ກໍານົດແແຈ້ງຊັດເຈນ! ເລີີ່ມມື້ນີ້ເປັນຕົ້ນໄປ ຫ້າມຈອດລົດທຸກຊະນິດຢູ່ເບື້ອງຕະຫຼາດໜອງຈັນ

296

ເພື່ອແກ້ໄຂຄວາມແອອັດສັບສົນບໍ່ເປັນລະບຽບຮຽບຮ້ອຍ ຢູ່ເສັ້ນທາງໜອງບອນ (ຕໍ່ໜ້າຕະຫຼາດໜອງຈັນ) ແຕ່ 4 ແຍກໄຟແດງສະຖານີລົດເມ ຫາ 4 ແຍກໄຟແດງວັດທາດຝຸ່ນໃຫ້ມີຄວາມເປັນລະບຽບຮຽບຮ້ອຍ ແລະ ສະອາດຈົບງາມ.

ຕະຫຼາດໜອງຈັນ

ຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ, ນະຄອນຫຼວງວຽງຈັນ (ຄບຕ.ນວ) ອອກແຈ້ງການ ເລກທີ 1167/ຄບຕ.ນວ, ວັນທີ 26 ກຸມພາ 2021 ເຖິງບັນດາຜູ້ຂັບຂີ່ລົດ ແລະ ແມ່ຄ້າຊາວຂາຍ ເລື່ອງຫ້າມຈອດລົດທຸກຊະນິດ ຢູ່ເສັ້ນທາງໜອງບອນແຕ່ໄຟແດງ ສະຖານີລົດເມຫາໄຟແດງວັດທາດຝຸ່ນ (ເບື້ອງຕະຫລາດໜອງຈັນ) ເພື່ອແກ້ໄຂຄວາມແອອັດສັບສົນບໍ່ເປັນລະບຽບຮຽບຮ້ອຍ ຢູ່ເສັ້ນທາງໜອງບອນ (ຕໍ່ໜ້າຕະຫຼາດໜອງຈັນ) ແຕ່ 4 ແຍກໄຟແດງສະຖານນີລົດເມ ຫາ 4 ແຍກໄຟແດງວັດທາດຝຸ່ນໃຫ້ມີຄວາມເປັນລະບຽບຮຽບຮ້ອຍ ແລະ ສະອາດຈົບງາມ.

ໂດຍ ຄບຕ.ນວ ແຈ້ງໃຫ້ບັນດາຜູ້ຂັບຂີ່ລົດ ແລະ ຊາວຄ້າຂາຍທີ່ຈອດລົດລຽບຕາມແຄມເສັ້ນທາງໜອງບອນ ບໍລິເວນາຕະຫຼາດໜອງຈັນ ຊາບ ແລະ ປະຕິບັດດັ່ງນີ້:

ຕະຫຼາດໜອງຈັນ

1 ຄບຕ.ນວ ຈະໄດ້ສົມທົບກັບພະແນກໂຍທາທິການ ແລະ ຂົນສົ່ງ.ນວ, ເຈົ້າໜ້າທີ່ຕໍາຫລວດຈາກກອງບັນຊາການ ປກສ.ນວ; ໜ່ວຍງານສະເພາະກິດຈັດສັນ ເມືອງສີສັດຕະນາກ, ພະນັກງານບ້ານຫນອງຈັນ ແລະ ພາກສ່ວນທີ່ກ່ຽວຂ້ອງຈະໄດ້ລົງຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍ ຖະຫນົນໜອງບອນ ແຕ່ວັນທີ 9 ມີນາ ເປັນຕົ້ນໄປ.

ພາບປະກອບຂ່າວເທົ່ານັ້ນ ບໍ່ມີສ່ວນກ່ຽວຂ້ອງກັບເນື້ອໃນຂ່າວ

2 ຫ້າມບໍ່ໃຫ້ລົດທຸກຊະນິດ ຈອດຢູ່ເສັ້ນທາງໜອງບອນ ແຕ່ໄຟແດງສະຖານນີລົດເມ ຫາໄຟແດງວັດທາດຝຸ່ນເບື້ອງຕະຫລາດຫນອງຈັນ ໃນວັນລັດຖະການ (ວັນຈັນ ຫາ ວັນສຸກ) ແຕ່ເວລາ 7:00 ໂມງເຊົ້າ ຫາ 17:00 ໂມງແລງ ເຊິ່ງຈະເລີ່ມຈັດຕັ້ງປະຕິບັດແຕ່ ວັນທີ 9 ເດືອນ ມີນາ 2021 ນີ້ ເປັນຕົ້ນໄປ.

ຕະຫຼາດໜອງຈັນ

3 ຖ້າທ່ານໃດລະເມີດຈະຖືກເຈົ້າໜ້າທີ່ ປະຕິບັດຕາມລະບຽບກົດໝາຍຂອງບ້ານເມືອງທີ່ໄດ້ກໍານົດໄວ. ດັ່ງນັ້ນ, ຈົ່ງແຈ້ງມາຍັງບັນດາທ່ານ ນັກຂັບຂີ່ ແລະ ແມ່ຄ້າຊາວຂາຍຊາບທົ່ວເຖິງກັນ ແລະ ປະຕິບັດຕາມແຈ້ງການນີ້ຢ່າງເຂັ້ມງວດ.