ປະທານ ສຄອຊ ເນັ້ນ 6 ວຽກຈຸດສຸມໃຫ້ ສຄອ ເມືອງໄຊເສດຖາ ນໍາພາທຸລະກິດສູ່ຄວາມເຂັ້ມແຂງ

407

ບົດບາດຂອງພາກທຸລະກິດພາຍໃນເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໄດ້ຮັບການຍົກລະດັບຂຶ້ນອີກຂັ້ນ ເພື່ອເປັນເສນາທິການໃຫ້ອົງການປົກຄອງເມືອງໃນການເຕົ້າໂຮມຄວາມສາມັກຄີທຸລະກິດໃນເມືອງເປັນອັນໜຶ່ງອັນດຽວ ສ້າງຄວາມເຂັ້ມແຂງໃນການຜະລິດ ແລະ ບໍລິການ ນໍາໄປສູ່ສ້າງຖານລາຍຮັບໃຫ້ພາກລັດ ແລະ ການຈ້າງງານທີ່ໝັ້ນຄົງ.

ທ່ານ ອຸເດດ ສຸວັນນະວົງ ປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ( ສຄອຊ ) ໄດ້ກ່າວໃນພິທີສ້າງຕັ້ງ ສຄອ ເມືອງໄຊເສດຖາ ວ່າ: ການປະກາດ ສຄອ ເມືອງໄຊເສດຖາ ຖືເປັນການຍົກລະດັບການດໍາເນີນທຸລະກິດພາຍໃນເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ຂຶ້ນສູ່ບາດກ້າວໃໝ່ ໂດຍສະເພາະການເຕົ້າໂຮມຫົວໜ່ວຍທຸລະກິດພາຍໃນເມືອງໃຫ້ເຂັ້ມແຂງ ສາມາດນໍາສະເໜີບັນຫາ ແລະ ສິ່ງທ້າທາຍຂອງພາກທຸລະກິດ ເພື່ອສັງລວມນໍາສະເໜີ ສຄອ.ນວ ແລະ ສຄອຊ.

อาจเป็นรูปภาพของ 1 คน และกำลังนั่ง

ທ່ານປະທານ ສຄອຊ ຍັງເນັ້ນເຖິງ 6 ເສົາຄໍ້າທີ່ ສຄອຊ ກໍານົດໃນແຜນປີ 2021 – 2025 ເພື່ອໃຫ້ ສຄອ ເມືອງໄຊເສດຖາ ນໍາໄປຜັນຂະຫຍາຍເປັນແຜນງານຂອງຕົນເປັນຕົ້ນແມ່ນ:

1. ປັບປຸງສະພາບແວດລ້ອມການດໍາເນີນທຸລະກິດໃນເມືອງໄຊເສດຖາ ໃຫ້ມີສະພາບທີ່ເອື້ອອໍານວຍສາມາດເກີດທຸລະກິດໃໝ່ ພ້ອມທັງຄ່ອຍຫັນຫົວໜ່ວຍທຸລະກິດນອກລະບົບເຂົ້າສູ່ລະບົບ.

2. ການບໍລິການສົ່ງເສີມທຸລະກິດຂະໜາດນ້ອຍ – ຂະໜາດກາງ ວຽກງານນີ້ສໍາຄັນ ເພາະວ່າທຸລະກິດຂັ້ນເມືອງສ່ວນຫຼາຍທຸລະກິດຂະໜາດນ້ອຍ – ຂະໜາດກາງ; ການລະດົມ ແລະ ໃຫ້ບໍລິການເຂົາເຈົ້າ ເປັນຕົ້ນແມ່ນຄວາມຮູ້ການດໍາເນີນທຸລະກິດ, ການເຂົ້າຫາແຫຼ່ງທຶນ, ປະຕິບັດຕາມນະໂຍບາຍທະນາຄານ, ສະຖາບັນການເງິນ ຮູ້ຈັກບໍລິຫານຫ້າງຮ້ານຂອງຕົນເອງ, ຮັກສາຄວາມສະອາດ ແລະ ອື່ນໆ ເປັນໜ້າທີ່ຂອງ ສຄອ ເມືອງ ຕ້ອງໄດ້ນໍາພາປະຕິບັດ, ໃນອະນາຄົດສູນບໍລິການ ເອັສເອັມອີ ຈະມີຂຶ້ນໃນຂັ້ນເມືອງ ຖ້າເຮົາບໍ່ຂະຫຍາຍການບໍລິການອອກໄປເມືອງແນ່ນອນການບໍລິການຈະບໍ່ທົ່ວເຖິງ.

