ແກ້ວມະນີ ກໍາມະການຕັດສິນຟີຟາ ຍິງລາວ ຄົນທໍາອິດ

257

ພາຍຫຼັງທີ່ສະຫະພັນບານເຕະນາໆຊາດ ( ຟີຟາ ) ປະກາດ 11 ກໍາມະການ ທີ່ເສັງຜ່ານກໍາມະການຟີຟາ ປະຈໍາປີ 2021 ເຊິ່ງໄດ້ສ້າງຄວາມຕື່ນເຕັ້ນ ແລະ ສ້າງປະຫວັດສາດໃຫ້ກັບວົງການບານເຕະລາວ ເມື່ອໃນນັ້ນມີແມ່ຍິງລາວຄົນທໍາອິດທີ່ເສັງຜ່ານກໍາມະການຟີຟາ ກໍຄື ນາງ ແກ້ວມະນີ ແພງເມືອງຄູນ ອາຍຸພຽງ 26 ປີ.

ແກ້ວມະນີ ໃຊ້ເວລາ 4 ປີ ໃນການຝຶກຊ້ອມ ແລະ ຮຽນການເປັນກໍາມະການຢ່າງໜັກ ກ່ອນຈະສາມາດກ້າວສູ່ບົດບາດການເປັນກໍາມະການຕັດສິນລະດັບຟີຟາ ໄດ້ສໍາເລັດໃນປີ 2021.

ແກ້ວມະນີ ແພງເມືອງຄູນ ເປີດເຜີຍວ່າ: ກ່ອນຈະໄດ້ມາເປັນກຳມະການ ແມ່ນຕ້ອງໄດ້ຜ່ານການຝຶກອົບຮົມຂັ້ນພື້ນຖານ ແລະ ເລີ່ມຕັດສິນລີກຜູ້ຍິງ, ຈາກນັ້ນຈຶ່ງເຂົ້າຮ່ວມຝຶກອົບຮົມຍົກລະດັບເຂົ້າຮ່ວມຕັດສິນໃນລາວລີກ 2 ( ຜູ້ຊາຍ ) ແລະ ເລີ່ມຕັດສິນລີກຜູ້ຊາຍບໍ່ວ່າຈະເປັນການແຂ່ງຂັນບານເຕະ ຢູ 12, ຢູ 15, ຢູ 18, ລາວລີກ 2 ແລະ ຟຸດຊໍລີກ, ແນ່ນອນໃນການເປັນກຳມະການຮ່າງກາຍຕ້ອງພ້ອມ ແລະ ຟິດຮ່າງກາຍຢູ່ຕະຫຼອດ ໂດຍສະເພາະດ້ານພະລະກຳລັງ ແລະ ຮູ້ກະຕິກາ ໃນການລົງຕັດສິນທຸກໆນັດແມ່ນມີຄວາມສຳຄັນທີ່ສຸດ.

อาจเป็นรูปภาพของ 1 คน, กำลังยืน, กำลังเล่นกีฬา และกลางแจ้ง

“ ສໍາລັບນ້ອງ ເລີ່ມເຂົ້າເປັນກໍາມະການຕັດສິນບານເຕະໃນ ສປປ ລາວ ຢ່າງເຕັມຕົວ ເມື່ອປີ 2017 ຫຼັງຈາກທີ່ໄດ້ເຂົ້າຝຶກອົບຮົມ ແລະ ຝຶກຊ້ອມການເປັນກໍາມະການຢ່າງໜັກ ເຊິ່ງທີ່ຜ່ານມາກໍເລີ່ມຈາກການຕັດສິນບານເຕະເຍົາວະຊົນ ແລະ ພະຍາຍາມເຮັດໃຫ້ດີທີ່ສຸດ ແລະ ຮຽນຮູ້ໃນທຸກໆນັດ. ໃນທຸກນັດທີ່ລົງຕັດສິນບໍ່ວ່າຈະນ້ອຍ ຫຼື ໃຫຍ່ ຈົນກ້າວສູ່ການເປັນກໍາມະຕັດສິນທີ່ໄດ້ຮອງຮັບຈາກຟີຟາ; ແນ່ນອນຕໍ່ໄປນ້ອງກໍຈະສືບຕໍ່ຮັກສາສະພາບຮ່າງກາຍໃຫ້ພ້ອມຕະຫຼອດເວລາ ລວມທັງສືບຕໍ່ສຶກສາກົດລະບຽບກະຕິກາຕ່າງໆຢູ່ສະເໝີ ”, ແກ້ວມະນີ ກ່າວ.

ສໍາລັບ ແກ້ວມະນີ ເກີດວັນທີ 18 ມີນາ 1995 ທີ່ບ້ານຫ້ວຍນໍ້າເຢັນ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ກາຍເປັນຍິງຄົນທໍາອິດໃນປະຫວັດສາດ ທີ່ເສັງຜ່ານກໍາມະການຕັດສິນລະດັບຟີຟາ ຂອງ ສປປ ລາວ ເຊິ່ງໃນປີ 2021 ຟີຟາ ໄດ້ປະກາດກໍາມະການລາວ ຈໍານວນ 11 ຄົນ ທີ່ເສັງຜ່ານລະດັບຟີຟາ ໂດຍໃນ 11 ຄົນ ມີຍິງ 2 ຄົນ, ສ່ວນອີກຄົນໜຶ່ງຊື່ ທ່ານ ນາງ ພຸດສະຫວັນ ຈັນທະວົງ ເປັນຜູ້ຊ່ວຍກໍາມະການຕັດສິນຍິງຂອງ ຟີຟາ.