ອາຈານ ບຸນລັບ ຫວນຄືນຄຸມ ຊ້າງນ້ອຍ ເອັຟຊີ ກັບພາລະກິດເນັ້ນທີ 1 ໃນລາວລີກ ປີ2021

217

ດັ່ງທີ່ຮູ້ລະດູການ 2020 ຊ້າງນ້ອຍ ເອັຟຊີ ປ່ຽນຄູຝຶກໄປເຖິງ 3 ຄົນ ຫຼັງຈາກທີ່ເປີດຕົວ ທ່ານ ບຸນລັບ ເຄນກິຕິສັກ ທີ່ຫວນຄືນວົງການມາຄຸມທີມໃນລີກສູງສຸດອີກຄັ້ງ ໄປຮັບໜ້າທີ່ໃນຕົ້ນລະດູການ ແຕ່ຮັບໜ້າທີ່ໄດ້ບໍ່ດົນ ຊ້າງນ້ອຍ ເອັຟຊີ ກໍປ່ຽນຄູ່ຝຶກເປັນ ທ່ານ SUGUNAN PERIANAN, ຕໍ່ດ້ວຍປ່ຽນເປັນທ່ານ ໂກວັນ ນາມທະວີໄຊ ແລະ ທ້າຍລະດູການປ່ຽນເປັນ ທ່ານ ກັນລະຍາ ສີສົມຫວັງ ກ່ອນຈົບອັນດັບ 3 ຂອງລາວລີກ 1 ແລະ ຄວ້າແຊັມບານເຕະລາຍການຊີງຂັນ ຄອມມານໂດ ຄັບ 2020.

ຫຼ້າສຸດເມື່ອທ້າຍອາທິດ ທີ່ຜ່ານມາ ຊ້າງນ້ອຍ ເອັຟຊີ ເປີດຕົວ ທ່ານ ບຸນລັບ ເຄນກິຕິສັກ ເປັນຫົວໜ້າຄູຝຶກອີກຄັ້ງພ້ອມເນັ້ນຄວາມເປັນທີ 1 ໃນວົງການບານເຕະລາວໃນປີນີ້ ໂດຍສະເພາະແມ່ນຕັ້ງເປົ້າຄວ້າແຊັມ ລາວລີກ 1 ແລະ ປ້ອງກັນແຊັມບານເຕະ ຄອມມານໂດ ຄັບ ພ້ອມກັບສິດໄປແຂ່ງຂັນລາຍການລະດັບອາຊີ ແລະ ອາຊຽນຕໍ່ໄປ.

ທ່ານ ບຸນລັບ ເຄນກິຕິສັກ ໃຫ້ສໍາພາດຕໍ່ສື່ມວນຊົນໃນພິທີເປີດຕົວວ່າ: ສໍາລັບ ການກຽມຄວາມພ້ອມຂອງ ຊ້້າງນ້ອຍ ເລີ່ມມາແລ້ວເດືອນເຄິ່ງ ໂດຍສະເພາະແມ່ນເນັ້ນດ້ານພາລະກໍາລັງ ແລະ ທີມເວີກ, ສ່ວນຈຸດເດັ່ນຂອງທີມພວກເຮົາແມ່ນການຫຼິ້ນເປັນທີມເວີກ ເຖິງວ່າຈະບໍ່ມີນັກເຕະຊຸບເປີສະຕາ ແນ່ນອນເປົ້າໝາຍໃນປີນີ້ພວກເຮົາຄືຕ້ອງການແຊັມຢ່າງດຽວ ເຖິງວ່າຈະມີຄູ່ແຂ່ງທີ່ແຂງແກ່ນໂດຍສະເພາະ ເອັຟຊີ ຈັນທະບູລີ ທີ່ປ່ຽນຊື່ມາຈາກ ລາວໂຕໂຢຕ້າ ເອັຟຊີ ແຊັມເກົ່າ, ເອັສຣາ ເອັຟຊີ ແລະ ທີມອື່ນໆທີ່ມີການເສີ່ມທີມໄດ້ດີ. ຢ່າງໃດກໍຕາມ ປັດຈຸບັນພວກເຮົາພ້ອມແລ້ວ ທີ່ຈະຜ່ານຜ່າໄປໃຫ້ໄດ້.

