ປູກຜັກສະຫຼັດແນວໃດໃຫ້ໄດ້ຮັບຜົນດີ

443

ຜັກສະຫຼັດ ເປັນຜັກໃຊ້ບໍລິໂພກສ່ວນໃບ ແລະ ນິຍົມກັນເອົາມາປຸງແຕ່ງອາຫານ ເປັນຕົ້ນແມ່ນເຮັດຍຳສະຫຼັດ, ພັນໝ້ຽງ, ກິນສົດກັບເຝີ, ລາບກ້ອຍ ແລະ ອື່ນໆ. ຜັກສະຫຼັດມີລົດຊາດແຊບດີ, ມີປະໂຫຍດຕໍ່ຮ່າງກາຍດີຕໍ່ສຸຂະພາບ. ນອກນັ້ນ, ຍັງສາມາດປູກຈຳໜ່າຍເພື່ອສ້າງລາຍຮັບແກ່ຄອບຄົວອີກດ້ວຍ. ມື້ນີ້ຜູ້ຂຽນຈະນຳເອົາເຕັກນິກວິທີໃນການປູກຜັກສະຫຼັດມາໃຫ້ທຸກທ່ານສາມາດນຳໄປປູກ ແລະ ປະຕິບັດດັ່ງນີ້:

ລັກສະນະແນວພັນ: ຜັກສະຫຼັດເປັນຜັກທີ່ໃຊ້ບໍລິໂພກສ່ວນໃບ, ເປັນພືດລົ້ມລຸກ ອາຍຸ 1 ປີ ແລະ ສາມາດແບ່ງຜັກສະຫຼັດຂາຍອອກເປັນ 3 ກຸ່ມໃຫຍ່: ຜັກສະຫຼັດຫົວຫໍ່ຄ້າຍຄືກະລໍ່າປີ, ຜັກສະຫຼັດທຳມະດາ ແລະ ຜັກສະຫຼັດລຳຕົ້ນຍາວ.

1. ການກະກຽມໜານປູກ

ກ່ອນອື່ນໝົດເຮົາໄຖ ຫຼື ຂຸດໃຫ້ເລິກປະມານ 20 – 30 ຊັງຕີແມັດ, ຕາກແດດ 7 – 10 ວັນ, ໃຊ້ຈົກ, ຊວ້ານແປງເປັນໜານນຳເອົາຝຸ່ນຄອກ ຫຼື ຝຸ່ນບົ່ມປະສົມລົງໃນໜານທີ່ກະກຽມໄວ້ໃຫ້ລະອຽດ ແລະ ເຮັດໜານລວງສູງປະມານ 15 – 20 ຊັງຕີແມັດ ຫຼື ລວງຍາວອື່ນຕາມ ຄວາມເໝາະສົມ.

2. ວິທີປູກ

ວິທີທີ 1 ແມ່ນການປູກແບບຫວ່ານເມັດທົ່ວໜ້າດິນ ແລ້ວເອົາຝຸ່ນຄອກ ຫຼື ຝຸ່ນບົ່ມມາປົກຄຸມໜານໜາປະມານ 0,5 – 1 ຊັງຕີແມັດ, ປົກຄຸມດ້ວຍເຟືອງ ຫຼື ຫຍ້າແຫ້ງແລ້ວຫົດນໍ້າໃຫ້ຊຸ່ມ ເມື່ອງອກອອກມາໄດ້ແລ້ວໃບແທ້ປະມານ 2 – 3 ໃບ ໃຫ້ຖອນແຍກຕົ້ນທີ່ອ່ອນແອອອກຖິ້ມແລ້ວຈັດໄລຍະຫ່າງລະ ຫວ່າງຕົ້ນ ເພື່ອໃຫ້ຕົ້ນຜັກສາມາດເຕີບໂຕໄດ້.

