ເຈົ້າຂອງຕະຫຼາດໄຮ່ຄໍາ ນັກທຸລະກິດຍິງໃຈສູ້ ລົງມືເຮັດດ້ວຍຄວາມດຸໝັ່ນ ແລະ ອົດທົນ

131

ປະສົບການໃນການດໍາເນີນທຸລະກິດຂອງທ່ານ ນາງ ສຸດທິດາ ປຣີຊາຍານ ເຈົ້າຂອງຕະຫຼາດໄຮ່ຄໍາ ແມ່ນບໍ່ມີຫຼັກສູດຕາຍໂຕ ພຽງແຕ່ຕັ້ງໃຈລົງມືເຮັດດ້ວຍຄວາມດຸໝັ່ນ, ອົດທົນ ແລະ ຊອກໂອກາດໃນການຂະຫຍາຍທຸລະກິດ ຕອບໂຈດຄວາມຕ້ອງການຂອງສັງຄົມ ຈົນກ້າວມາເປັນນັກທຸລະກິດຍິງໜຸ່ມນ້ອຍ ທີ່ປະສົບຜົນສໍາເລັດ.

ທ່ານ ນາງ ສຸດທິດາ ປຣີຊາຍານ ເຈົ້າຂອງຕະຫຼາດໄຮຄໍາ ບ້ານໄຮຄໍາ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ກ່າວວ່າ: ຕົນເອງແມ່ນມັກໃນການຄ້າຂາຍມາກ່ອນ ເນື່ອງຈາກໄດ້ຮຽນຮູ້ນໍາພໍ່ – ແມ່ ທີ່ດໍາເນີນທຸລະກິດແສງສະຫວ່າງພັນປາ. ພາຍຫຼັງທີ່ຕົນເອງຈົບມໍ 6 ກໍຕັດສິນໃຈສືບຕໍ່ດໍາເນີນທຸລະກິດທີ່ພໍ່ແມ່ສ້າງໄວ້ໃຫ້ ໂດຍໄດ້ເປີດຮ້ານ ສະຫວ່າງການກະເສດ ຂາຂາ 2(ຕະຫຼາດທາດຫຼວງ)ເປັນຂອງຕົນເອງ ເຊິ່ງທຸລະກິດກໍໄດ້ຮັບຜົນຕອບຮັບຈາກສັງຄົມ ແລະ ມີຄວາມໝັ້ນຄົງ.

ຫຼັງຈາກດໍາເນີນທຸລະກິດມາໄດ້ໄລຍະໜຶ່ງກໍເຫັນໂອກາດໃນທຸລະກິດດ້ານອະສັງຫາລິມະຊັບ ຕົນເອງກໍຕັດສິນໃຈ ຊື້ດິນເພື່ອຂາຍຕໍ່ ເຊິ່ງຖືວ່າໄດ້ຮັບຄວາມສົນໃຈຈາກສັງຄົມເປັນຢ່າງດີ. ຫຼັງຈາກນັ້ນ ຕົນເອງສັງເກດເຫັນປະຊາຊົນນໍາເອົາຜົນຜະລິດທາງດ້ານກະສິກໍາ ມາວາງຂາຍໃນເນື້ອທີ່ດິນຂອງຕົນເອງ ກໍ່ມີຄວາມສົນໃຈໃນການສ້າງຕະຫຼາດທີ່ໄດ້ມາດຕະຖານ ເພື່ອໃຫ້ປະຊາຊົນ, ຊາວຄ້າຂາຍໄດ້ໃຊ້ເປັນບ່ອນຊື້ຂາຍ ເຊິ່ງຮອດປີ 2014 ກໍໄດ້ລົງທຶນສ້າງ ແລະ ເປີດບໍລິການຕະຫຼາດໄຮຄໍາມາຮອດທຸກວັນນີ້.