ສໍາລັບ ທ່ານ ບຸນລັບ ເຄນກະຕິສັກ ເປັນອະດີດກອງໜ້າໃນຕໍານານຂອງວົງການບານເຕະລາວ ທີ່ມີຜົນງານໂດດເດັ່ນ ກ່ອນຈະຫັນມາເປັນຄູຝຶກໃນປີ 1998 ພາທີມສະໂມສອນ ຄຂປກ (ຄົມມະນາຄົມ, ຂົນສົ່ງ, ໄປສະນີ ແລະ ກໍ່ສ້າງ) ຄວ້າແຊັມລີກສູງສຸດຂອງ ສປປ ລາວ ໃນເວລານັ້ນໄດ້ຫຼາຍສະໄໝ ຈົນມາເຖິງປີ 2016 ທ່ານ ບຸນລັບ ກ້າວຂຶ້ນເປັນຫົວໜ້າຄູຝຶກຂອງ ລາວໂຕໂຢຕ້າ ເອັຟຊີ ກ່ອນພາທີມຄວ້າຮອງແຊັມ ແລະ ມາເຖິງປີ 2017 ສາມາດພາທີມຄວ້າແຊັມລາວລີກ ໄດ້ສໍາເລັດ.

ຫຼັງຈາກພາ ລາວໂຕໂຢຕ້າ ເອັຟຊີ ຄວ້າແຊັມລາວລີກ 2017 ທ່ານ ບຸນລັບ ກໍຢຸດຕິບົດບາດຄູຝຶກໃນລີກສູງສຸດຂອງ ສປປ ລາວ ກ່ອນຫັນໄປປັ້ນທີມເຍົາວະຊົນເປັນຕົ້ນແມ່ນ ວຽງຈັນ ເອັຟທີ ເຂົ້າຮ່ວມການແຂ່ງຂັນລະດັບເຍົາວະຊົນ, ບານເຕະຊີງຂັນ ສຕລ ຮຸ່ນ 15 ປີ ກັບ 18 ປີ ລວມເຖິງບານເຕະຮອງຈາກລາວລີກ ກໍຄື ບານເຕະສາຍ ກ ( ລາວລີກ 2 ປັດຈຸບັນ ) ໃນ 2 ປີທີ່ຜ່ານມາ ຈົນເຖິງປີ 2020 ທ່ານ ບຸນລັບ ໄດ້ເຊັນສັນຍາໃນຕົ້ນປີທີ່ຜ່ານມາກັບ ຊ້າງນ້ອຍ ເອັຟຊີ ແຕ່ກຽມທີມບໍ່ດົນກໍລາອອກໄປ.

ສ່ວນໃນເສັ້ນທາງການເປັນຄູຝຶກທີມຊາດຂອງ ທ່ານ ບຸນລັບ ແມ່ນຮັບບົດບາດ ໃນປີ 2004 ເຄີຍຄຸມທີມຊາດ ຊຸດບານໂລກ ຮອບຄັດເລືອກໄປແຂ່ງຂັນທີ່ປະເທດອີຣານ, ເຄີຍເປັນທັງຜູ້ຊ່ວຍ ແລະ ຫົວໜ້າຄູຝຶກ ທີມຊາດ ຢູ 20, ຢູ 19 ແລະ ຢູ 16 ໂດຍສະເພາະ ທ່ານ ບຸນລັບ ເຄີຍພາ ຢູ 16 ລາວ ສ້າງປະຫວັດສາດທະລຸເຂົ້າຮອບ 4 ທີມບານເຕະຊີງແຊັມອາຊຽນ 2015 ຮຸ່ນອາຍຸບໍ່ເກີນ 16 ປີ ທີ່ປະເທດກໍາປູເຈຍ ກ່ອນເສຍໃຫ້ ອົດສະຕຣາລີ ຄວ້າອັນດັບ 4 ໄປຄອງ.

ຂ່າວ-ຮູບ: ຄໍາສອນ