ທົ່ວແຂວງອັດຕະປື ໂຮງໝໍ ແລະ ຫ້ອງກວດພະຍາດ ທັງໝົດ 50 ແຫ່ງ ມີຮ້ານຂາຍຢາ 11 ແຫ່ງ.

226

ໃນວັນທີ 5 ມີນາ 2021 ນີ້ແຂວງອັດຕະປື ໄດ້ຈັດກອງປະຊຸມສະຫຼຸບວຽກງານສາທາລະນະສຸກ 5 ປີ ຄັ້ງທີ VIII ແຕ່ປີ 2016-2020 ຂຶ້ນທີ່ຫໍປະຊຸມໃຫຍ່ຂອງແຂວງ, ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ບຸນເສີ ເສດທິລາດ ຮອງເຈົ້າແຂວງອັດຕະປື, ມີທ່ານ ຄໍາພອນ ພຸດທະວົງ ຮອງລັດຖະມົນຕີກະຊວງສາທາລະນະສຸກ,ມີຂະແໜງການທີ່ກ່ຽວຂ້ອງຂັ້ນແຂວງ, ເມືອງ ແລະ ແຂກຖືກເຊີນ ເຂົ້າຮ່ວມ.


ໂດຍວາລະສໍາຄັນຂອງກອງປະຊຸມ ໄດ້ຕີລາຄາຄືນການຈັດຕັ້ງປະຕິບັດວຽກງານສາທາລະນະສຸກ ໃນໄລຍະ 5 ປີຜ່ານມາ ແຕ່ປີ 2016-2020, ເຊິ່ງວຽກງານສາທາລະນະສຸກຢູ່ແຂວງອັດຕະປື ໃນ 5 ປີຜ່ານມາສາມາດຈັດຕັ້ງປະຕິບັດມີຜົນງານພົ້ນເດັ່ນຫຼາຍດ້ານ, ໂດຍປະຕິບັດຕາມນະໂຍບາຍສາທາລະນະສຸກທົ່ວປວງຊົນຕາມທິດຖືເອົາການປ້ອງກັນພະຍາດ ແລະ ສົ່ງເສີມສຸກຂະພາບເປັນຕົ້ນຕໍ, ຖືເອົາການປິ່ນປົວ ແລະ ສະໜອງການບໍລິການສຸກຂະພາບຢ່າງທົ່ວເຖິງ, ມີຄຸນນະພາບຍຸຕິທໍາ ແລະ ສະເໝີພາບເປັນສໍາຄັນ, ປະຕິຮູບສາທາລະນະສຸກຮອບດ້ານ, ປະຕິບັດ 8 ແຜນງານ, 97 ໂຄງການຂອງກະຊວງສາທາລະນະສຸກວາງອອກ, ທົ່ວແຂວງມີຕາງໜ່າງການບໍລິການສາທາລະນະສຸກ ໂຮງໝໍແຂວງ 1 ແຫ່ງ, ມີ 100 ຕຽງ, ໂຮງໝໍຊຸມຊົນປະເພດ ຂໍ 4 ແຫ່ງ, ມີ 80 ຕຽງ, ມີໂຮງໝໍນ້ອຍປະເພດ ຂໍ 33 ແຫ່ງ, ມີ 99 ຕຽງ, ໂຮງໝໍເສນາຮັກ 1 ແຫ່ງ, ມີຮ້ານຂາຍຢາ 42 ຮ້ານ ແລະ ມີຫ້ອງກວດພະຍາດເອກະຊົນ 11 ແຫ່ງ.


ດ້ານການປະຕິບັດຄາດໝາຍສູ້ຊົນ 11 ຕົວຊີ້ວັດຕົ້ນຕໍຂອງວຽກງານສາທາລະນະສຸກ ໂດຍລວມແລ້ວແມ່ນປະຕິບັດໄດ້ບັນລຸຄາດໝາຍ,ການບໍລິການສາທາລະນະສຸກຂັ້ນທ້ອງຖິ່ນຮາກຖານໄດ້ມີການຫັນປ່ຽນຂະຫຍາຍປົກຄຸມທົ່ງເຖິງ ແລະ ກ້າວເຂົ້າສູ້ຄຸນນະພາບສູງຂື້ນ,ວຽກງານແມ່ ແລະ ເດັກ ແລະ ໂພຊະນາການ,ການອະນາໄມສາມສະອາດ ໄດ້ຮັບການເອົາໃຈໃສ່ ໄປຄຽງຄູ່ກັບການພັດທະນາຊົນນະບົດ ລວມທັງບັນດາຄາດໝາຍຕົວຊີ້ບອກ ມີຄວາມຄືບໜ້າ ແລະ ສໍາເລັດເປັນສ່ວນໃຫຍ່, ຕາໜ່າງລະບົບເຝົ້າລະວັງພະຍາດກວດເອົາທົ່ວແຂວງ, ສາມາດຄວບຄຸມການລະບາດທີ່ເກີດຂື້ນຕາມລະດູການ ແລະ ໄພພິບັດຕ່າງໆ, ຕ່າງໜ່າງການບໍລິການສຸກຂະພາບໄດ້ຮັບການບໍລິການທົ່ວເຖິງ ແລະ ທັນສະໄໝເທື່ອລະກ້າວ ບັນດາພື້ນຖານໂຄງລ່າງໄດ້ຮັບການປັບປຸງກໍ່ສ້າງຫຼາຍແຫ່ງ ແລະ ວຽກງານອື່ນໆ ກໍ່ໄດ້ຮັບການພັດທະນາເປັນຢ່າງດີ.


ກອງປະຊຸມຍັງໄດ້ຜ່ານທິດທາງແຜນພັດທະນາວຽກງານສາທາລະນະສຸກ 5 ປີ ຄັ້ງທີ IX ແຕ່ປີ 2021-2025,ບົນຈິດໃຈສືບຕໍ່ສ້າງ ແລະ ປະຕິບັດຍຸດທະສາດໃນດ້ານສຸກຂະພາບຕໍ່ເນື່ອງ,ດ້ວຍນະໂຍບາຍສາທາລະນະສຸກທົ່ວປວງຊົນ, ໂດຍຖືເອົາການອະນາໄມ-ກັນພະຍາດ ແລະ ສົ່ງເສີມສຸກຂະພາບເປັນຕົ້ນຕໍ,ຖືເອົາການປິ່ນປົວ ແລະ ສະໜອງການບໍລິການຢ່າງທົ່ວເຖິງ, ມີຄຸນະພາບ ຍຸຕິທໍາ ແລະ ສະເໝີພາບເປັນສໍາຄັນ,ປະຕິບັດສາທາລະນະສຸກຢ່າງຮອບດ້ານ ສ້າງລະບົບບໍລິການສຸກຂະພາບທີ່ດີ,ຖືເອົາຄົນເປັນໃຈກາງ ມີຈັນຍາທໍາ ເອົາໃຈໃສ່ດູແລສຸກຂະພາບຂອງປະຊາຊົນທັງຮ່າງກາຍ ແລະ ຈິດໃຈ, ເຮັດໃຫ້ປະຊາຊົນທຸກຄົນມີສຸກຂະພາບທີ່ດີ ນັບແຕ່ເດັກໃນທ້ອງ ຈົນເຖິງຜູ້ອາຍຸສູງ. ຂ່າວ: ຄອນສະຫວັນ ສີບຸນຫອມ.