3. ເສົາຄໍ້າດ້ານການສົ່ງເສີມຜະລິດຕະພັນລາວ ບໍ່ວ່າຈະເປັນການຜະລິດ, ການຊົມໃຊ້, ການບໍລິການທີ່ເປັນກິດຈະການ ຫຼື ໂຮງງານຂອງລາວ ສຄອ ເມືອງ ຈະຊ່ວຍຂັບເຄື່ອນໃຫ້ວຽກດັ່ງກ່າວມີການຂະຫຍາຍຕົວ ແລະ ເຂັ້ມແຂງ.

4. ເສົາຄໍ້າດ້ານການເຊື່ອມໂຍງເສດຖະກິດໃນລະດັບພາກພື້ນ ການດໍາເນີນການຜະລິດທີ່ສາມາດສົ່ງອອກໄດ້ແມ່ນສ້າງຜົນກໍາໄລດີກວ່າ. ສະນັ້ນ, ເຮັດແນວໃດໃຫ້ເຊື່ອມໂຍງເສດຖະກິດ, ການຄ້າຊາຍແດນ ແລະ ບັນຫາປິ່ນອ້ອມຈະມີ ຄວາມຄ່ອງຕົວ ສຄອ ເມືອງ ຕ້ອງເປັນຜູ້ປະສານງານເພື່ອນໍາຜົນປະໂຫຍດມາໃຫ້ສະມາຊິກ.

5. ວຽກງານພັດທະນາຜູ້ປະກອບການ ແລະ ວຽກສະຫວັດດີການສັງຄົມພວກເຮົາ ກໍເປັນອົງກອນທີ່ຕາງໜ້າຜູ້ໃຊ້ແຮງງານ. ສະນັ້ນ, ເພື່ອປົກປ້ອງຜົນປະໂຫຍດຂອງຜູ້ອອກແຮງງານ ແລະ ການສ້າງວຽກເຮັດງານທໍາໃຫ້ຂະຫຍາຍຕົວຂຶ້ນ.

6. ເສີມສ້າງຄວາມເຂັ້ມແຂງໃຫ້ແກ່ອົງການຈັດຕັ້ງທາງພາກທຸລະກິດໃນລະດັບເມືອງ ແມ່ນເນັ້ນສ້າງຄວາມເຂັ້ມແຂງຂອງກຸ່ມການຜະລິດຕ່າງໆ, ສະຫະກອນ ຫຼື ອົງການຈັດຕັ້ງທີ່ເປັນຂອງນັກທຸລະກິດ.

อาจเป็นรูปภาพของ 10 คน และผู้คนกำลังยืน

ນອກຈາກ 6 ເສົາຄໍ້າທີ່ກ່າວມາຂ້າງເທິງແລ້ວນີ້ ທ່ານຍັງເນັ້ນວ່າ: ໜ້າທີ່ຕົ້ນຕໍຂອງ ສຄອ ເມືອງແມ່ນເຕົ້າໂຮມນັກທຸລະກິດ ໂດຍສະເພາະໃນຕົວເມືອງຂອງພວກເຮົາມີ 8 ພັນຫົວໜ່ວຍ ຈໍານວນໜຶ່ງຂຶ້ນກັບສູນກາງ ເຊິ່ງຍັງມີ 3 ພັນຫົວໜ່ວຍໃນລະດັບເມືອງ, ນອກຈາກເຕົ້າໂຮມສະມາຊິກແລ້ວ ວຽກງານການສ້າງຖານຂໍ້ມູນ ເກັບກໍາຂໍ້ມູນການຕະຫຼາດ, ລາຄາສິນຄ້າ, ຂໍ້ມູນໃນການດໍາເນີນທຸລະກິດ, ຈໍານວນແຮງງານ ແລະ ອື່ນໆທີ່ຈໍາເປັນ ຖ້າມີຂໍ້ມູນດັ່ງກ່າວແລ້ວກໍເພື່ອສະດວກໃນການວາງແຜນໃຫ້ຮູ້ວ່າຈຸດໃດເຮົາຕ້ອງສົ່ງເສີມໃຫ້ທຸລະກິດມີ ຄວາມເຂັ້ມແຂງ.