ສສຊ 10 ທ່ານ ທີ່ຮັບການເລືອກຕັ້ງ ເປັນສະມາຊິກສະພາແຫ່ງຊາດຊຸດທີIX ເຂດເລືອກຕັ້ງທີ 6 ແຂວງຫຼວງພະບາງ ມີດັ່ງນີ້

1279

ຕອນບ່າຍ ວັນທີ 5 ມີນາ 2021 ນີ້ ທ່ານ ນາງ ວຽນວິໄລ ດີລະພັນ ກຳມະການປະຈຳພັກແຂວງ ຮອງປະທານສະພາປະຊາຊົນແຂວງ ອານຸກໍາມະການເລຂານຸການ ໄດ້ຖະແຫຼງຂ່າວ ຜົນການປ່ອນບັດເລືອກຕັ້ງ ເອົາສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 6 ແຂວງຫຼວງພະບາງ ຈໍານວນ 10 ທ່ານ, ຍິງ 3 ທ່ານ ເຊິ່ງມີລາຍຊື່ລະອຽດ ດັ່ງນີ້:


1. ທ່ານ ວົງສະຫວັນ ເທບພະຈັນ
2. ທ່ານ ປອ ສີນາວາ ສຸພານຸວົງ
3. ທ່ານ ນາງ ມະນີວັນ ເຢຍປາວເຮີ
4. ທ່ານ ນາງ ວຽນວິໄລ ດີລະພັນ
5. ທ່ານ ນາງ ວັນດີ ບຸດທະສະວົງ
6. ທ່ານ ປອ ກໍລະກັນ ພົມມະວົງ
7. ທ່ານ ສົມພອນ ສີອຸດົມພັນ
8. ທ່ານ ສົມມະລີ ຄຳເກັ່ງ
9. ທ່ານ ປອ ວົງເພັດ ອຸດົມລິດ
10. ທ່ານ ພັອ ສີວິໄຊ ເພັງສັນຕິສຸກ

ສໍາລັບມີຜູ້ແທນໄດ້ຮັບການເລືອກຕັ້ງ ເປັນສະມາຊິກສະພາປະຊາຊົນແຂວງ ຫຼວງພະບາງຊຸດທີ 2 ມີທັງໝົດຈໍານວນ 33 ທ່ານ, ຍິງ 9 ທ່ານ, ເຊິ່ງມີລາຍຊື່ລະອຽດ ແຕ່ລະເຂດເລືອກຕັ້ງ ດັ່ງນີ້:
1. ເຂດເລືອກຕັ້ງ ນະຄອນ-ຫຼວງພະບາງ: ມີ 3 ທ່ານ, ຍິງ 1 ທ່ານ.
1) ທ່ານ ບຸນລຽງ ແກ້ວມະນີ
2) ທ່ານ ນາງ ສຸທາ ທອງສະໝຸດ
3) ທ່ານ ພອນເລີດ ໄຊຍະນາ
2. ເຂດເລືອກຕັ້ງ ເມືອງຊຽງເງິນ: ມີ 3 ທ່ານ, ຍິງ 0 ທ່ານ.
1) ທ່ານ ສິງຕັນ ໄຊລືຊົ່ງ
2) ທ່ານ ສົມລິດ ສີປະເສີດ
3) ທ່ານ ເພັດລະຄອນ ໄຊຍະຈັນ
3. ເຂດເລືອກຕັ້ງ ເມືອງນານ: ມີ 3 ທ່ານ, ຍິງ 1 ທ່ານ.
1) ທ່ານ ທອນ ສີອຳພອນ
2) ທ່ານ ບຸນມີ ບຸນທັນແສງງາມ
3) ທ່ານ ນາງ ແກ້ວລາ ມະນີຈິດ
4. ເຂດເລືອກຕັ້ງ ເມືອງປາກອູ: ມີ 3 ທ່ານ, ຍິງ 1 ທ່ານ.
1) ທ່ານ ນາງ ສຸກສະຫວັນ ສີສຸພັນທອນ
2) ທ່ານ ໄຊເຢ່ຍ ເຊັງທ່າວ
3) ທ່ານ ພັທ ສົມພານ ສຸລິຍະເດດ
5. ເຂດເລືອກຕັ້ງ ເມືອງນໍ້າບາກ: ມີ 3 ທ່ານ, ຍິງ 0 ທ່ານ.
1) ທ່ານ ຫຸມເພັງ ໂທ ທິທຳ
2) ທ່ານ ບຸນທັນ ສີລິລັດ
3) ທ່ານ ສີວອນ ວົງຄຳຈັນ
6. ເຂດເລືອກຕັ້ງ ເມືອງງອຍ: ມີ 3 ທ່ານ, ຍິງ 0 ທ່ານ.


1) ທ່ານ ພັທ ກິ່ງແກ້ວ ແກ້ວມະນີ
2) ທ່ານ ສຸວິລັດ ພັນສຸເດດ
3) ທ່ານ ບຸນເຕັມ ອາໄພສະຫວັດ
7. ເຂດເລືອກຕັ້ງ ເມືອງປາກແຊງ: ມີ 3 ທ່ານ, ຍິງ 1 ທ່ານ.
1) ທ່ານ ດວງເພັດ ຢວນໄຊສົມແພງ
2) ທ່ານ ນາງ ແສງຈັນ ວົງວຽງຄຳ
3) ທ່ານ ພັທ ໄຈເພັດ ສີລິວັນ
8. ເຂດເລືອກຕັ້ງ ເມືອງໂພນໄຊ: ມີ 3 ທ່ານ, ຍິງ 1 ທ່ານ.
1) ທ່ານ ຊາຍພອນ ສຸອຸໄທ
2) ທ່ານ ນາງ ສີອຳພອນ ຄຸນພານິດ
3) ທ່ານ ຈັນທົມ ສຸລິຍະສັກ
9. ເຂດເລືອກຕັ້ງ ເມືອງຈອມເພັດ: ມີ 3 ທ່ານ, ຍິງ 2 ທ່ານ.
1) ທ່ານ ນາງ ຈັນທອນ ມີລາວັນ
2) ທ່ານ ນາງ ຈັນດີ ເຢັງວື່
3) ທ່ານ ສົມສິດ ບຸນທອງສີ
10. ເຂດເລືອກຕັ້ງ ເມືອງວຽງຄຳ: ມີ 2 ທ່ານ, ຍິງ 1 ທ່ານ.
1) ທ່ານ ສອນສັກ ສຸລິເສີມ
2) ທ່ານ ນາງ ບົວໄລ ແພງສະຫວັນ
11. ເຂດເລືອກຕັ້ງ ເມືອງພູຄູນ: ມີ 2 ທ່ານ, ຍິງ 1 ທ່ານ.
1) ທ່ານ ຄຳພັນ ພະນິນທອງ
2) ທ່ານ ນາງ ສີສະຫງວນ ທຳມະວົງ
12. ເຂດເລືອກຕັ້ງ ເມືອງໂພນທອງ: ມີ 2 ທ່ານ, ຍິງ 0 ທ່ານ.
1) ທ່ານ ສົມວອນ ແກ້ວຄໍາພອນ
2) ທ່ານ ບຼົ່ງວ່າງ ຫວ່າງເຈ່ຍຊ່າ