ລັດຖະບານ ກຳນົດ 11 ວຽກຈຸດສຸມ ປະຕິບັດໃນເດືອນມີນາ ເອົາໃຈໃສ່ຄຸ້ມຄອງລາຄາສິນຄ້າ ຮັກສາສະຖຽນລະພາບດ້ານເງິນຕາ

261

ໃນເດືອນມີນານີ້ ລັດຖະບານຈະສືບຕໍ່ເອົາໃຈໃສ່ຕິດຕາມຄຸ້ມຄອງລາຄາສິນຄ້າ ເພື່ອບໍ່ໃຫ້ຜູ້ປະກອບການ, ພໍ່ຄ້າຊາວຂາຍສວຍໂອກາດຂຶ້ນລາຄາສິນຄ້າ ພ້ອມທັງເອົາໃຈໃສ່ຕິດຕາມຊຸກຍູ້ສົ່ງເສີມທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ ( SMEs ), ສືບຕໍ່ຄຸ້ມຄອງ ແລະ ຮັກສາສະຖຽນລະພາບດ້ານເງິນຕາໃຫ້ມີຄວາມໝັ້ນທ່ຽງ, ເໜັງຕີງໃນລະດັບທີ່ກໍານົດໄວ້.

ກອງປະຊຸມລັດຖະບານ ຊຸດທີ VIII ທ້າຍສະໄໝ ທີ່ມີຂຶ້ນເມື່ອມໍ່ໆມານີ້ທີ່ສຳນັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ກໍານົດ 11 ວຽກຈຸດສຸມ ປະຈໍາເດືອນມີນາ 2021 ໃຫ້ບັນດາຂະແໜງການ ແລະ ທ້ອງຖິ່ນກ່ຽວຂ້ອງສຸມໃສ່ຈັດຕັ້ງປະຕິບັດ ດັ່ງນີ້:

  1. ສືບຕໍ່ຮັກສາສະຖຽນລະພາບທາງດ້ານການເມືອງໃຫ້ມີ ຄວາມສະຫງົບ, ເປັນລະບຽບຮຽບຮ້ອຍ, ສະກັດກັ້ນບັນດາປາກົດການຫຍໍ້ທໍ້ຕ່າງໆໃນສັງຄົມ ໂດຍຈໍາກັດ ແລະ ຕີຖອຍສິ່ງທີ່ບໍ່ດີເຫຼົ່ານັ້ນ ເພື່ອສ້າງຄວາມເຊື່ອໝັ້ນ ແລະ ຄວາມປອດໄພໃຫ້ແກ່ປະຊາຊົນ. ພ້ອມກັນນັ້ນ, ກໍໃຫ້ສືບຕໍ່ເອົາໃຈໃສ່ຕິດຕາມສະພາບການນໍາໃຊ້ສື່ສັງຄົມອອນລາຍ ແລະ ອື່ນໆ ທີ່ມີການເຄື່ອນໄຫວໂຄສະນາໂຈມຕີບິດເບືອນແນວທາງ ແລະ ນະໂຍບາຍຂອງພັກ ແລະ ລັດ.

อาจเป็นรูปภาพของ 3 คน

  1. ສືບຕໍ່ຕິດຕາມຢ່າງໃກ້ຊິດ ສະພາບການພາກພື້ນ ແລະ ສາກົນ ໂດຍມີການວິເຄາະ – ວິໄຈເລິກເຊິ່ງ ກ່ຽວກັບຄວາມສ່ຽງ ແລະ ທ່າອ່ຽງຜົນກະທົບທາງດ້ານການເມືອງ, ເສດຖະກິດ ແລະ ສັງຄົມຕໍ່ປະເທດເຮົາ ສືບຕໍ່ສ້າງສະພາບແວດລ້ອມອັນເອື້ອອໍານວຍໃຫ້ແກ່ການຮ່ວມມືກັບພາກພື້ນ ແລະ ສາກົນ ເພື່ອຍາດແຍ່ງເອົາການສະໜັບສະໜູນ, ການຊ່ວຍເຫຼືອ, ການຮ່ວມມືໃຫ້ແກ່ການສ້າງສາພັດທະນາປະເທດເຮົາ. ພ້ອມກັນນີ້, ກໍໃຫ້ສືບຕໍ່ກະກຽມຮອບດ້ານແຜນການເຄື່ອນໄຫວຕ່າງປະເທດຂອງການນໍາພັກ – ລັດ ໃນປີ 2021 ໃຫ້ມີເນື້ອໃນ ແລະ ບັນຍາກາດທີ່ດີ.

