ການນຳຂັ້ນເມືອງອາດສະພອນ ລົງກວດກາໂຄງການປັບປຸງເສັ້ນທາງຊົນນະບົດບ້ານດົງຄຳກວນ ( ແກ້ງຍາວ )

166

ຕອນເຊົ້າວັນທີ 2 ມີນາ 2021 ນີ້ ທາງການນຳຂັ້ນເມືອງອາດສະພອນ ແຂວງສະຫວັນນະເຂດ ໄດ້ລົງກວດກາໂຄງການປັບປຸງເສັ້ນທາງຊົນນະບົດຈຸດ 1 ເສັ້ນກຸ່ມບ້ານດົງຄຳກວນ ( ແກ້ງຍາວ ).

ໂດຍການນຳພາຂອງທ່ານ ສີວິໄລ ສີທຳມະວັນ ຮອງເຈົ້າ ເມືອງອາດສະພອນ, ທ່ານ ຖາວອນ ໄຊຍະເຄື່ອງ  ຫົວໜ້າຫ້ອງວ່າການເມືອງ, ທ່ານ ດາວເຮືອງ ແກ້ວມະນີວົງຫົວໜ້າຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເມືອງ ທັງເປັນປະທານຈຸດສຸມໂນນມີໄຊ ພ້ອມດ້ວຍພໍ່ແມ່ປະຊາຊົນບ້ານແກ້ງຍາວເຂົ້າຮ່ວມ ຈຳນວນ 30 ກວ່າຄົນ.

ໂຄງການປັບປຸງເສັ້ນທາງຊົນນະບົດຈຸດ 1 ເສັ້ນກຸ່ມບ້ານດົງຄຳກວນ ( ແກ້ງຍາວ )  ມີໄລຍະທາງປະມານ 6,7 ກິໂລແມັດ, ໜ້າວຽກທີ່ເຮັດແມ່ນບຸກເບີກປ່າສອງຂ້າງທາງ ກວ້າງ 4 ແມັດ, ເປັນບໍລິມາດ 1.600 ຕາແມັດ, ປັບເກດ ແລະ ຕົບແຕ່ງໜ້າທາງກວ້າງ 5 ແມັດ, ລວງຍາວ 5 ກິໂລແມັດ, ຄິດເປັນມູນຄ່າ 179 ລ້ານກວ່າກີບ ໂດຍໄດ້ຮັບທຶນຂອງໂຄງການ ທລຍ ປະຈຳເມືອງອາດສະພອນ ແຂວງສະຫວັນນະເຂດ ເພື່ອເຮັດໃຫ້ການສັນຈອນໄປມາຂອງພໍ່ແມ່ປະຊາຊົນມີຄວາມສະດວກສະບາຍຂຶ້ນກວ່າເກົ່າ.