ທຽນຫອມດອກຈຳປາ ຜະລິດຕະພັນຂອງຄົນລາວ

1751

ປັດຈຸບັນມີຫຼາຍຜະລິດຕະພັນທີ່ລາວເຮົາສາມາດຜະລິດເອງໄດ້ ແຕ່ຫຼາຍຄົນຍັງບໍ່ຮູ້ ຫຼື ຍັງຂາດການໂຄສະນາໃຫ້ສັງຄົມໄດ້ຮູ້ຈັກ. ສະນັ້ນ, ຄໍລໍາຊື້ໄດ້ຂາຍໝານວັນນີ້ຈະນຳພາທ່ານມາຮູ້ຈັກກັບຜະລິດຕະພັນທຽນຫອມດອກຈຳປາ ເປັນສິນຄ້າຂອງຄົນລາວເຮົາຜະລິດເອງ ແຕ່ຄຸນນະພາບທຽບເທົ່າຂອງນຳເຂົ້າ.

ທ່ານ ນາງ ກັນຍາ ຜ່ານໄທ ເຈົ້າຂອງຜະລິດຕະພັນທຽນຫອມກາດອກຈຳປາ ບ້ານນາຄູນ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ໃຫ້ສຳພາດວ່າ: ການຜະລິດທຽນຫອມດອກຈຳປານີ້ ພວກເຮົາໄດ້ເລີ່ມຕົ້ນເຮັດມາແຕ່ປີ 2015 ເປັນໂຮງງານຂະໜາດນ້ອຍແບບຄອບຄົວ, ແຕ່ສາມາດຜະລິດທຽນເຫຼັ້ມນ້ອຍໄດ້ຫຼາຍ 1.000 ແກັດຕໍ່ເດືອນ, ຜະລິດທຽນໃຫຍ່ໄດ້ 300 – 400 ຄູ່ຕໍ່ມື້.

ຂັ້ນຕອນການຜະລິດແມ່ນບໍ່ຫຍຸ້ງຍາກ ພຽງເອົາວັດຖຸດິບທີ່ຈະເຮັດທຽນຕົ້ມນ້ຳ ແລ້ວກໍໃຊ້ເຄື່ອງຈັກໃນການຜະລິດ ໂດຍແຮງງານທີ່ໃຊ້ໃນການຜະລິດ ປະມານ 4 – 5 ຄົນຕໍ່ມື້ ອີງຕາມໜ້າວຽກ ມື້ໃດມີວຽກຫຼາຍ ຫຼື ໜ້ອຍ ແລະ ຄິດໄລ່ຄ່າແຮງງານເປັນຜະລິດຕະພັນຄື ຖ້າຜະລິດໄດ້ຫຼາຍກໍໄດ້ເງິນຫຼາຍ.

ไม่มีคำอธิบายรูปภาพ

ສ່ວນວັດຖຸດິບໃນການຜະລິດແມ່ນນຳເຂົ້າຈາກ ສປ ຈີນ ເນື່ອງຈາກຢູ່ພາຍໃນເຮົາບໍ່ມີ, ສ່ວນການຈຳໜ່າຍແມ່ນຈະໄປຈຳໜ່າຍຢູ່ຕ່າງແຂວງ ເພາະວ່າໃນນະຄອນຫຼວງ ວຽງຈັນ ຄ່ານິຍົມແມ່ນມັກຊື້ຂອງນຳເຂົ້າ, ແຕ່ຖ້າເຮົາເອົາໄປຂາຍຕ່າງແຂວງເຂົາເຈົ້າຈະຊື້ເພາະວ່າໃຊ້ຍີ່ຫຍໍ້ໃດກໍໄດ້.

ທ່ານ ນາງ ກັນຍາ ຜ່ານໄທ ໃຫ້ຮູ້ຕື່ມອີກວ່າ: ການຜະລິດທຽນຫອມນີ້ ຄິດວ່າຕົນເປັນເຈົ້າທຳອິດຂອງປະເທດທີ່ຜະລິດທຽນແບບນີ້, ແຕ່ຖ້າເປັນທຽນສີ, ທຽນເຜິ້ງນັ້ນຈະມີຫຼາຍຄົນຜະລິດ, ສ່ວນການຜະລິດເປັນທຽນເຫຼັ້ມທີ່ເປັນທຽນໂຮງງານນັ້ນຄາດວ່າຂອງພວກເຮົາເປັນບ່ອນທຳອິດ. ນອກຈາກນັ້ນ, ແມ່ນນຳເຂົ້າທຽນທີ່ອາດຈະພິມເປັນຕົວໜັງສືພາສາລາວ ໃນຖານະຕົວແທນຈຳໜ່າຍຊື່ໆ ແຕ່ບໍ່ແມ່ນຜະລິດຢູ່ລາວ ແລະ ທຽນຈະຂາຍດີໃນປີໜຶ່ງ ມີ 3 ໄລຍະ ຄື: ເຂົ້າພັນສາ, ອອກພັນສາ ແລະ ປີໃໝ່ລາວ ເຊິ່ງຍອດສະເລ່ຍການຂາຍທຽນເຮົາທັງທຶນ ແລະ ກຳໄລ ປະມານ 10 ກວ່າລ້ານຕໍ່ເດືອນ ໂດຍມີກຳໄລບໍ່ຫຼາຍ ແຕ່ພໍຢູ່ໄດ້.

อาจเป็นรูปภาพของ 2 คน

ນອກຈາກນີ້, ທ່ານຍັງຝາກເຖິງຄົນລາວໃຫ້ຫັນມາຊົມໃຊ້ສິນຄ້າຂອງຄົນລາວເຮົາຫຼາຍຂຶ້ນ ເພາະວ່າແຕ່ກ່ອນບໍ່ມີ ແຕ່ປັດຈຸບັນຄົນລາວກໍຜະລິດໄດ້ແລ້ວ ກໍຢາກໃຫ້ກັບມາລອງໃຊ້ເບິ່ງ, ບາງຄົນອາດຈະຄິດວ່າຂອງລາວໃຊ້ບໍ່ດີດອກ ແຕ່ທີ່ຈິງແລ້ວຍັງບໍ່ທັນໄດ້ຈັບ ບໍ່ທັນໄດ້ໃຊ້ຕົວຈິງ ແຕ່ວ່າເລື່ອງຄຸນນະພາບແມ່ນບໍ່ແຕກຕ່າງຫຍັງກັບຂອງນຳເຂົ້າຈາກຕ່າງປະເທດ.