  2. ທຸກຂະແໜງການ ແລະ ທ້ອງຖິ່ນ ໃຫ້ສືບຕໍ່ຕິດຕາມການຈັດເກັບລາຍຮັບໃຫ້ໄດ້ຕາມແຜນການ ແລະ ທັນເວລາ ດ້ວຍມາດຕະການຕ່າງໆຢ່າງຄົບຊຸດ, ໂດຍສະເພາະແມ່ນເລັ່ງພັດທະນາ ແລະ ນໍາໃຊ້ເຄື່ອງມືທັນສະໄໝໃນການເກັບລາຍຮັບ ແລະ ຮີບຮ້ອນສືບຕໍ່ປັບປຸງບັນດາລັດວິສາຫະກິດໃຫ້ສໍາເລັດໂດຍໄວ.

  3. ສືບຕໍ່ປຸກລະດົມຂົນຂວາຍການລົງທຶນດ້ວຍຫຼາຍຮູບການ, ປັບປຸງແກ້ໄຂບັນຫາສິ່ງກີດ ຂວາງຕ່າງໆ ເພື່ອສ້າງເງື່ອນໄຂສະດວກໃຫ້ແກ່ນັກລົງທຶນ ແລະ ຍົກສູງປະສິດທິພາບການບໍລິການປະຕູດຽວ. ພ້ອມນີ້, ກໍເລັ່ງລັດການຈັດຕັ້ງປະຕິບັດ 8 ມາດຕະການ ຊຸກຍູ້ເສດຖະກິດໃຫ້ມີປະສິດທິຜົນ ເພື່ອກະຕຸກຊຸກຍູ້ການສ້າງຖານລາຍຮັບເພີ່ມຂຶ້ນ ພ້ອມທັງຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ – ສັງຄົມແຫ່ງຊາດ ປີ 2021 ໃຫ້ກ້າວເຂົ້າສູ່ລວງເລິກ ແລະ ນໍາໃຊ້ທຸກທ່າແຮງບົ່ມຊ້ອນທີ່ມີ.

อาจเป็นรูปภาพของ 1 คน

  1. ສືບຕໍ່ຄຸ້ມຄອງ ແລະ ຮັກສາສະຖຽນລະພາບດ້ານເງິນຕາໃຫ້ມີຄວາມໝັ້ນທ່ຽງ, ເໜັງຕີງໃນລະດັບທີ່ກໍານົດໄວ້, ຄຸ້ມຄອງການເຄື່ອນໄຫວຂອງທະນາຄານທຸລະກິດ ແລະ ເພີ່ມທະວີການຕິດຕາມ, ກວດກາສິນເຊື່ອຂອງບັນດາສະຖາບັນການເງິນໃຫ້ເຄື່ອນໄຫວຖືກຕ້ອງຕາມກົດໝາຍ ແລະ ລະບຽບການ, ຄົ້ນຄວ້າອັດຕາດອກເບ້ຍເງິນກູ້ ເພື່ອສົ່ງເສີມຊຸກຍູ້ການຜະລິດ, ການລົງທຶນ ແລະ ເພື່ອກະຕຸ້ນເສດຖະກິດໃຫ້ຂະຫຍາຍຕົວ.

  2. ສືບຕໍ່ເອົາໃຈໃສ່ຕິດຕາມຄຸ້ມຄອງລາຄາສິນຄ້າ ເພື່ອບໍ່ ໃຫ້ຜູ້ປະກອບການ, ພໍ່ຄ້າຊາວຂາຍສວຍໂອກາດຂຶ້ນລາຄາສິນຄ້າ, ພ້ອມທັງເອົາໃຈໃສ່ຕິດ ຕາມຊຸກຍູ້ ສົ່ງເສີມທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ ( SMEs ), ຊຸກຍູ້ບັນດາໂຮງງານປຸງແຕ່ງຕ່າງໆໃຫ້ເຄື່ອນໄຫວປົກກະຕິ, ຖືກກົດໝາຍ, ມີປະສິດທິຜົນ ແລະ ການສົ່ງອອກຜະລິດຕະພັນໃຫ້ຫຼາຍຂຶ້ນ ເພື່ອທົດແທນການນໍາເຂົ້າສິນຄ້າ ແລະ ເປັນການສ້າງຖານການຜະລິດໃຫ້ເຂັ້ມແຂງ.

