ໂຮງງານຜະລິດຢາເລກ 3 ຈາກທີ່ຕິດລົບ ມາເປັນ ໂຮງງານທີ່ກຸ້ມຕົນເອງ ແລະ ມີກຳໄລໃນປັດຈຸບັນ

752

ຄວາມສາມັກຄີຮ່ວມມືຂອງອ້າຍນ້ອງພະນັກງານໃນອົງກອນ, ການວາງແຜນວຽກໃຫ້ຖືກກັບພະນັກງານ, ການຮັບຟັງຄວາມຄິດເຫັນຂອງພະນັກງານ ຈະຊ່ວຍໃຫ້ອົງກອນສາມາດຂ້າມຜ່ານບັນຫາໄປໄດ້, ສຳລັບ ທ່ານ ລາຫຸນ ຈັນທະບຸດ ເຖິງບໍ່ໄດ້ຮຽນຈົບການບໍລິຫານ ແຕ່ຍ້ອນຄວາມໄວ້ໃຈ ພ້ອມຮຽນຮູ້ນຳອ້າຍນ້ອງພະນັກງານ ຈົນສາມາດນຳພາອົງກອນຈະເລີນເຕີບໃຫຍ່ມາເຖິງທຸກວັນນີ້.

ທ່ານ ດຣ. ລາຫຸນ ຈັນທະບຸດ ຜູ້ອຳນວຍການໃຫຍ່ ບໍລິສັດ ລັດວິສາຫະກິດ ໂຮງງານຜະລິດຢາເລກ 3 ກ່າວໃນລາຍການ Business Talk ວ່າ: ກ່ອນສະໄໝປົດປ່ອຍອຸດສາຫະກຳການຢາໃນລາວເກືອບວ່າບໍ່ມີເລີຍ ຢາທີ່ນຳໃຊ້ແມ່ນນຳເຂົ້າຈາກຕ່າງປະເທດ. ພາຍຫຼັງປົດປ່ອຍແລ້ວບັນຫາສຸຂະພາບຂອງພໍ່ແມ່ປະຊາຊົນມີ ຄວາມສຳຄັນຫຼາຍ, ດັ່ງນັ້ນ ພັກ – ລັດຈຶ່ງເນັ້ນໃຫ້ປິ່ນປົວຢາຫຼວງ ສົມທົບກັບຢາພື້ນເມືອງ ເພາະຈະອີງໃສ່ຢາຫຼວງໝົດປະລິມານພັດບໍ່ພຽງພໍ. ດັ່ງນັ້ນ, ພໍເຖິງປີ 1985 ໂຮງງານຜະລິດຢາເລກ 3 ເລີ່ມໄດ້ຮັບການຊ່ວຍເຫຼືອ ແລະ ສ້າງຕັ້ງຂຶ້ນໂດຍເປັນໂຮງງານແຫ່ງທີ 2 ໃນລາວ, ການເຮັດທຸລະກິດການຢາໃນສະໄໝນັ້ນໄດ້ລອງຜິດລອງຖືກເຮັດໄປນຳຮຽນໄປນຳ; ຮອດປີ 1994 ບັນດາຢາຕ່າງໆເລີ່ມຈຳໜ່າຍເຂົ້າຮ້ານຢາ, ໂຮງໝໍກໍເລີ່ມນຳໃຊ້, ຈົນປັດຈຸບັນຢາທີ່ຜະລິດພາຍໃນແມ່ນຖືກນໍາໃຊ້ໃນບັນດາໂຮງໝໍຕ່າງໆ.

