ແຂວງອັດຕະປື ປາຖະກະຖາ ວັນແມ່ຍິງສາກົນ ຄົບຮອບ 111 ປີ

290

ວັນທີ 4 ມີນາ 2021 ນີ້ແຂວງອັດຕະປື ໄດ້ຈັດພິທີປາຖະກາຖາ ວັນແມ່ຍິງສາກົນ ຄົບຮອບ 111 ປີ ຄື: ວັນທີ 8 ມີນາ ປີ 1910 ຫາ 8 ມີນາ 2021  ຂື້ນທີ່ຫໍປະຊຸມໃຫ່ຍຂອງແຂວງ,ໃຫ້ກຽດປາຖະກະຖາຂອງທ່ານ ບຸນໂຮມ ພົມມະສານ ຄະນະປະຈຳພັກແຂວງ ປະທານແນວລາວສ້າງຊາດ ແຂວງອັດຕະປື  ເຂົ້າຮ່ວມ ຮັບຟັງມີບັນດາການນຳຂັ້ນແຂວງ, ຄະນະສະຫະພັນແມ່ຍິງອ້ອມຂ້າງແຂວງ, ສະຫະພັນແມ່ຍິງຮາກຖານບຳນານ ພ້ອມດ້ວຍເອື້ອຍນ້ອງແມ່ຍິງ ເຂົ້າຮ່ວມ.

ທ່ານ ບຸນໂຮມ ພົມມະສານ ໄດ້ຍົກໃຫ້ເຫັນປະຫວັດ ຄວາມເປັນມາ,ແນວທາງນະໂຍບາຍຂອງພັກ-ລັດ ຕໍ່ການພັດທະນາ,ການປົກປ້ອງສິດຜົນປະໂຫຍດຂອງແມ່ຍິງ ແລະ ການສົ່ງເສີມຄວາມສະເໝີພາບ ລະຫວ່າງຍິງ-ຊາຍ ໃນ ສປປ ລາວ ເວົ້າລວມ-ເວົ້າສະເພາະ ກໍ່ຄືໃນແຂວງອັດຕະປື ຊຶ່ງໄດ້ກໍານົດແຈ້ງໃນລັດຖະທໍາມະນູນ ແລະ ກົດໝາຍຕ່າງໆ ພ້ອມນີ້ ກໍ່ໄດ້ມີການປັບປຸງຊີວິດການເປັນຢູ່ຂອງແມ່ຍິງທີ່ດ້ອຍໂອກາດໃນຕົວເມືອງ ແລະ ຊົນນະບົດໃຫ້ນັບມື້ນັບດີຂຶ້ນ.

ວັນທີ 8 ມີນາ ແມ່ນເຫດການ-ການເມືອງທີ່ສໍາຄັນ,ເປັນຂີດໝາຍແຫ່ງໄຊຊະນະຂອງຂະບວນການແມ່ຍິງສາກົນໃນການຕໍ່ສູ້ທວງເອົາສິດ,ຜົນປະໂຫຍດ ອັນເປັນທໍາໃຫ້ແກ່ແມ່ຍິງຊາວຜູ້ອອກແຮງງານ ໃນທົ່ວໂລກ, ເປັນວັນລະນຶກເຖິງຄຸນງາມຄວາມດີຂອງແມ່ຍິງທີ່ໄດ້ຕໍ່ສູ້ເພື່ອປົດປ່ອຍຕົນເອງ ແລະ ທວງເອົາສິດສະເໝີພາບ ປະຊາທິປະໄຕ ຄືກັບຜູ້ຊາຍ ຊຶ່ງໄດ້ທວງໃຫ້ພວກນາຍທຶນແກ້ໄຂຊີວິດການເປັນຢູ່ຂອງແມ່ຍິງ ພາຍໃຕ້ຄໍາຂວັນຜູ້ໜຶ່ງເຮັດວຽກມື້ລະ 8 ຊົ່ວໂມງ,ແມ່ຍິງ ແລະ ຜູ້ຊາຍເຮັດວຽກຄືກັນ ຕ້ອງໄດ້ຮັບເງິນເດືອນ ເທົ່າກັນ, ຕ້ອງມີລະບອບປ້ອງກັນສຸຂະພາບຂອງແມ່ຍິງ ແລະ ເດັກນ້ອຍ, ຕ້ານສົງຄາມຮຸກຮານ, ປົກປັກຮັກສາສັນຕິພາບຂອງໂລກ,ນັບແຕ່ນັ້ນມາ ວັນທີ 8 ມີນາ ຈຶ່ງເປັນວັນແມ່ຍິງສາກົນ,ຊຶ່ງທຸກໆປີແມ່ ຍິງໃນທົ່ວໂລກກໍໄດ້ພ້ອມກັນສະເຫຼີມສະຫຼອງຢ່າງເປັນຂະບວນຟົດຟື້ນ ແລະ ກວ້າງຂວາງ.

ຄຽງຄູ່ກັນນີ້ ການສະເຫຼີມສະຫຼອງວັນແມ່ຍິງສາກົນປີນີ້ສະຫະພັນແມ່ຍິງອ້ອມຂ້າງແຂວງອັດຕະປື ແລະ ສະຫະພັນແມ່ຍິງຮາກຖານບຳນານຮ່ວມໃຈ ກໍ່ໄດ້ຈັດຫຼາຍກິດຈະກຳເປັນຕົ້ນ:ການສະແດງສິລະປະວັນນະຄະດີ,ກິດຈະກຳຖາມ-ຕອບ ຄວາມຮູ້ຮອບຕົວ ແລະ ກິດຈະກຳການສາທິດການປ້ອງກັນພະຍາດໂຄວິດ 19 ,ເຊິ່ງທຸກກິດຈະກໍາໄດ້ຈັດຂື້ນ ແລະ ດໍາເນີນໄປຢ່າງເປັນຂະບວນຟົດຟຶ້ນ.

ຂ່າວ: ສິດຕິພອນ