อาจเป็นรูปภาพของ 3 คน

  1. ຮີບຮ້ອນແກ້ໄຂບັນດາອຸປະສັກໃນການຂົນສົ່ງ – ຈໍລະຈອນສິນຄ້າຢູ່ພາຍໃນປະເທດ ແລະ ຢູ່ຕາມດ່ານຕ່າງໆ ໂດຍຄົ້ນຄວ້າຫຼາຍວິທີແກ້ໄຂແບບປະສົມປະສານກັນຕາມສະພາບຕົວຈິງຂອງແຕ່ລະບ່ອນ ເຮັດແນວໃດບໍ່ໃຫ້ສິນຄ້າອັ່ງອໍ ແລະ ເສຍຄຸນນະພາບຍ້ອນອຸປະສັກໃນການຂົນສົ່ງ. ຄຽງຄູ່ກັນນັ້ນ, ກໍຕ້ອງຮັບປະກັນບໍ່ໃຫ້ມີຄວາມສ່ຽງໃນການຕິດເຊື້ອພະຍາດໂຄວິດ – 19 ຢ່າງເດັດຂາດ.

  2. ໃຫ້ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ – 19 ແລະ ກະຊວງສາທາລະນະສຸກ ເພີ່ມທະວີການຄຸ້ມຄອງ, ການຕິດຕາມ, ກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດມາດຕະການປ້ອງກັນການແຜ່ເຊື້ອ ແລະ ຕິດເຊື້ອພະຍາດໂຄວິດ – 19 ກໍຄືພະຍາດຕາມລະດູການຕ່າງໆ ແລະ ລາຍງານໃຫ້ຂັ້ນເທິງຮັບຊາບຢ່າງເປັນປົກກະຕິ ແລະ ທັນເວລາ.

อาจเป็นรูปภาพของ 1 คน

  1. ສືບຕໍ່ຕິດຕາມເຝົ້າລະວັງການປ່ຽນແປງດິນຟ້າອາກາດ ເພື່ອປະຊາສໍາພັນໃຫ້ປະຊາຊົນໄດ້ຮັບຮູ້ຂໍ້ມູນ – ຂ່າວສານ ທັງກະກຽມຮັບມືໃຫ້ທັນສະພາບການ ພ້ອມທັງຕິດຕາມເຝົ້າລະວັງ ແລະ ກະກຽມຄວາມພ້ອມໃນດ້ານຕ່າງໆ ເພື່ອຕ້ານແລ້ງ – ຕ້ານຖ້ວມ.

  2. ໃຫ້ບັນດາກະຊວງ – ອົງການ ແລະ ອົງການປົກຄອງທ້ອງຖິ່ນເອົາໃຈໃສ່ປະຕິບັດຄໍາສັ່ງເລກທີ 09/ນຍ ວ່າດ້ວຍການປະຢັດລາຍຈ່າຍງົບປະມານຂອງລັດຢ່າງເອົາຈິງເອົາຈັງໃນສະພາບທີ່ລັດຖະບານມີຄວາມຫຍຸ້ງຍາກທາງດ້ານເສດຖະກິດ ເຊິ່ງຈະເອົາການແກ້ໄຂວິກິດເສດຖະກິດ – ການເງິນເປັນວາລະແຫ່ງຊາດ ເພື່ອໃຫ້ທຸກພາກສ່ວນໃນສັງຄົມ ລວມເຖິງພໍ່ແມ່ພີ່ນ້ອງປະຊາຊົນ ພ້ອມກັນຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນ.

อาจเป็นรูปภาพของ 2 คน

  1. ສືບຕໍ່ກະກຽມເນື້ອໃນເອກະສານ ທີ່ລັດຖະບານຈະໄດ້ລາຍງານຕໍ່ກອງປະຊຸມສະພາແຫ່ງຊາດ ຄັ້ງປະຖົມມະລືກທີ່ຈະມາເຖິງໃຫ້ມີເນື້ອໃນຮັດກຸມ ເພື່ອໃຫ້ກອງປະຊຸມພິຈາລະນາຮັບຮອງໄດ້, ບັນດາສະມາຊິກລັດຖະບານເຂົ້າຮ່ວມກອງປະຊຸມຢ່າງພ້ອມພຽງ.