ແຂວງອັດຕະປື ເລີ່ມສັກວັກຊິນປ້ອງກັນ ໂຄວິດ-19 ໃຫ້ກຸ່ມທີ່ມີຄວາມສ່ຽງ

326

ໃນວັນທີ 9 ມີນາ 2021 ນີ້ແຂວງອັດຕະປື ໄດ້ຈັດພິທີສັກຢາວັກຊິນປ້ອງກັນພະຍາດໂຄວິດ-19  ເຂັມທໍາອິດ ໃຫ້ກຸ່ມເປົ້າໝາຍທີ່ມີຄວາມສ່ຽງ ຂຶ້ນທີ່ໂຮງໜໍແຂວງ, ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ປທ ອິນປັນ ອິນທິລາດ ຫົວໜ້າພະ ແນກສາທາລະນະສຸກ ແຂວງອັດຕະປື, ມີອໍານວຍການໂຮງໝໍ, ພ້ອມດ້ວຍພະນັກງານແພດ-ໝໍ ເຂົ້າຮ່ວມ.

ທ່ານ ອິນປັນ ອິນທິລາດ ໄດ້ກ່າວມີຄໍາເຫັນວ່າ: ບຸກຄະລາກອນທີ່ເປັນກຸ່ມສ່ຽງທີ່ຈະໄດ້ຮັບວັກຊິນ ປ້ອງກັນພະຍາດໂຄວິດ-19 ເຂັມທໍາອິດ ຄັ້ງນີ້ປະກອບມີ: ຄະນະນໍາຂອງແຂວງ, ເມືອງ, ພະນັກງານພະນັກງານແພດ-ໝໍ, ບັນດາຜູ້ໃຫ້ບໍລິຫານນັກທ່ອງທ່ຽວ, ເຈົ້າຂອງເຮືອນພັກ, ໂຮງແຮມ, ຮ້ານອາຫານ, ກຸ່ມຄົນທີ່ປະຕິບັດໜ້າທີ່ຕາມຈຸດຜ່ານແດນສາກົນຕ່າງໆ ແລະ ພາກສ່ວນອື່ນໆຕາມລໍາດັບ ທີ່ຈະໄດ້ຮັບວັກຊິນໂຄວິດ-19 ແລະ ວັກຊິນທີ່ນໍາມາສັກໃຫ້ກຸ່ມສ່ຽງກ່ອນໝູ່ຄັ້ງນີ້.

ເປັນວັກຊິນທີ່ລັດຖະບານລາວໄດ້ຮັບການຊ່ວຍເຫຼືອຈາກລັດຖະບານຈີນ ທີ່ຜະລິດໂດຍບໍລິສັດຊີໂນຟາມ,ພ້ອມດຽວກັນນີ້ປັດຈຸບັນລັດຖະບານລາວເຮົາ ຍັງໄດ້ສືບຕໍ່ປະສານງານກັບອົງການສາກົນ ເພື່ອນຳວັກຊີນກັນພະຍາດ ໂຄວິດ-19 ເຂົ້າມາຕື່ມອີກ ເພື່ອທີ່ຈະນໍາມາສັກໃຫ້ປະຊາຊົນລາວ ກຸ່ມຄົນອື່ນໆໃນຂັ້ນຕໍ່ໄປ.ເຊິ່ງແຂວງອັດຕະປື ມີເປົ້າໝາຍເບື້ອງຕົ້ນຈະໄດ້ຮັບວັກຊິນມີທັງໝົດ 4 ພັນຄົນ ແລະ ຂະບວນການສັກວັກຊິນເທື່ອນີ້ຈະເລີ່ມສັກແຕ່ວັນທີ 9 -​ 18 ມີນາ 2021 ຈິ່ງສໍາເລັດ.

ໂອກາດດັ່ງກ່າວທ່ານ ປທ ອິນປັນ ອິນທິລາດ ເລຂາຄະນະພັກຮາກຖານ ຫົວໜ້າພະແນກສາທາລະນະສຸກແຂວງອັດຕະປື ກໍ່ເຂົ້າຮັບການສັກວັກຊິນປ້ອງກັນພະຍາດໂຄວິດ 19 ເປັນຜູ້ທໍາອິດຂອງແຂວງ ທັງນີ້ກໍ່ເພື່ອສ້າງຄວາມໝັ້ນໃຈ ແລະ ຂວັນກຳລັງໃຈໃຫ້ແກ່ພະນັກງານແພດໝໍ ທີ່ຈະສັກວັກຊີນໃນຂັ້ນຕໍ່ໄປ. ຂ່າວ: ສີຫົງ