อาจเป็นรูปภาพของ 1 คน, กำลังนั่ง และสถานที่ในร่ม

ຫວນເບິ່ງຄືນໃນທ້າຍປີ 2002 ພວກເຮົາສະຫຼຸບບັນຊີໂຮງງານຜະລິດຢາເລກ 3 ແມ່ນຫຼຸບທຶນ 1,6 ຕື້ກວ່າກີບ ມີໜີ້ຫຼາຍກວ່າທຶນ ໂຮງງານເກືອບໄປຕໍ່ບໍ່ໄດ້; ດັ່ງນັ້ນຂ້າພະເຈົ້າກໍຮ່ວມກັບອ້າຍນ້ອງພະນັກງານພາກັນມາກວດເບິ່ງຄືນໜີ້ ແລະ ແຫຼ່ງລາຍຮັບ. ຈາກນັ້ນ, ກໍພາກັນວາງແຜນແກ້ໄຂບັນຫາໄດ້ເທື່ອລະໜ້ອຍ 3 ປີ ໜີ້ພວກເຮົາຫຼຸດລົງ ເລີ່ມມີໜໍ່ແໜງກຳໄລ, ສິນຄ້າທີ່ຄ້າງສາງຕ້ອງຂາຍອອກເທົ່າໃດກໍຂາຍເພື່ອເອົາເງິນມາໝູນກ່ອນ, ຈາກນັ້ນກໍມາກວດເບິ່ງຄຸນສົມບັດການປະຕິບັດວຽກຂອງພະນັກງານຄືນໃໝ່ ຫາກພັດທະນາປັບປຸງບໍ່ໄດ້ ກໍແມ່ນໃຫ້ອອກ. ທັງນີ້ກໍເພື່ອພັດທະນາອົງກອນໃຫ້ຄວາມເຂັ້ມແຂງ ປັບປຸງຊີວິດການເປັນຢູ່ຂອງພະນັກງານ, ທ່ານ ລາຫຸນ ຈັນທະບຸດ ກ່າວ.

ຕະຫຼອດໄລຍະເວລາຂອງການສ້າງຕັ້ງລັດວິສາຫະກິດ ໂຮງງານຜະລິດຢາເລກ 3 ມີຖັນແຖວວິຊາການທີ່ໄດ້ຮັບການພັດທະນາ ແລະ ເປັນບ່ອນໜຶ່ງທີ່ໃຫ້ການຝຶກອົບຮົມຖ່າຍທອດຄວາມຮູ້ ດ້ານອຸດສາຫະກໍາການຜະລິດຢາ ແລະ ວິຊາຊີບຂະແໜງການອື່ນໆ ເຊັ່ນ: ເພສັດຊະກຳ, ວິຊາຊ່າງກົນຈັກ ແລະ ໄຟຟ້າ ເປັນຕົ້ນ.

ຢ່າງໃດກໍຕາມ, ການລະບາດຂອງພະຍາດໂຄວິດ – 19 ໄດ້ສ້າງຜົນກະທົບ ແລະ ຄວາມທ້າທາຍຕໍ່ທຸລະກິດຂອງໂຮງງານຜະລິດຢາເລກ 3 ເນື່ອງຈາກການພົບອຸປະສັກໃນການນຳເຂົ້າວັດຖຸດິບມີຄວາມຫຼ້າຊ້າ ແລະ ພົບຄວາມຫຍຸ້ງຍາກເຮັດໃຫ້ຕົ້ນທຶນສູງຂຶ້ນ.

ไม่มีคำอธิบายรูปภาพ

ເພື່ອພັດທະນາໂຮງງານໃຫ້ເຂັ້ມແຂງ ທ່າມກາງການແຂ່ງຂັນທີ່ສູງຂຶ້ນຂອງອຸດສາຫະກຳການຢາໃນໂລກ, ທາງໂຮງງານກໍມີການປັບຕົວຮ່ວມມືກັບຫຼາຍພາກສ່ວນ ເພື່ອຮ່ວມລົງທຶນໃນຂະແໜງການອື່ນໆຕື່ມອີກ. ພ້ອມນັ້ນ, ກໍກຽມຍົກລະດັບໂຮງງານໃຫ້ທັນສະໄໝຂຶ້ນຕື່ມ ໂດຍການຮ່ວມກັບຜູ້ທີ່ມີເງື່ອນໄຂ ເພື່ອພັດທະນາໂຮງງານໃຫ້ທັນສະໄໝ.

