ດ່ວນ! ສປປ ລາວ ພົບຜູ້ຕິດເຊື້ອໂຄວິດ-19ເພີ່ມ 2 ກໍລະນີ ເປັນແຮງງານລາວທີ່ເດີນທາງມາຈາກປະເທດໄທ

290

ໃນຕອນບ່າຍຂອງວັນທີ 5 ມີນາ 2021 ທີ່ກະຊວງສາທາລະນະສຸກ ໄດ້ມີການຖະແຫຼງຂ່າວຈາກຄະນະສະເພາະກິດວ່າພົບຜູ້ຕິດເຊື້ອໃໝ່ເພີ່ມ 2 ກໍລະນີ ເຊິ່ງເປັນຄົນລາວທີ່ກັບຈາກໄປເຮັດວຽກຢູ່ປະເທດໄທ.


ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຕາງໜ້າໃຫ້ຄະນະສະເພາະກິດຖະແຫຼງຂ່າວປະຈຳວັນວ່າ: ໃນວັນທີ 4 ມີນາ 2021 ສປປ ລາວ ແມ່ນໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 726 ຄົນ; ຜົນກວດວິເຄາະທັງໝົດແມ່ນພົບຜູ້ຕິດເຊື້ອໃໝ່ເພີ່ມ 2 ກໍລະນີ, ໃນນີ້ ຜູ້ຕິດເຊື້ອນ້ຳເບີ 46 ເປັນເພດຊາຍ ອາຍຸ 28 ປີ; ຜູ້ຕິດເຊື້ອນ້ຳເບີ 47 ເປັນເພດຊາຍ ອາຍຸ 26 ປີ ທັງສອງແມ່ນເປັນຄົນແຂວງຫຼວງພະບາງ ທີ່ໄປເຮັດວຽກຢູ່ປະເທດໄທ.

ປະຫວັດການເດີນທາງຂອງທັງ 2 ກໍລະນີ: ໃນວັນທີ 2 ມີນາ 2021 ພວກກ່ຽວທັງ 2 ໄດ້ເດີນທາງຈາກຈັງຫວັດປະທຸມທານີ ມາຫາ ຈັງຫວັດໜອງຄາຍ ແລະ ຮອດ ສປປ ລາວ ໃນວັນທີ 3 ມີນາ 2021, ຫຼັງຈາກນັ້ນ ພວກກ່ຽວໄດ້ນຳສົ່ງໄປຈຳກັດບໍລິເວນຢູ່ສະຖານທີ່ ທີ່ຖືກຈຳກັດໄວ້ ພ້ອມທັງເກັບຕົວຢ່າງກວດຊອກຫາເຊື້ອໂຄວິດ-19 (ທັງ 2 ຄົນ ແມ່ນບໍ່ມີອາການສະແດງຫຍັງ).ໃນວັນທີ 4 ມີນາ 2021 ຜົນກວດຢັ້ງຢືນ ແມ່ນພົບເຊື້ອໂຄວິດ-19.

ປັດຈຸບັນ ພວກກ່ຽວໄດ້ເຂົ້າແຍກປ່ຽວ, ນອນຕິດຕາມ ແລະ ປິ່ນປົວຢູ່ໂຮງໝໍທີ່ຖືກກຳນົດໄວ້ໃນນະຄອນຫຼວງວຽງຈັນ.

ໃນນັ້ນ ແມ່ນມີຜູ້ສຳຜັດໃກ້ຊິດທັງໝົດ 32 ກໍລະນີ ແລະ ໄດ້ເກັບຕົວຢ່າງມາກວດ ເຫັນວ່າບໍ່ພົບເຊື້ອ ແລະ ສືບຕໍ່ເຝົ້າລະວັງຈຳກັດບໍລິເວນຜູ້ສຳຜັດໃກ້ຊິດຈົນຄົບ 14 ວັນ.

ສັງລວມການກວດວິເຄາະ ນັບແຕ່ເດືອນມັງກອນ 2020 ຮອດ ປັດຈຸບັນ ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 116.182 ຕົວຢ່າງ, ກວດພົບເຊື້ອສະສົມ 47 ຄົນ.

ຄົນເຈັບຕິດເຊື້ອພະຍາດໂຄວິດ-19 ໃນປັດຈຸບັນແມ່ນມີຈຳນວນ 5 ຄົນ ແມ່ນສືບຕໍ່ນອນຕິດຕາມອາການ ແລະ ປິ່ນປົວຢູ່ໂຮງໝໍທີ່ຖືກກຳນົດໄວ້.