ຮູ້ຈັກຄົນທາດໄຟ ຜູ້ຈິດໃຈເຂັ້ມແຂງມີຄວາມຮັບຜິດຊອບສູງ

706

ສະບາຍດີທ່ານຜູ້ອ່ານທີ່ຮັກແພງ ຄໍລໍາທໍານາຍດວງຊາຕາໃນມື້ນີ້ ຜູ້ຂຽນຈະພາທ່ານມາຮູ້ຈັກກັບຄົນທາດໄຟ ຜູ້ມີຈິດໃຈເຂັ້ມແຂງ ແນວແນ່ບໍ່ປ່ຽນແປງຕໍ່ສິ່ງໃດງ່າຍໆ ມີຄວາມຮັບຜິດຊອບສູງ ເຊື່ອໝັ້ນໃນຕົນເອງສູງ ແລະ ມັກພິສູດຄວາມສາມາດຂອງຕົນເອງໃຫ້ຜູ້ອື່ນເຫັນຢູ່ຕະຫຼອດ.

ຄົນທາດໄຟ ແມ່ນຜູ້ທີ່ເກີດລາສີມັງກອນ ( ຜູ້ເກີດລະ ຫວ່າງວັນທີ 16 ມັງກອນ ຫາ 15 ກຸມພາ ), ລາສີພຶດສົກ ( ຜູ້ທີ່ເກີດລະຫວ່າງວັນທີ 16 ພຶດສະພາ ຫາ 15 ມິຖຸນາ ) ແລະ ລາສີກັນ ( ຜູ້ທີ່ເກີດລະຫວ່າງວັນທີ 16 ກັນຍາ ຫາ 15 ຕຸລາ ).

ຄົນທາດໄຟ ມີລັກສະນະນິດໄສໝັ້ນຄົງ ມີຈິດໃຈທີ່ເຂັ້ມແຂງ ແນວແນ່ບໍ່ປ່ຽນແປງຫຍັງງ່າຍໆ ມີຄວາມຮັບຜິດຊອບສູງ ເຊື່ອໝັ້ນໃນຕົນເອງສູງ ມັກທີ່ຈະພິສູດຄວາມສາມາດຂອງຕົນເອງໃຫ້ຄົນອື່ນເຫັນຢູ່ສະເໝີ ອ່ອນນ້ອມຖ່ອມຕົນ ຈະເຮັດຫຍັງມັກຄິດພິຈາລະນາໄຕ່ຕອງຢ່າງຮອບຄອບ ແລະ ເປັນຄົນທີ່ເກັບຄວາມຮູ້ສຶກເກັ່ງ ຮັກ ຄວາມຍຸຕິທໍາ ບໍ່ຄ່ອຍສະແດງອາລົມຄຽດແຄ້ນໃຫ້ເຫັນ ເວລາຄຽດຄືຄຽດແຮງ ຄົນທາດດິນມັກລົງມືເຮັດຫຼາຍກວ່ານັ່ງຄິດວາງແຜນ ຄິດວິເຄາະ ມັກເຮັດສິ່ງທີ່ມັນຈັບຕ້ອງໄດ້ຫຼາຍກວ່າ ສາມາດຈັດການສິ່ງຕ່າງໆໄດ້ດີ. ທັ້ງນີ້, ເວລາຈະລົງມືເຮັດຫຍັງນັ້ນກໍຈະຈິງຈັງ ແລະ ມີຄວາມຈິງໃຈກັບທຸກຄົນ ບໍ່ມັກເອົາປຽບໃຜ ຂ້ອນຂ້າງມີໂລກສ່ວນຕົວສູງ.

