ປີ 2020 ເມືອງພູວົງ ສົ່ງອອກສິນຄ້າໄປຕ່າງແຂວງ ແລະ ຕ່າງປະເທດ ບັນລຸມູນຄ່າ 10,8 ຕື້ກ່ວາກີບ

235

ປີ 2020 ຜ່ານມາເມືອງພູວົງ ແຂວງອັດຕະປື ສາມາດສົ່ງອອກສິນຄ້າ ໄປຕ່າງແຂວງ ແລະ ຕ່າງປະເທດ ມີມູນຄ່າ 10,8 ຕື້ກວ່າກີບ, ທຽບໃສ່ແຜນການປີ ປະຕິບັດໄດ້ 85% ໂດຍສິນຄ່າສົ່ງອອກສ່ວນໃຫຍ່ແມ່ນສິນຄ້າກະສິກໍາ, ໃນຂະນະທີ່ສິນຄ້ານໍາເຂົ້າ ມີມູນຄ່າ 18 ຕື້ກວ່າກີບ, ສ່ວນໃຫຍ່ແມ່ນປະເພດໝວດສະບຽງອາຫານ,ນໍ້າມັນເຊື້ອໄຟ ແລະ ເຄື່ອງກໍ່ສ້າງ .


ທ່ານ ວິໄລວັນ ໄຊຍະບຸນຮາຍ ຫົວໜ້າຫ້ອງການອຸດສະຫະກຳ ແລະ ການຄ້າ ເມືອງພູວົງ ໄດ້ລາຍງານຕໍ່ກອງປະຊຸມສະຫຼບການຈັດຕັ້ງປະຕິບັດວຽກງານອຸດສາຫະກຳ ແລະ ການຄ້າເມືອງ ປະຈຳປິ 2020 ທີ່ຫາກໍ່ສໍາເລັດລົງ ເມື່ອບໍ່ດົນນີ້ວ່າ: ໃນປີ 2020 ນີ້ເມືອງພູວົງ ກໍ່ຄືຫ້ອງການອຸດສະຫະກໍາ ແລະ ການຄ້າເມືອງ ໄດ້ເອົາໃຈໃສ່ໃນການຄຸ້ມຄອງ,ຕິດຕາມ ແລະ ກວດກາ ການນໍາເຂົ້າ ແລະ ສົ່ງອອກຜະລິດຕະພັນສິນຄ້າພາຍໃນເມືອງ ດ້ວຍຄວາມຮັບຜິດຊອບສູງ.

ເຊິ່ງສາມາດສົ່ງອອກສິນຄ້າໄປຕ່າງແຂວງ ແລະ ຕ່າງປະເທດ ມີມູນຄ່າ 10,8 ຕື້ກ່ວາກີບ, ໃນນີ້ ສິນຄ້າສົ່ງອອກໄປຕ່າງແຂວງ ມີມູນຄ່າ 1 ຕື້ກວ່າກີບ,ເຊິ່ງປະກອບມີ: ມີແຂມ 12 ລ້ານກ່ວາກີບ, ເຫຼັກເສດມີ 36 ລ້ານກ່ວາກີບ, ມັນຕົ້ນມີ 36 ລ້ານກວ່າກີບ, ໝາກຈອງ 5 ຮ້ອຍລ້ານກ່ວາກີບ,ສັດລ້ຽງ 4 ຮ້ອຍລ້ານກ່ວາກີບ, ຜະລິດຕະພັນໄມ້ 3,1 ຕື້ກ່ວາກີບ, ສ່ວນສິນຄ້າສົ່ງອອກໄປຕ່າງປະເທດ ມີມູນຄ່າ 6,2 ຕື້ກວ່າກີບ, ເຊິ່ງປະກອບມີ: ຜະລິດຕະພັນໄມ້ແປຮູ້ບທີໄດ້ຈາກສວນປູກໄມ້ຂອງປະຊາຊົນ ມີ 42 ລ້ານກ່າວກີບ, ຜະລິດຕະພັນໄມ້ສຳເລັດຮູບ 5,8 ຕື້ ກ່ວາກີບ, ຜະລິດຕະພັນໄມ້ປ່ອງ 7 ລ້ານກ່ວາກີບ ແລະ ຜະລິດຕະພັນຖ່ານດຳ-ຖ່ານຂາວ ມີ 382 ລ້ານກວ່າກີບ.

ສ່ວນສີນຄ້ານໍາເຂົ້າມີມູນຄ່າ 18 ຕື້ກວ່າກີບ,ເຊິ່ງປະກອບມີ ໝວດສະບຽງອາຫານ,ນໍ້າມັນເຊື້ອໄຟ,ເຄື່ອງກໍ່ສ້າງ ແລະ ອື່ນໆ .
ຂ່າວ: ສຸດໃຈ ໄຊຍະບຸນຮາຍ