ສຸລິຈັນ ສໍາເລັດພາລະກິດທີ່ບ້ານເກີດ ກັບມາຍິງປະຕູໄດ້ສູງສຸດຕໍ່ນັດ ໃນຟຸດຊໍ ຣີໄວ ຄັບ

183

ການແຂ່ງຂັນຟຸດຊໍລາຍການ ຣີໄວ ຄັບ 2021 ຊີງຂັນປະທານສະຫະພັນບານເຕະແຫ່ງຊາດລາວ ( REVIVE FUTSAL President LFF Cup 2021 ) ລະຫວ່າງວັນທີ 6-7 ມີນາ 2021 ເຊິ່ງເຫດການເດັ່ນຢູ່ທີ່ການແຂ່ງຂັນກຸ່ມ B ຄູ່ລະຫວ່າງ ຮ້ານເບ ປີ້ງແບ້ ສະຫວັນ ມາລວຍ ພົບກັບ ເຄພີທີ ເພື່ອລຸ້ນເກັບໂອກາດເຂົ້າຮອບ ເນື່ອງຈາກທັງສອງທີມມີ 6 ຄະແນນເທົ່າກັນ.

ນັດດັ່ງກ່າວ ຮ້ານເບ ປີ້ງແບ້ ສະຫວັນ ມາລວຍ ທີມແຊັມຟຸດຊໍທົ່ວນະຄອນຫຼວງປີ 2020 ໄດ້ ສຸລິຈັນ ພະສະແຫວງ ນັກເຕະຄົນສໍາຄັນມາຊ່ວຍທີມ ແລະ ລາວກໍບໍ່ເຮັດໃຫ້ຜິດຫວັງເໝົາຄົນດຽວ 6 ປະຕູໃນນາທີໆ 5, 12, 18, 20, 28 ແລະ 34 ກ່ອນຊ່ວຍໃຫ້ທີມເອົາຊະນະ ເຄພິທີ ໄປຂາດລອຍ 16-2 ພ້ອມທັງເຮັດໃຫ້ ສຸລິຈັນ ກາຍເປັນນັກເຕະທີ່ຍິງປະຕູໄດ້ຫຼາຍທີ່ສຸດຕໍ່ນັດໃນຟຸດຊໍ ຣີໄວ ຄັບ ແຊງ ສົມພອນ ສໍາເພົານັກ ນັກເຕະເພື່ອນຮ່ວມທີມທີ່ກ່ອນໜ້ານີ້ຍິງໄດ້ສູງສຸດຕໍ່ນັດ 5 ປະຕູໃນນັດທໍາອິດທີ່ພາທີມເອົາຊະນະ ຮ້ານນໍ້າເຕົາຮູ້ ຕ້ຍ-ຈ່ອຍ 18-2 (ຄລິບການຍິງປະຕູຂອງ ສຸລິຈັນ ລຸ່ມນີ້)

ຈາກຜົນດັ່ງກ່າວເຮັດໃຫ້ ທີມຮ້ານເບ ປີ້ງແບ້ ສະຫວັນ ມາລວຍ ເກັບເພີ່ມເປັນ 9 ຄະແນນຈາກ 4 ນັດຢຶດອັນດັບ 2 ຂອງຕາຕະລາງຄະແນນລວມ ຕາມຫຼັງທີມນໍາຢ່າງ ໄອ-ສະປອດ ທີ່ມີ 12 ຄະແນນທີ່ເຂົ້າຮອບເປັນທີມທໍາອິດ, ສ່ວນ ເຄພີທີ ຈໍ່ຈະໝົດໂອກາດລຸ້ນເຂົ້າຮອບ ເນື່ອງຈາກຍັງມີ 6 ຄະແນນນັດຕໍ່ໄປຕ້ອງຊະນະໃຫ້ຫຼາຍໆປະຕູທີ່ສຸດ ແລະ ຕ້ອງລຸ້ນໃຫ້ ຮ້ານເບ ປີ້ງແບ້ ສະຫວັນ ມາລວຍ ເສຍຫຼາຍປະຕູ ເພາະ ຮ້ານເບ ປີ້ງແບ້ ສະຫວັນ ມາລວຍ ເປັນທີມທີ່ຍິງປະຕູໄດ້ຫຼາຍທີ່ສຸດເຖິງ 50 ປະຕູ ແລະ ເສຍ 11 ປະຕູ.