อาจเป็นรูปภาพของ ข้อความพูดว่า "Virgo"

ນອກຈາກນີ້, ຄົນທາດໄຟຍັງເປັນຄົນທີ່ຢູ່ງ່າຍ ກິນງ່າຍ ເປັນຄົນບໍ່ໄປຕາມຄ່ານິຍົມຂອງສັງຄົມ ແຕ່ງຕົວສະບາຍໆ ໃສ່ເສື້ອຜ້າຊໍ້າກັນໄດ້ ຮູ້ຈັກໃຊ້ເງິນ ແຕ່ເວລາຊື້ກໍຊື້ຂອງດີຂອງແພງ ເປັນຄົນທີ່ຫາກຖືກທໍາຮ້າຍກໍຈະຈື່ຝັງໃຈ ຈື່ເລື່ອງຕ່າງໆໄດ້ດີ ຄວາມເຈັບປວດໃນອາດີດ ບາງເທື່ອມຸ່ງກັບການເຮັດວຽກຫຼາຍຈົນລືມໃຊ້ຊີວິດແບບທີ່ຕົນເອງຢາກເຮັດ, ເປັນຄົນບໍ່ຄ່ອຍສະແດງ ຄວາມຮູ້ສຶກທີ່ແທ້ຈິງຂອງຕົນເອງ ເກັບຄວາມຮູ້ສຶກເກັ່ງ ຈົນຄົນອື່ນເບິ່ງວ່າເປັນຄົນທີ່ເຂົ້າໃຈຍາກ ແລະ ເຂົ້າເຖິງຍາກ ຄົນອື່ນເບິ່ງບໍ່ອອກວ່າຕອນນີ້ທ່ານຢູ່ໃນອາລົມໃດ ຈົນເຮັດໃຫ້ຖືກລະເລີຍ ຄວາມຮູ້ສຶກໄດ້ງ່າຍ, ເປັນຄົນຂ້ອນຂ້າງຂີ້ດື້ ແລະ ແຂງກະດ້າງພໍສົມຄວນ ເວລາຄຽດຈະຄຽດແຮງເປັນຟືນເປັນໄຟ ແຕ່ບາດຈະເຢັນກໍເຢັນເກີນໄປ ບໍ່ຮູ້ຮ້ອນບໍ່ຮູ້ໜາວ ເຊິ່ງຄົນອື່ນແນມເຂົ້າມາອາດບໍ່ຄ່ອຍເຂົ້າໃຈ ແຕ່ບາງຄັ້ງເບິ່ງຄືມີຫຍັງ ແຕ່ທີ່ຈິງບໍ່ມີຫຍັງເລີຍ.

อาจเป็นรูปภาพของ ข้อความพูดว่า "Taurus"

อาจเป็นรูปภาพของ ข้อความพูดว่า "Capricorn"

ຄົນທາດໄຟ ຍັງເປັນຄົນທີ່ບໍ່ທໍ້ຖອຍຕໍ່ອຸປະສັກງ່າຍໆ ຖ້າຄິດຈະເຮັດຫຍັງແລ້ວແມ່ນໄປໃຫ້ສຸດ ມຸ່ງໝັ້ນທີ່ສຸດ ມັກເກັບເອົາຄໍາຕິສິນນິນທາຂອງຜູ້ອື່ນມາຄິດຫຼາຍ ແລະ ເຮັດໃຫ້ຕົນເອງຄຽດ ແລະ ໄມເກຣນຂຶ້ນຢູ່ຕະຫຼອດ ແຕ່ໃນອີກມຸມໜຶ່ງກໍຖືຄະຕິທີ່ວ່າ ເປົ້າໝາຍມີໄວ້ແລ່ນຕໍາ ຈຶ່ງພ້ອມສະເໝີທີ່ຈະລຸຍຝ່າຟັນອຸປະສັກແບບບໍ່ຢັ້ງ ສໍາລັບບັນຫາສຸຂະພາບທີ່ມັກພົບໃນຊາວລາສີທາດດິນໄດ້ແກ່ ພະຍາດຄວາມດັນເລືອດສູງ, ພະຍາດຕຸ້ຍ, ພະຍາດເບົາຫວານ.