ສ່ວນການປູກແບບໃຊ້ເບ້ຍກ້າຈາກໜານ, ຫຼັງຈາກເບ້ຍພ້ອມທີ່ຈະປູກຕ້ອງມີອາຍຸ 25 – 30 ວັນ ຫຼື ມີໃບແທ້ 3 – 4 ໃບ ຄັດເລືອກເອົາຕົ້ນທີ່ແຂງແຮງລົງປູກໃນໜານໃຊ້ໄລຍະຫ່າງລະຫວ່າງຕົ້ນ ແລະ ແຖວ 25 – 30 ຊັງຕີແມັດ.

อาจเป็นรูปภาพของ กลางแจ้ง

3. ການບົວລະບັດຮັກສາ ແລະ ໃສ່ຝຸ່ນ

ຜັກສະຫຼັດເປັນພືດທີ່ຕ້ອງການຝຸ່ນຫຼາຍພໍສົມຄວນ. ດັ່ງນັ້ນ, ການກຳນົດໃສ່ຝຸ່ນແມ່ນມີຄວາມຈຳເປັນເພື່ອໃຫ້ມີປະສິດທິພາບສູງ ໂດຍສະເພາະດ້ານການຈະເລີນເຕີບໂຕຂອງໃບ, ກ້ານ, ລຳຕົ້ນ. ສະນັ້ນ, ຈຶ່ງແນະນຳໃຫ້ໃຊ້ຝຸ່ນວິທະຍາສາດສູດ 15:15:15 ສຳລັບພັນໃບ 13:13:21 ສໍາລັບ/ພັນຫົວແມ່ນໃສ່ໃນອັດຕາ 3.000 ກິໂລຕໍ່ເຮັກຕ້າ ໂດຍແບ່ງໃສ່ 2 ຄັ້ງ ຄັ້ງທີ 1 ໃສ່ເຄິ່ງໜຶ່ງເປັນຝຸ່ນຮອງພື້ນປູກແລ້ວພວນດິນປູກເທື່ອທີ 2 ໃຫ້ໃສ່ເມື່ອຕົ້ນພືດອາຍຸໄດ້ 10 – 20 ວັນ, ຈາກນັ້ນຈໍານວນຝຸ່ນທີ່ເຫຼືອຄັ້ງທໍາອິດ.

ການໃຫ້ນ້ຳຄວນໃຫ້ນ້ຳຢ່າງພຽງພໍຢ່າໃຫ້ປຽກຈົນເກີນໄປ ອີງໃສ່ຕາມສະພາບຄວາມຊຸ່ມຂອງດິນໃນໜານຜັກ.

ການເສຍຫຍ້າພວນດິນຄວນເຮັດໃນໄລຍະທຳອິດ ເພື່ອເຮັດໃຫ້ດິນຜຸຜຸ່ຍ ມີຊ່ອງຫວ່າງອາກາດ ແລະ ລະບາຍນ້ຳໄດ້ດີ ພ້ອມທັງກຳຈັດຫຍ້າໄປພ້ອມກັນ ເມື່ອຕົ້ນພືດມີໃບປົກຄຸມດິນແລ້ວບໍ່ຈຳເປັນຕ້ອງເສຍຫຍ້າກໍໄດ້.

อาจเป็นรูปภาพของ อาหาร

4. ການເກັບກ່ຽວ

ໃຊ້ມີດຕັດບໍລິເວນເຫງົ້າ, ຕັດໃບລຸ່ມສຸດທີ່ແກ່ອອກໃນໄລຍະເວລາເກັບກ່ຽວຜັກສະຫຼັດຢູ່ບ້ານເຮົາແມ່ນຂຶ້ນກັບແນວພັນ ສ່ວນຫຼາຍແມ່ນ 40 – 70 ວັນ ກໍສາມາດເກັບກ່ຽວໄດ້ແລ້ວ ແລະ ສາມາດນໍາໄປຮັບປະທານ ແລະ ຂາຍ ເພື່ອສ້າງເສດຖະກິດໃຫ້ຄອບຄົວໄດ້ນຳອີກ.

( ຂໍ້ມູນ: ກະເສດຍຸກໃໝ່ )