ທ່ານກ່າວວ່າ: ໂດຍເຫັນໄດ້ຄວາມສໍາຄັນ ແລະ ເນື້ອທີ່ຕະຫຼາດທີ່ເໝາະສົມມີຫຼາຍກວ່າ 6 ເຮັກຕາ; ສະນັ້ນ ກໍໄດ້ຍົກລະດັບຕະຫຼາດໄຮຄໍາເປັນຕະຫຼາດຂາຍຍົກ – ຂາຍຍ່ອຍແຫ່ງທີ 2 ຂອງນະຄອນຫຼວງວຽງຈັນ ນັບແຕ່ປີ 2017 ເປັນຕົ້ນມາເຊິ່ງໄດ້ມີການພັດທະນາຫຼາຍໆດ້ານບໍ່ວ່າຈະເປັນການຂະຫຍາຍຕຶກອາຄານ ແລະ ປູຄອນກີດພາຍໃນຕະຫຼາດ, ເສັ້ນທາງເຂົ້າຕະຫຼາດກໍມີຄວາມກວ້າງຂວາງສະດວກສະບາຍ ເພື່ອເປັນສະຖານທີ່ສໍາລັບແລກປ່ຽນຊື້ຂາຍສິນຄ້າ ໃນຂອບເຂດທົ່ວປະເທດບໍ່ວ່າຈະເປັນສິນຄ້າທີ່ມາຈາກບັນດາແຂວງພາກເໜືອ ແລະ ບັນດາແຂວງພາກໃຕ້ ກໍໄດ້ນໍາມາລົງ ແລະ ຊື້ຂາຍໃນຕະຫຼາດຂອງພວກເຮົາ.

ສໍາລັບທ່າແຮງຂອງຕະຫຼາດໄຮຄໍາພາຍຫຼັງເປີດນໍາໃຊ້ເສັ້ນທາງລົດໄຟລາວຈີນໃນທ້າຍປີນີ້ ຈະເປັນໂອກາດອັນດີ ໃນການຄ້າຂາຍພາຍໃນຕະຫຼາດຂອງພວກເຮົາ ເພາະສະຖານທີ່ແມ່ນຢູ່ໃກ້ກັບສະຖານີລົດໄຟທ່ານາແລ້ງ, ເປັນຈຸດໃຈກາງລະຫວ່າງສິນຄ້າທີ່ມາຈາກແຂວງພາກເນືອ ແລະ ແຂວງພາກໃຕ້ ເຊິ່ງພວກເຮົາມີສະຖານທີ່ກວ້າງຂວາງໃຫ້ພໍ່ຄ້າຄົນກາງໃຊ້ເປັນພື້ນທີ່ໃນການ ເກັບຊື້ສິນຄ້າເພື່ອສົ່ງໄປຂາຍຕ່າງປະເທດໂດຍຜ່ານເສັ້ນທາງລົດໄຟລາວ – ຈີນ.

ເນື່ອງໃນໂອກາດ ສະເຫຼີມສະຫຼອງວັນແມ່ຍິງສາກົນຄົບຮອບ 111 ປີຕົນເອງກໍຂໍອວຍພອນມາຍັງເອື້ອຍນ້ອງແມ່ຍິງທຸກຄົນຈົ່ງມີຄວາມຮັ່ງມີຜາສຸກ ປະສົບຜົນສໍາເລັດໃນໜ້າທີ່ວຽກງານ ສາມາດຜ່ານຜ່າວິກິດການລະບາດຂອງໂຄວິດ-19. ສໍາລັບ ເອື້ອຍນ້ອງຍິງ ຫຼື ຜູ້ທີ່ສົນໃຈຢາກເຂົ້າມາຄ້າຂາຍ ທາງຕະຫຼາດພວກເຮົາກໍພ້ອມທີ່ຈະສົ່ງເສີມ.

ຕະຫຼາດໄຮຄຳເປີດໃຫ້ບໍລິກາຕະຫຼອດ 24 ຊົ່ວໂມງ ນອກນັ້ນໃນປັດຈຸບັນກໍມີນະໂຍບາຍຫຼາຍຢ່າງເຊັ່ນ: ການຊື້ໂຕະເສຍຄ່າປີ້ລາຍວັນ, ຫ້ອງນໍ້າບໍ່ເກັບຄ່າບໍລິການ, ອາກາດປອດໂປ່ງ ແລະ ທາງເຂົ້າອອກກໍ່ມີຄວາມສະດວກສະບາຍ.