ຫຼັງຈົບການແຂ່ງຂັນ ສຸລິຈັນ ໃຫ້ສໍາພາດວ່າ: ນັດນີ້ອ້າຍນ້ອງມີຄວາມສາມັກຄີກັນ ເຮັດໃຫ້ພວກເຮົາສາມາດຫຼິ້ນໄດ້ງ່າຍຕາມລະບົບທີ່ຄູຝຶກວາງໄວ້ ຈົນໄດ້ຮັບໄຊຊະນະ ແນ່ນອນນັດນີ້ແມ່ນພໍໃຈກັບຜົນງານ ເນື່ອງຈາກບໍ່ໄດ້ຊ້ອມກັບອ້າຍນ້ອງ 2 ອາທິດ ເພາະຕິດພາລະກິດໄປແຂ່ງຂັນບານເຕະ 11 ຄົນທີ່ແຂວງເຊກອງ ດ້ວຍການພາທີມ ບ້ານພັກພັນໄຊ ຄວ້າແຊັມບານເຕະຊີງຂັນບັ້ນເລືອກຕັ້ງສະມາຊິດສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນແຊວງເຊກອງ ຫຼັງສໍາເລັດກໍກັບມາແຂ່ງຂັນຟຸດຊໍຕໍ່ເລີຍ.

ສໍາລັບ ສຸລິຈັນ ພະສະແຫວງ ກ່ອນໜ້ານີ້ລົງສະໜາມນັດທໍາອິດໃນການແຂ່ງຂັນຟຸດຊໍລາຍການ ຣີໄວ ຄັບ 2021 ພາທີມ ປີ້ງເບ ປີ້ງແບ້ ສະຫວັນ ມາລວຍ ເອົາຊະນະ ຮ້ານນໍ້າເຕົາຮູ້ ຕຸ້ຍ-ຈ່ອຍ 18-2 ກ່ອນນັດທີ 2 ນັດຖັດມາຈະບໍ່ໄດ້ລົງສະໜາມຊ່ວຍທີມໄດ້ແກ່ ນັດທີ່ທີມຊະນະ ອໍນິວ 11-1 ແລະ 3 ເສຍໃຫ້ ໄອ-ສະປອດ 5-6 ແຕ່ຫຼ້າສຸດກັບມາຊ່ວຍທີມຊະນະຄູ່ແຂ່ງຂາດລອຍ ເມື່ອທ້າຍອາທິດ ທີ່ຜ່ານມາ ພ້ອມເກັບໂອກາດເຂົ້າຮອບສູງ.

ສຸລິຈັນ ເກີດວັນທີ 12 ກໍລະກົດ 1994 ທີ່ເມືຶອງລະມານ ແຂວງເຊກອງ ນັກກີລາຟຸດທີມຊາດລາວ ຫຼາຍໆຊຸດ ແລະ ຫຼ້າສຸດ ໃນປີ 2020 ໄດ້ລົງຫຼິ້ນກີລາບານເຕະໃຫ້ກັບ ເອັສທີທີ ເອັຟຊີ ກໍສາມາດຄວ້າ 2 ລາງວັນຄືລາງວັນນັກເຕະດີເດັ່ນ ແລະ ລາງວັນດາວຍິງສູງສຸດໃນລາວລີກ 2 ລະດູການ 2020 ຈາກຜົນງານຍິງໄປທັງໝົດ 17 ປະຕູ ແລະ ທ້າຍປີລົງແຂ່ງຂັນກີລາຟຸດຊໍພາທີມ ຮ້ານເບ ປີ້ງແບ້ ສະຫວັນ ມາລວຍ ຄວ້າແຊັມຟຸດຊໍທົ່ວນະຄອນຫຼວງ ປະຈໍາປີ 2020.
ຂ່າວ: ຄໍາສອນ; ຮູບ: LAO Futsal League