ແຂວງໄຊຍະບູລີ ເລີ່ມສັກວັກແຊັງປ້ອງກັນພະຍາດໂຄວິດ-19 ຮອບທີ 1 ໃຫ້ກຸ່ມສ່ຽງ

413

ໄຊຍະບູລີ ເປີດຂະບວນການສັກວັກແຊັງປ້ອງກັນພະຍາດໂຄວິດ-19 ໃຫ້ກຸ່ມທີ່ມີຄວາມສ່ຽງສູງ ຮອບທີ 1 ເຊິ່ງໄດ້ຈັດຂຶ້ນຢູ່ທີ່ໂຮງໝໍແຂວງ ແລະ ຫ້ອງການສາທາລະນະສຸກເມືອງໄຊຍະບູລີ ໃນວັນທີ 5 ມີນາ 2021.

ນໍາພາໂດຍ ທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງໄຊຍະບູລີ, ມີການນໍາຂອງແຂວງ, ພະແນກການ, ກົມກອງອ້ອມຂ້າງແຂວງ ແລະ ຈະໄດ້ດໍາເນີນການສັກຢາໃນຮອບທີ 1 ຈົນເຖິງ ວັນທີ 12 ມີນາ 2021 ນີ້ ເປັນຕົ້ນ ການນໍາຂອງແຂວງ, ການນໍາຂອງເມືອງໄຊຍະບູລີ, ພະແນກສາທາລະນະສຸກ ແລະ ໂຮງໝໍແຂວງ, ພະນັກງານສາທາລະນະສຸກເມືອງ ແລະ ໂຮງໝໍນ້ອຍ, ຫ້ອງວ່າການແຂວງ, ກໍາມະບານແຂວງ, ຫ້ອງປະກັນສັງຄົມ, ພະແນກການຕ່າງປະເທດ, ໄອຍະການແຂວງ, ແນວລາວສ້າງຊາດ, ພະແນກພາຍໃນ, ພະລັງງານບໍ່ແຮ່, ພະນກ ຍທຂ, ພະແນກ ຖວທ, ຊາວໜຸ່ມແຂວງ, ສຶກສາແຂວງ, ພາສີ, ຈັດຕັ້ງ, ສານແຂວງ, ພະແນກ ຮສສ, ທະນາຄານພາຍໃນແຂວງ, ນໍ້າປະປາ, ໄຟຟ້າ, ອີທີແອວ, ລາວໂທລະຄົມ, ຢູນິເທວ, ສະຫະພັນແມ່ຍິງແຂວງ, ໄປສະນີ, ສະພາປະຊາຊົນແຂວງ, ທະຫານແຂວງ.

ໃນຮອບທີ 1 ຈະສັກທັງໝົດ 9.900 ໂດສແລະ ຮອບທີ 2 ຈະສັກຕື່ມໃນວັນທີ 6 ເມສາ 2021 ຈໍານວນ 9.900 ໂດສ ລວມທັງໝົດທີ່ແຂວງໄຊຍະບູລີ ໄດ້ຮັບວັກແຊັງປ້ອງກັນໂຄວິດ-19 ທັງໝົດ 19.800 ຫຼອດ.

ພ້ອມນີ້ຍັງໄດ້ແຈກຢາຍວັກແຊັງໃຫ້ຈໍານວນເປົ້າໝາຍ 11 ເມືອງໃນທົ່ວແຂວງ ເຊັ່ນ: ເມືອງຄອບ 600 ໂດສ, ຊຽງຮ່ອນ 500ໂດສ , ເມືອງເງິນ 600 ໂດສ, ຫົງສາ 700ໂດສ , ໄຊສະຖານ 400 ໂດສ, ໄຊຍະບູລີ 500 ໂດສ, ເມືອງພຽງ 500 ໂດສ, ເມືອງປາກລາຍ 700 ໂດສ, ທົ່ງມີໄຊ 500 ໂດສ, ແກ່ນທ້າວ 700ໂດສ , ເມືອງບໍ່ແຕນ 500 ໂດສ.

ນອກນີ້ ຍັງມີພະແນກການອ້ອມຂ້າງແຂວງ 3.000 ໂດສ, ໂຮງໝໍແຂວງ 500 ໂດສ, ໂຮງໝໍທະຫານແຂວງ 100 ໂດສແລະ ໂຮງໝໍກອງພົນທີ II ຈຳນວນ100  ໂດສ.

ວັກແຊັງດັ່ງກ່າວແຈກຢາຍເຖິງເມືອງໃນທົ່ວແຂວງ ເປັນຮຽບຮ້ອຍ ຂ່າວໃຫ້ຮູ້ຕື່ມວ່າ: ໃນວັນດຽວກັນນີ້ຢູ່ໂຮງໝໍຊຸມຊົນເມືອງຊຽງຮ່ອນ ແລະ ຫ້ອງການສາທາລະນະສຸກເມືອງພຽງ, ໂຮງໝໍຊຸມຊົນເມືອງຫົງສາ, ຫ້ອງການສາທາລະນະສຸກເມືອງຄອບ ກໍ່ໄດ້ສັກວັກຊິນປ້ອງກັນພະຍາດໂຄວິດ-19 ໃຫ້ແກ່ກຸ່ມທີ່ມີຄວາມສ່ຽງ ໂດຍສະເພາະແພດໝໍ ຜູ້ທີ່ເຮັດວຽກຢູ່ດ່ານ ແລະ ຄະນະສະເພາະກິດຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19.

ຂ່າວ: ບຸນທີ.