ພ້ອມນັ້ນກໍເນັ້ນການປັບປຸງພັດທະນາອົງກອນ ໂດຍເນັ້ນໃສ່ການພັດທະນາ 4 ປັດໄຈ ທີ່ເປັນເປົ້າໝາຍຫຼັກ ຄື:

  1. ມີຄວາມເປັນມືອາຊີບ ( Professionalism )
  2. ມີນະວັດຕະກໍາຕໍ່ເນື່ອງ ( Continous Innovation )
  3. ມີຄຸນນະພາບ ( Quality )
  4. ມີຄວາມເປັນອັນໜຶ່ງອັນດຽວ ( Unity )

ບົນພື້ນຖານການຈັດຕັ້ງປະຕິບັດ 4 ຄ່ານິຍົມຂ້າງເທິງ ພວກເຮົາໄດ້ອອກແບບປັບປຸງຜະລິດຕະພັນທີ່ມີແລ້ວຄືນໃໝ່, ປັບປຸງທິວທັດບ່ອນເຮັດວຽກໃຫ້ເກີດ ຄວາມຊົງຈໍາທີ່ດີ , ປັບປຸງລະບົບການຂາຍດ້ວຍການສື່ສານທາງອອນໄລກັບລູກຄ້າຜູ້ຊົມໃຊ້, ສ້າງເວັບໄຊໃໝ່ , ອອກແບບຫ້ອງວາງສະແດງສິນຄ້າ, ທ່ານ ດຣ. ລາຫຸນ ຈັນທະບຸດ ກ່າວເນັ້ນ.

ຍຸກນີ້ແມ່ນຍຸກດິຈິຕອນການບໍລິຫານຈັດການ ແລະ ການປະຕິບັດໜ້າວຽກຕ້ອງນຳໃຊ້ເຕັກໂນໂລຊີທີ່ທັນສະໄໝເຂົ້າມາຊ່ວຍ, ສິນຄ້າຕ້ອງເປັນນະວັດຕະກຳທີ່ຍາວນານ ແລະ ຍືນຍົງ, ການຜະລິດສິນຄ້າຕ້ອງມີຄຸນນະພາບ, ເມື່ອພົບບັນຫາກໍຕ້ອງມາເບິ່ງຄືນວ່າມັນເກີດຂຶ້ນຍ້ອນຫຍັງ ຕ້ອງມີການປັບປຸງບຸກຄະລາກອນ, ປັບປຸງຖານະການເງິນ, ປັບປຸງແຜນດຳເນີນການທັງໝົດທີ່ບໍ່ສອດຄ່ອງ ມີຫຍັງຕ້ອງຕຳໜິກໍ່ສ້າງກັນ.

อาจเป็นรูปภาพของ 1 คน, กำลังนั่ง, ชุดสูท และสถานที่ในร่ม

ທ່ານຍັງໃຫ້ຮູ້ວ່າ: ການເຮັດບໍລິຫານໂຮງງານຜະລິດຢາເລກ 3 ຕະຫຼອດຫຼາຍປີຜ່ານມາ ຂ້າພະເຈົ້າບໍລິຫານແບບມີສ່ວນຮ່ວມກັບອ້າຍນ້ອງພະນັກງານ ເນື່ອງຈາກຂ້າພະເຈົ້າກໍບໍ່ໄດ້ຮຽນດ້ານການບໍລິຫານມາກ່ອນ ກໍອາໄສການຮຽນຮູ້ຈາກອ້າຍນ້ອງພະນັກງານ, ພົບບັນຫາໃດກໍລະດົມຄວາມຄິດເຫັນຈາກເຂົາເຈົ້າແລ້ວມາເລືອກເອົາວິທີທີ່ດີທີ່ສຸດ ເຊິ່ງມັນກໍໄດ້ຜົນອັນສາມາດນຳພາອົງກອນກ້າວຈາກເປັນ ບໍລິສັດ ລັດວິສາຫະກິດທີ່ຕິດລົບ ກາຍມາເປັນ ບໍລິສັດ ລັດວິສາຫະກິດທີ່ກຸ້ມຕົນເອງ ແລະ ມີກຳໄລເລັກໜ້ອຍ.