ແຂວງບໍ່ແກ້ວ ເປີດສວນສາທາລະນະຮ່ວມໃຈພັດທະນາເພື່ອສັງຄົມຢູ່ແຂວງບໍ່ແກ້ວ

104

ໂຄງການກໍ່ສ້າງສວນສາທາລະນະແຫ່ງນີ້ ເປັນໂຄງການທໍາອິດທີ່ບໍ່ໄດ້ໃຊ້ງົບປະມານຂອງລັດ ແຕ່ໄດ້ດໍາເນີນການກໍ່ສ້າງດ້ວຍການປຸກລະດົມຂົນຂວາຍ, ການອຸປະຖໍາ, ການປະກອບສ່ວນ, ການຮ່ວມແຮງຮ່ວມໃຈທາງດ້ານກໍາລັງແຮງງານຂອງບັນດາພະແນກການ, ອົງການອ້ອມຂ້າງແຂວງ, ກໍາລັງປກຊ-ປກສ, ລັດວິສາຫະກິດ, ໂຮງຮຽນ, ໂຮງໝໍ ແລະ ການປະກອບສ່ວນທາງດ້ານງົບປະມານທຶນຮອນ, ວັດສະດຸກໍ່ສ້າງຂອງທຸກພາກສ່ວນພາກລັດ ແລະ ເອກະຊົນພາຍໃນ ແລະ ຕ່າງປະເທດ.

ສວນທາສາລະນະແຫ່ງນີ້ ແມ່ນແນວຄວາມຄິດຂອງທ່ານເຈົ້າແຂວງ ເຊິ່ງນຳໃຊ້ເນື້ອທີ່ເປົ່າຫວ່າງຢູ່ບໍລິເວນເດີນສະໂມສອນແຂວງ ແລະ ຫໍວັດທະນະທໍາແຂວງ ມີເນື້ອທີ່ທັງໝົດ 10.883 ຕາແມັດ, ການລົງມືກໍ່ສ້າງແມ່ນເລີ່ມກໍ່ສ້າງມາແຕ່ທ້າຍປີ 2019 ເຊິ່ງໜ້າວຽກທີ່ປະຕິບັດແມ່ນການສໍາຫຼວດ, ອອກແບບ, ການບຸກເບີກດຸດດິນເປັນລອກໜ້າດິນທໍາມະຊາດ, ປັບໜ້າດິນໃຫ້ໄດ້ຕາມລະດັບການອອກແບບ, ການຈັດລະດັັບ, ວັດແທກ, ຈັດວາງຕອນດິນ, ຈັດວາງໜານດອກໄມ້, ການກໍ່ສ້າງແມ່ນນໍາໃຊ້ທັງແຮງງານ ແລະ ກົນຈັກ.

ສໍາລັບແຮງງານແມ່ນທຸກໆວັນສຸກ ຫຼື ເອີ້ນວ່າວັນເສົາແດງ ເປັນທີ່ສ້າງຂະບວນການອອກແຮງງານລວມໃຫຍ່ຢູ່ສວນແຫ່ງນີ້. ລວມຜູ້ສະໜັບ ສະໜູນເປັນເງິນສົດ 441 ລ້ານກວ່າກີບ, ເປັນວັດຖຸ 503 ລ້ານກວ່າກີບ. ດັ່ງນັ້ນ ມາໃນວັນທີ 8 ມີນາ 2021ນີ້ ໄດ້ມີພິທີເປີດຢ່າງເປັນທາງການໂດຍການເຂົ້າຮ່ວມຂອງທ່ານ ປອ ບົວຄົງ ນາມມະວົງ ເຈົ້າແຂວງ ແຂວງບໍ່ແກ້ວ, ມີການນໍາແຂວງ, ນັກທຸລະກິດ, ຜູ້ປະກອບການ ຕະຫຼອດຮອດພະແນກການອ້ອມຂ້າງແຂວງເຂົ້າຮ່ວມ.


ພິທີໄດ້ມອບໃບຍ້ອງຍໍຂອງທ່ານເຈົ້າແຂວງ ໃຫ້ກັບພາກສ່ວນທີ່ປະ ກອບສ່ວນພັດທະນາສວນສາທາລະ ນະແຫ່ງນີ້ຕື່ມອີກ, ສໍາລັບການປົກປັກຮັກສາແມ່ນມອບໃຫ້ພະແນກການ, ກົມກອງ ສືບຕໍ່ບົວລະບັດຕາມການແບ່ງປັນຂອງອະນຸກໍາມະການ. ນີ້ກໍ່ເພື່ອເປັນການຈັດຕັ້ງປະຕິບັດຄໍາຂວັນ 4 ສ ຄື: ສ້າງເມືອງຫ້ວຍຊາຍເປັນສີຂຽວ, ສະຫງົບ, ສະຫວ່າງ ແລະ ສະເໜ່ ໃຫ້ປະກົດຜົນເປັນຈິງ, ສ້າງສະພາບແວດລ້ອມອັນສວຍສົດງົດງາມ, ປະດັບເອ້ຫໍວັດທະນະທຳ ແລະ ສະໂມສອນແຂວງໃຫ້ເປັນເຂດສີຂຽວ, ເປັນບ່ອນພັກຜ່ອນຢ່ອນໃຈ, ທ່ຽວຊົມສວນດອກໄມ້, ອອກກໍາລັງກາຍ ແລະ ນໍາໃຊ້ເປັນບ່ອນຈັດກິດຈະກໍາທີ່ເປັນຜົນປະໂຫຍດໃຫ້ແກ່ສັງຄົມ ກໍ່ຄືການຈັດຕັ້ງຕ່າງໆ.


ຂ່າວ-ພາບ: ຄໍາພັນ ແກ້ວມະນີ