ກໍາມະການລາວ ທີ່ເສັງຜ່ານກໍາມະການຟີຟາ 2021 ໄດ້ຮັບກາ ຟີຟາ ຢ່າງເປັນກາງການ

180

ກໍາມະການລາວ ຈໍານວນ 11 ທ່ານ ທີ່ຖືກແຕ່ງຕັ້ງເປັນກໍາມະການລະດັບ ຟີຟາ ຈາກສະຫະພັນບານເຕະນາໆຊາດ ( ຟີຟາ ) ປະຈໍາປີ 2021 ຫຼ້າສຸດໄດ້ຮັບກາ ຟີຟາ ຢ່າງເປັນທາງການ ເມື່ອທ້າຍອາທິດ ທີ່ຜ່ານມາ ເຊິ່ງພິທີດັ່ງກ່າວ ຈັດຂຶ້ນທີ່ຫ້ອງປະຊຸມ ສະຫະພັນບານເຕະແຫ່ງຊາດລາວ ໂດຍການເຂົ້າຮ່ວມຂອງ ທ່ານ ວີເພັດ ສີຫາຈັກຣ ປະທານ ສະຫະພັນບານເຕະແຫ່ງຊາດລາວ, ທ່ານ ນາງ ກັນຍາ ແກ້ວມະນີ ເລຂາທິການ ສະຫະພັນບານເຕະແຫ່ງຊາດລາວ, ທ່ານ ໄຊປະເສີດ ພົງຊະນິດ ຫົວຫນ້າພະແນກກຳມະການຕັດສິນ ສະຫະພັນບານເຕະແຫ່ງຊາດລາວ ແລະ ກໍາມະການລາວ ເຂົ້າຮ່ວມຢ່າງພ້ອມພຽງ

ໃນພິທີດັ່ງກ່າວໄດ້ມີການມອບກາ ຟີຟາ ປະຈຳປີ 2021 ໃຫ້ກັບກຳມະການຕັດສິນ ຟີຟາ ຈໍານວນ 11 ທ່ານດັ່ງນີ້:
-ກຳມະການຕັດສິນ (ຊາຍ) FIFA ຈຳນວນ 3 ທ່ານ:
1. ທ່ານ ໄຊປະເສີດ ພົງສະນິດ
2. ທ່ານ ສວຍ ວົງຄຳ
3. ທ່ານ ຄຳສິງ ໄຊຍະວົງສີ

– ກຳມະການ FIFA (ຍິງ) ຈຳນວນ 1 ທ່ານ
1. ທ່ານ ນາງ ແກ້ວມະນີ ແພງເມືອງຄູນ

-ຜູ້ຊ່ວຍກຳມະການຕັດສິນ (ຊາຍ) FIFA ຈຳນວນ 5 ທ່ານ:
1. ທ່ານ ສົມພາວັນ ຫລວງລາດ
2. ທ່ານ ພອນສຸກສັນ ເຕໂຊ

3. ທ່ານ ກິຫລ້າ ລາດຊະວົງ
4. ທ່ານ ບຸນພັນ ສີສຸວັນ
5. ທ່ານ ບຸນອູ້ມ ລາດຊະວົງ

-ຜູ້ຊ່ວຍກຳມະການ (ຍິງ) FIFA ຈຳນວນ 1 ທ່ານ:
1. ທ່ານ ນາງ ພຸດສະຫວັນ ຈັນທະວົງ

– ກຳມະການຟຸດຊໍ FIFA ຈຳນວນ 1 ທ່ານ:
1. ທ່ານ ຄຳປະສົງ ໄຊຍະວົງສີ