວ່າ 30 ລ້ານກວ່າກີບ ແລະ ອື່ນໆ.