ບໍ່ແກ້ວສຳເລັດໂຄງການທຳອິດທີ່ບໍ່ນຳໃຊ້ງົບປະມານຂອງລັດ ຕັ້ງຊື່ສວນຮ່ວມໃຈພັດທະນາ

399

ຊາວແຂວງບໍ່ແກ້ວພ້ອມໃຈກັນປະກອບທຶນ ແລະວັດສະດຸຕ່າງໆເພື່ອສ້າງສວນສາທາລະນະແຫ່ງໜຶ່ງ ເຊິ່ງເປັນໂຄງການທຳອິດໃນແຂວງບໍ່ແກ້ວທີ່ບໍ່ໄດ້ນຳໃຊ້ງົບປະມານຂອງລັດຖະບານ ຕັ້ງຊື່ວ່າ “ສວນສາທາລະນະຮ່ວມໃຈພັດທະນາ”.


ໂຄງການກໍ່ສ້າງສວນສາທາລະນະຮ່ວມໃຈພັດທະນາຢູ່ແຂວງບໍ່ແກ້ວໄດ້ສຳເລັດການກໍ່ສ້າງ ພ້ອມມີພິທີເປີດນໍາໃຊ້ຢ່າງເປັນທາງການໃນວັນທີ 8 ມີນາ 2021 ນີ້ຖືເປັນໂຄງການທໍາອິດທີ່ບໍ່ໄດ້ໃຊ້ງົບປະມານຂອງລັດຖະບານ ແຕ່ເປັນການປຸກລະດົມຂົນ ຂວາຍ, ການອຸປະຖໍາ, ການປະກອບສ່ວນດ້ານກໍາລັງແຮງງານຈາກບັນ ດາພະແນກການ, ອົງການອ້ອມຂ້າງແຂວງ, ກໍາລັງປກຊ-ປກສ, ລັດວິສາຫະກິດ, ໂຮງຮຽນ, ໂຮງໝໍ ແລະ ການປະ ກອບສ່ວນທາງດ້ານງົບປະມານທຶນຮອນ, ວັດສະດຸກໍ່ສ້າງຈາກພາກສ່ວນຕ່າງໆ ທັງພາກລັດ ແລະ ເອກະຊົນພາຍໃນ ແລະ ຕ່າງປະເທດ.


ສວນທາສາລະນະແຫ່ງນີ້ ແມ່ນແນວຄວາມຄິດຂອງເຈົ້າແຂວງບໍ່ແກ້ວ ໂດຍນໍາໃຊ້ເນື້ອທີ່ເປົ່າຫວ່າງຢູ່ບໍລິເວນເດີ່ນສະໂມສອນແຂວງ ແລະ ຫໍວັດທະນະທໍາແຂວງ ທັງໝົດ 10.883 ຕາແມັດ. ເລີ່ມລົງມືກໍ່ສ້າງມາແຕ່ທ້າຍປີ 2019. ລວມຜູ້ສະໜັບ ສະໜູນເປັນເງິນສົດ 441 ລ້ານກວ່າກີບ, ເປັນວັດຖຸລວມມູນຄ່າ 503 ລ້ານກວ່າກີບ.

ສໍາລັບການປົກປັກຮັກສາແມ່ນມອບໃຫ້ພະແນກການ, ກົມກອງ ສືບຕໍ່ບົວລະບັດຕາມການແບ່ງປັນຂອງອະນຸກໍາມະການ. ທັ້ງນີ້ ເພື່ອເປັນການຈັດຕັ້ງປະຕິບັດຄໍາຂວັນ 4 ສ ຄື: ສ້າງເມືອງຫ້ວຍຊາຍເປັນສີຂຽວ, ສະຫງົບ, ສະຫວ່າງ ແລະ ສະເໜ່ ໃຫ້ປະກົດຜົນເປັນຈິງ, ສ້າງສະພາບແວດລ້ອມອັນສວຍສົດງົດງາມ, ປະດັບເອ້ຫໍວັດທະນະທຳ ແລະ ສະໂມສອນແຂວງໃຫ້ເປັນເຂດສີ ຂຽວ, ເປັນບ່ອນ ພັກຜ່ອນຢ່ອນໃຈ, ທ່ຽວຊົມສວນດອກ ໄມ້, ອອກກໍາລັງກາຍ ແລະ ນໍາໃຊ້ເປັນບ່ອນຈັດກິດຈະກໍາທີ່ເປັນຜົນປະ ໂຫຍດໃຫ້ແກ່ສັງຄົມ ກໍ່ຄືການຈັດຕັ້ງຕ່າງໆ.

ໃນພິທີຄັ້ງນີ້ ຍັງໄດ້ມອບໃບຍ້ອງຍໍຂອງເຈົ້າແຂວງ ໃຫ້ພາກສ່ວນທີ່ປະກອບສ່ວນພັດທະນາສວນສາທາລະ ນະແຫ່ງນີ້ ໂດຍການເປັນກຽດມອບຂອງ ທ່ານ ບົວຄົງ ນາມະວົງ ເຈົ້າແຂວງໆ ບໍ່ແກ້ວ.

Cr: ຄໍາພັນ ແກ້ວມະນີ