ກຽມຮັບມືໃຫ້ດີ! ອຸຕຸເຕືອນ 11-14ມີນາ ພາຍຸຈະເຂົ້າ ພ້ອມມີຝົນຕົກຟ້າຮ້ອງຟ້າເຫຼື້ອມ

0
638

ອຸຕຸເຕືອນໃຫ້ເຝົ້າລະວັງພາຍຸຝົນຕົກຟ້າຮ້ອງຟ້າເຫຼື້ອມ ແລະ ລົມພັດແຮງ ໄລຍະວັນທີ 11-14 ມີນານີ້ ເນື່ອງຈາກມວນອາກາດຮ້ອນຈະປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ສົມທົບກັບສອງກະແສລົມຕາເວັນຕົກ ແລະ ລົມຕາເວັນອອກສ່ຽງໃຕ້ພັດປົກຄຸມເຂດພາກກາງ ແລະ ພາກເໜືອ ຊຶ່ງຈະເຮັດໃຫ້ມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງພາກເໜືອ ລົງຫາພາກກາງ.

ກົມອຸຕຸນິຍົມ ແລະ ອຸທົກກະສາດ ອອກບົດລາຍງານສະພາບອາກາດ ເລກທີ 0262/ກອຕທ, ນະຄອນຫຼວງວຽງຈັນ, ວັນທີ 8 ມີນາ 2021 ຄາດຄະເນສະພາບອາກາດ ໃນໄລຍະວັນທີ 8 – 14 ມີນາ 2021 ວ່າ: ໃນໄລຍະຕົ້ນ ຫາ ກາງອາທິດນີ້ ບໍລິເວນຄວາມກົດດັນອາກາດສູງຈະປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ດ້ວຍກໍາລັງອ່ອນຫາປານກາງ ສົມທົບກັບກະແສລົມຕາເວັນອອກພັດປົກຄຸມ ຊຶ່ງຈະເຮັດໃຫ້ອາກາດເຢັນລົງເລັກນ້ອຍໃນເຂດພາກເໜືອ ແລະ ພາກກາງ ພ້ອມມີຝົນຕົກໃນລະດັບຄ່ອຍ, ສ່ວນພາກໃຕ້ອາກາດຮ້ອນ.

ໃນໄລຍະກາງ ຫາ ທ້າຍອາທິດ ມວນອາກາດຮ້ອນຈະປົກຄຸມດ້ວຍກຳລັງອ່ອນ ຫາ ປານກາງ ສົມທົບກັບກະແສລົມຕາເວັນຕົກພັດປົກຄຸມເຂດພາກເໜືອ ແລະ ກະແສລົມຕາເວັນອອກສ່ຽງໃຕ້ພັດປົກຄຸມເຂດພາກກາງ ແລະ ພາກໃຕ້ ຊຶ່ງຈະເຮັດໃຫ້ອາກາດຮ້ອນ ຫາ ຮ້ອນເອົ້າໃນແຕ່ລະພາກ ແລະ ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງພາກເໜືອ ແລະ ພາກກາງ.

ພ້ອມດຽວກັນນີ້, ກົມອຸຕຸນິຍົມ ແລະ ອຸທົກກະສາດ ມີຄຳເຕືອນເພື່ອເຝົ້າລະວັງພາຍຸຝົນຕົກຟ້າຮ້ອງຟ້າເຫຼື້ອມ ແລະ ລົມພັດແຮງ ໃນໄລຍະວັນທີ 11-14 ມີນາ 2021 ນີ້ ເນື່ອງຈາກມວນອາກາດຮ້ອນຈະປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ສົມທົບກັບສອງກະແສລົມຕາເວັນຕົກ ແລະ ລົມຕາເວັນອອກສ່ຽງໃຕ້ພັດປົກຄຸມເຂດພາກກາງ ແລະ ພາກເໜືອ.

ເຊິ່ງຈະເຮັດໃຫ້ມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງພາກເໜືອ ລົງຫາພາກກາງ, ແຈ້ງເຕືອນເຖິງປະຊາຊົນທີ່ອາໄສຢູ່ເຂດດັ່ງກ່າວ ຈົ່ງມີສະຕິລະມັດລະວັງຕໍ່ສະພາບຝົນຕົກຟ້າຮ້ອງຟ້າເຫຼື້ອມ, ຟ້າຜ່າ ແລະ ໝາກເຫັບຕົກ ພ້ອມມີລົມພັດແຮງ ທີ່ອາດຈະເກີດຂຶ້ນໃນໄລຍະນີ້ດ້ວຍ.

LEAVE A REPLY

Please enter your comment!
Please enter your name here