1 ປີຜ່ານມາ ຫ້ອງຕໍາຫຼວດ ປກສ ແຂວງອັດຕະປື ມີຜົນງານເດັ່ນຫຼາຍດ້ານ ສາມາດທັບມ້າງໄດ້ຫຼາຍຄະດີ

228

ຫ້ອງຕໍາຫຼວດກອງບັນຊາການ ປ້ອງກັນຄວາມສະຫງົບ ແຂວງອັດຕະປື ໄດ້ຈັດກອງປະຊຸມສະຫຼຸບວຽກງານປະຈຳປີ 2020 ແລະ ວາງທິດທາງແຜນການປະຈຳປີ 2021 ຂື້ນທີ່ສະໂມສອນກອງບັນຊາການດັ່ງກ່າວໃນທ້າຍເດືອນກຸມພາ 2021 ຜ່ານມາ,ໂດຍການເປັນປະທານຂອງທ່ານ ພັທ ວົງລະຄອນ ປະທຸມມະແສງ ຮອງຫ້ອງຕຳຫຼວດ ປກສ ແຂວງ,ໃຫ້ກຽດເຂົ້າຮ່ວມມີທ່ານ ພັທ ປອ ບຸນຊູ ສຸລິນັນທອງ ຮອງເລຂາຄະນະພັກ ຮອງກອງບັນຊາການ ປກສ ແຂວງ,ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.


ກອງປະຊຸມໄດ້ຜ່ານບົດສະຫຼຸບການເຄື່ອນໄຫວວຽກງານປ້ອງກັນຄວາມສະຫງົບ ປະຈຳປີ 2020 ເຊິ່ງໃນໄລຍະ 1 ປີຜ່ານມາຄະນະນໍາຫ້ອງຕໍາຫຼວດຍາດໄດ້ຜົນງານເດັ່ນຫຼາຍດ້ານ ໃນການທັບມ້າງຄະດີ ເປັນຕົ້ນ: ໄດ້ມີຄະດີອາຍາເກີດຂື້ນທັງໝົດ 69 ລາຍ, ເດັ່ນກວ່າໝູ່ແມ່ນຄະດີລັກຊັບ 59 ລາຍ, ທໍາຮ້າຍຮ່າງກາຍ 7 ລາຍ ແລະ ຄະດີອື່ນໆ, ໄດ້ດໍາເນີນການແກ້ໄຂສະພາບການທີ່ເກີດຂື້ນ 42 ລາຍ, ກັກຕົວຜູ້ຖືກຫາໄດ້ 94 ຄົນ, ຍິງ 4 ຄົນ, ໄດ້ແກ້ໄຂຄະດີຍັກຍອກຊັບຂອງລັດ ຫຼື ລວມໝູ່ 1 ລາຍ, ກັກຕົວຜູ້ຕ້ອງຫາໄດ້ 1 ຄົນ,ຍິງ 1 ຄົນ, ລົງສະກັດກັ້ນການບຸກລຸກປ່າສະຫງວນ ຢູ່ເມືອງສະໜາມໄຊ 1 ຄັ້ງ, ລົງສະກັດກັ້ນການລັກລອບຕັດໄມ້-ເຄື່ອນຍ້າຍໄມ້ທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍ 5 ຄັ້ງ.


ລົງສະກັດກັ້ນການລັກລອບຊື້-ຂາຍ ໄມ້ຜິດກົດໝາຍ 45 ຄັ້ງ, ກັກລົດໄດ້ 18 ຄັນ, ຜູ້ກະທຳຜິດ 18 ຄົນ, ລົງກວດຕາຊິງຕາມທ້ອງຕະຫຼາດ ຢູ່ເມືອງສາມັກຄີໄຊ ສາມາດກັກຢຶດຕາຊິງບໍ່ໄດ້ມາດຖານ 9 ເຄື່ອງ, ຜູ້ກະທຳຜິດ 9 ຄົນ, ສຶກສາອົບຮົມກ່າວເຕືອນພວກຫຼີ້ນການພະນັນເຖື່ອນ ຈໍານວນ 44 ຄົນ, ຍິງ 20 ຄົນ, ໄດ້ລົງເຄື່ອນໄຫວສະກັດກັ້ນເປົ້າໝາຍລັກລອບຂຸດຄົ້ນຊັບພະຍາກອນທໍາມະຊາດ, ສັດນ້ຳ-ສັດປ່າ ສາມາດແກ້ໄຂຄະດີໄດ້ 16 ລາຍ,ກັກຜູ້ຖືກຫາໄດ້ 46 ຄົນ, ລົງເຄື່ອນໄຫວວຽກງານສະກັດກັ້ນ ແລະ ຕ້ານການຄ້າມະນຸດ ສາມາດແກ້ໄຂຄະດີໄດ້ 5 ລາຍ, ໃນນັ້ນ,ມີຄະດີທໍາມິດສະຈານ 4 ລາຍ, ຜູ້ຕ້ອງຫາ 8 ຄົນ, ຍິງ 4 ຄົນ ແລະ ຄະດີຄ້າມະນຸດ 1 ລາຍ. ຜູ້ຕ້ອງຫາ 1 ຄົນ,ຍິງ 1 ຄົນ.


ລົງທັບມ້າງຄະດີຢາເສບຕິດໄດ້ທັງໝົດ 116 ລາຍ, ກັກຕົວຜູ້ຖືກຫາໄດ້ 171 ຄົນ, ຍິງ 34 ຄົນ, ຢຶດຂອງກາງປະເພດຢາບ້າໄດ້ 88.531 ເມັດ, ຢາໄອ໋ສ໌ 25 ຫໍ່ ແລະ 37 ຖົງ, ເທົ່າກັບ 80 ກິໂລກຼາມ, ຢາໄອ໋ສ໌ປອມ 156 ຖົງ ເທົ່າກັບ 156 ກິໂລກຼາມ, ຜົງຂາວ 1 ກິໂລກຼາມ,ກັນຊາແຫ້ງ 2 ແພັກ,ເງິນກີບ 36 ລ້ານກວ່າກີບ,ເງິນໂດລາ 7.000 ໂດລາ, ເງິນບາດ 7.620 ບາດ, ໂທລະສັບ 106 ເຄື່ອງ, ລົດຈັກ 17 ຄັນ,ລົດໃຫຍ່ 6 ຄັນ, ປືນສັ້ນ 2 ກະບອກ, ປືນດັດແປງ 3 ກະບອກ ແລະ ປືນ ເຊກາເຊ 1 ກະບອກ, ມີຄະດີກ່ຽວກັບອຸບັດຕິເຫດເກີດຂື້ນທັງໝົດ 206 ລາຍ, ແກ້ໄຂແລ້ວ 201 ລາຍ, ສືບຕໍ່ດໍາເນີນຄະດີ 5 ລາຍ.


ໃນກອງປະຊຸມໄດ້ປະກອບຄຳຄິດຄຳເຫັນ ເພື່ອເຮັດໃຫ້ການຈັດຕັ້ງປະຕະບັດໜ້າທີ່ວິຊາສະເພາະຂອງຫ້ອງຕໍາຫຼວດກອງບັນຊາການປ້ອງກັນຄວາມສະຫງົບແຂວງອັດຕະປື ໄດ້ຮັບຜົນສໍາເລັດຕາມຄາດໝາຍທີ່ໄດ້ວາງໄວ້. ຂ່າວ: ປກສ ແຂວງອັດຕະປື.ເສົາດາລົງ ເພັດສົງຄາມ