9 ມີນາ ແຈ້ງປັບຂຶ້ນລາຄານໍ້າມັນທຸກຊະນິດ ຈຸດນະຄອນຫຼວງວຽງຈັນ ແອັດຊັງທໍາມະດາປັບຂຶ້ນ 270ກີບ

332

ລັດອອກແຈ້ງການປັບຂຶ້ນລາຄານໍ້າມັນເຊື້ອໄຟທຸກຊະນິດໃນຂອບເຂດທົ່ວປະເທດ, ສະເພາະນະຄອນຫຼວງວຽງຈັນ ລາຄານໍ້າມັນແອັດຊັງພິເສດ ປັບຂຶ້ນ 280 ກີບຕໍ່ລິດ, ແອັດຊັງທໍາມະດາ ປັບຂຶ້ນ 270 ກີບຕໍ່ລິດ, ສ່ວນກາຊວນ ປັບຂຶ້ນ 250 ກີບຕໍ່ລິດ ໂດຍລາຄາໃໝ໋ນີ້ ໃຫ້ເລີ່ມຈັດຕັ້ງປະຕິບັດ ນັບແຕ່ເວລາ 6:00ໂມງ ຂອງວັນທີ 10 ມີນາ 2021 ເປັນຕົ້ນໄປ.

ກະຊວງອຸດສາຫະກໍາ ແລະ ການຄ້າ ອອກແຈ້ງການ ເຖິງສະມາຄົມນໍ້າມັນເຊື້ອໄຟ ແລະ ອາຍແກັສ, ບັນດາບໍລິສັດນໍ້າມັນເຊື້ອໄຟ ແລະ ປໍ້າຂາຍຍ່ອຍນໍ້າມມັນເຊື້ອໄຟ ເລື່ອງປັບຂຶ້ນລາຄາຂາຍຍ່ອຍນໍ້າມັນເຊື້ອໄຟໃນຂອງເຂດທົ່ວປະເທດ ສະບັບເລກທີ 0176/ອຄ.ກຄພນ, ລົງວັນທີ 9 ມີນາ 2021.

ໂດຍການປັບລາຄາໃນຄັ້ງນີ້ ແມ່ນເລີ່ມປະຕິບັດໂຄງສ້າງລາຄານໍ້າມັນເຊື້ອໄຟຕາມດໍາລັດ 331/ນຍ, ເຊິ່ງປະກອບມີພາສີອາກອນ, ກອງທຶນບູລະນະທາງຫຼວງ(ກອງທຶນທາງ), ຄັງແຮ, ຄ່າບໍລິການ 3ຂອດ(ບໍລີສັດນໍາເຂົ້າ, ບໍລິສັດຈໍາໜ່າຍພາຍໃນ ແລະ ປໍ້ານໍ້າມັນເຊື້ອໄຟ); ໄດ້ຕັດຄ່າກວດນັບບໍລິມາດ ແລະ ຄ່າກວດຄຸນນະພາບ ນໍ້າມັນເຊື້ອໄຟ ອອກຈາກໂຄງສ້າງລາຄານໍ້າມັນເຊື້ອໄຟ.

ການປັບລາຄາຄັ້ງນີ້ ແມ່ນປັບລາຄານໍ້າມັນເຊື້ອໄຟທຸກຊະນິດຂຶ້ນ ເວົ້າລວມ ເວົ້າສະເພາະ ຈຸດນະຄອນຫຼວງວຽງຈັນ ປັບແອັດຊັງພິເສດ ຂຶ້ນ 280 ກີບຕໍ່ລິດ, ແອັດຊັງທໍາມະດາ ປັບຂຶ້ນ 270 ກີບຕໍ່ລິດ ແລະ ກາຊວນ ປັບຂຶ້ນ 250 ກີບຕໍ່ລິດ, ສໍາລັບຈຸດອື່ນໆເຊັ່ນ ແຂວງຜົ້ງສາລີ, ໄຊສົມບູນ, ອັດຕະປື ແມ່ນໄດ່້ປັບປຸງຈຸດຈໍາໜ໋າຍຄືນໃໝ່, ຫຼຸດຄັງແຮນໍ້າມັນແອັດຊັງພິເສດລົງ 100ກີບຕໍ່ລິດ, ສ່ວນຄັງແຮນໍ້າມັນແອັດຊັງທໍາມະດາ ແລະ ກາຊວນ ຫຼຸດລົງ 175ກີບຕໍ່ລິດ.

ການຄິດໄລ່ພັນທະ ແລະ ຄ່າທໍານຽມຕ່າງໆ ແມ່ນໃຫ້ພາກສ່ວນກ່ຽວຂ້ອງ ຄິດໄລ່ເກັບຕາມທີ່ໄດ້ກໍານົດໄວ້ໃນໂຄງສ້າງລາຄານໍ້າມັນເຊື້ອໄຟສະບັບເລກທີ 0174/ກຄພນ.ຄສລ, ລົງວັນທີ 9 ມີນາ 2021 ຈົນກວ່າຈະມີການປ່ຽນແປງ.

ແນວໃດກໍ່ຕາມ ໃຫ້ບັນດາບໍລິສັດນໍ້າມັນເຊື້ອໄຟ ປະຕິບັດຕາມເນື້ອໃນຂ້າງເທິງຢ່າງເຂັ້ມງວດ ແລະ ຄຸ້ມຄອງປໍ້າຂາຍຍ່ອຍຂອງຕົນ ໃຫ້ບໍລິການຢ່າງເປັນປົກກະຕິ, ທັ້ງນີ້ ແຈ້ງການສະບັບນີ້ ປ່ຽນແທນແຈ້ງການສະບັບເລກທີ 0119/ອຄ.ກຄພນ, ລົງວັນທີ 19 ກຸມພາ 2021.