ສະຫວັນນະເຂດ ເຂັ້ມງວດເຝົ້າລະວັງການແຜ່ລະບາດຂອງພະຍາດໂຄວິດ-19 ຕາມແນວຊາຍແດນ

264

ສະຫວັນນະເຂດ ເປັນແຂວງທີ່ໃຫຍ່ ແລະມີຊາຍແດນຕິດກັບປະເທດທີ່ຍັງມີການລະບາດຂອງພະຍາດໂຄວິດ-19 ຢູ່ ສະນັ້ນ, ຄະນະສະເພາະກິດຂອງແຂວງຈະບໍ່ນິ້ງນອນໃຈ ຕ້ອງກວດການຕິດຕາມເປັນປະຈຳ ເພື່ອປ້ອງກັນບັນຫາຄົນລັກລອບຂ້າມແດນອັນຈະສ່ຽງຕໍ່ການນຳເອົາເຊື້ອພະຍາດມາແຜ່ລະບາດສູ່ຄົນອື່ນໆ.


ໃນວັນທີ 4 ມີນາ 2021 ນີ້ ການນຳກອງບັນຊາການທະຫານແຂວງ ເຊິ່ງນຳໂດຍ ສະຫາຍ ພົນຈັດຕະວາສີ ທະວີໄຊ ຄະນະປະຈຳພັກແຂວງເລຂາຄະນະພັກ ຫົວໜ້າການເມືອງກອງບັນຊາການແລະປກສແຂວງ ນຳໂດຍ ສະຫາຍ ພັນເອກ ສົມໝາຍ ພົມມະຈັນ ຄະນະປະຈຳພັກແຂວງ ເລຂາຄະນະພັກ ຫົວໜ້າກອງບັນຊາການ ປກສແຂວງສະຫັວນນະເຂດພ້ອມດ້ວຍຄະນະການນຳ ນະຄອນໄກສອນພົມວິຫານພ້ອມພະແນກການກ່ຽວຂ້ອງໄດ້ລົງຊຸກຍູ້ໃຫ້ກຳລັງໃຈທຸກພາກສ່ວນທີ່ປະຕິບັດວຽກງານປ້ອງກັນຢ່າງເຂັ້ມງວດໃນການເຝົ້າລະວັງການແຜ່ລະບາດຂອງພະຍາດໂຄວິດ 19 ຕາມຊາຍແດນລາວ-ໄທ ສະຫັວນນະເຂດ-ມຸກດາຫານ ທັ້ງນີ້ກໍ່ເພື່ອປະຕິບັດໜ້າທີ່ຕາມແຈ້ງການສະບັບເລກທີ 111/ຫສ.ນຍ.ແລະ ແຈ້ງການເພີ່ມເຕີມສະບັບ ເລກທີ 0297/ຈສ.ສຂ.

ໃນໂອກາດທີ່ຄະນະການນຳໄດ້ລົງໄປຊຸກຍູ້ການປະຕິບັດໜ້າທີ່ລະຫ່ວາງກຳລັງ ປກຊ-ປກສ ແລະ ເເພດໝໍປະຈຳແຕ່ລະຈຸດທ່າຂ້າມລອຍນີ້ ບັດດາສະຫາຍຕ່າງໜ້າຄະນະຮັບຜິດຊອບແຕ່ລະຈຸດຍັງໄດ້ລາຍງານສະພາບການຕ່າງໆເປັນຕົ້ນແມ່ນຄົນລາວທີ່ໄປຫາເຮັດວຽກຢູ່ປະເທດທີ່ກຳລັງແຜ່ລະບາດພະຍາດໂຄວິດ 19 ຖືກສົ່ງຂ້າມມາໃນແຕ່ຈຸດ, ແຕ່ລະມື້ເປັນຈຳນວນຫຼວງຫຼາຍ.

ເຊັ່ນຈຸດບ້ານດອນເຊັງ ປັດຈຸບັນມີຈຳນວນ 100 ກວ່າຄົນ, ຈຸດບ້ານວຽງສະຫັວນ ມີຈຳນວນ 200 ກວ່າຄົນ ແລະ ຈຸດດ່ານສາກົນຂົວມິດຕະພາບລາວ-ໄທ ສະຫັວນນະເຂດ-ມຸດດາຫານຈຳນວນ 491 ຄົນ. ຈາກນັ້ນຄະນະນຳການ 3 ພາກສ່ວນກໍ່ໄດ້ໄປກວດກາສູນກັກຕົວຂອງແຂວງທີ່ອະນຸຍາດໃຫ້ຈັດສັນຜູ້ເດີນທາງມາແຕ່ຕ່າງປະເທດທີ່ຢູ່ສູນກັກຕົວສະໜາມກິລາຫຼັກ 4 ໃນນັ້ນຍັງໄດ້ຮັບຟັງການລາຍງານຂອງຄະນະຮັບຜິດຊອບສູນດັ່ງກ່າວນັບແຕ່ວັນທີ13/5/2020 ຈົນເຖິ່ງປັດຈຸບັນນີ້ໄດ້ຮັບຜູ້ເຂົ້າກັກຕົວໄດ້ ທັງໝົດ 12.901 ຄົນ.

ຂ່າວ-ພາບ: ຄຳໃສ ບຸນສົມພາວັນ
ທະຫານແຂວງສະຫວັນນະເຂດ.