ຜົນເລືອກຕັ້ງ ແລະ ລາຍຊື່ ຜູ້ໄດ້ຮັບເລືອກຕັ້ງເປັນ ສະມາຊິກສະພາແຫ່ງຊາດ ຊຸດທີ IX

1004

ໃນວັນທີ 5 ມີນາ 2021 ຄະນະກຳມະການເລືອກຕັ້ງລະດັບຊາດ ໄດ້ຈັດພິທີຖະແຫຼງຂ່າວ ກ່ຽວກັບຜົນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ 2 ຂຶ້ນທີ່ ສະພາແຫ່ງຊາດ (ຫຼັກ6) ຕຶກB, ໂດຍການໃຫ້ຖະແຫຼງຂອງທ່ານ ສົມພູ ດວງສະຫວັນ ຄະນະປະຈໍາສະພາແຫ່ງຊາດ, ກໍາມະການອະນຸກໍາມະການເລຂານຸການ, ໂຄສົກຂອງຄະນະກໍາມະການເລືອກຕັ້ງລະດັບຊາດ (ຄລຊ), ພ້ອມມີບັນດາພາກສ່ວນກ່ຽວຂ້ອງ ແລະ ສື່ມວນຊົນເຂົ້າຮ່ວມ.


ທ່ານສົມພູ ດວງສະຫວັນ ຄະນະປະຈໍາສະພາແຫ່ງຊາດ, ກໍາມະການອະນຸກໍາມະການເລຂານຸການ, ໂຄສົກຂອງຄະນະກໍາມະການເລືອກຕັ້ງລະດັບຊາດ (ຄລຊ) ໄດ້ກ່າວວ່າ: ການດຳເນີນການປ່ອນບັດເລືອກຕັ້ງ ແມ່ນໄດ້ຈັດຂຶ້ນໃນວັນທີ 21 ກຸມພາ 2021 ຢູ່ໃນຂອບເຂດທົ່ວປະເທດ, ເຊິ່ງທົ່ວປະເທດມີພົນລະເມືອງລາວທັງໝົດ 7.155,315 ຄົນ, ຍິງ 3.557,270 ຄົນ ໃນນັ້ນມີຜູ້ມີສິດປ່ອນບັດເລືອກຕັ້ງ ທັງໝົດໃນທົ່ວປະເທດ 4.035,151 ຄົນ ມີຜູ້ໄປນຳໃຊ້ສິດປ່ອນບັດເລືອກຕັ້ງ ຕົວຈິງມີຈຳນວນ 3.973,017 ຄົນ ກວມເອົາ 98,02% ຂອງຜູ້ມີສິດປ່ອນບັດເລືອກຕັ້ງທັງໝົດ, ໂດຍມີໜ່ວຍປ່ອນບັດທົ່ວປະເທດ 7.217 ໜ່ວຍ, ຢູ່ຕ່າງປະເທດມີ 40 ໜ່ວຍ, ສະເພາະຢູ່ຕ່າງປະເທດມີຜູ້ມີສິດປ່ອນບັດເລືອກຕັ້ງ ຈຳນວນ 13.404 ຄົນ, ຍິງ 5.493 ຄົນ ໃນນີ້ ມີຜູ້ໄປນຳໃຊ້ສິດຕົວຈິງໃນການເລືອກຕັ້ງ 13.283 ຄົນ, ຍິງ 5.423 ຄົນ ກວມເອົາ 99%.


ໂດຍອີງຕາມການລາຍງານຂອງຄະນະກຳມະການເລືອກຕັ້ງຂັ້ນແຂວງໃນຂອບເຂດທົ່ວປະເທດ ຄະນະກຳມະການເລືອກຕັ້ງລະດັບຊາດ ສາມາດຄົ້ນຄວ້າສະຫຼຸບ ແລະ ໄດ້ອອກປະກາດແຈ້ງການລາຍຊື່ຂອງຜູ້ໄດ້ຮັບການເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດຢູ່ໃນແຕ່ລະເຂດເລືອກຕັ້ງ ຕາມປະກາດແຈ້ງການສະບັບເລກທີ 20/ຄລຊ ລົງວັນທີ 3 ມີນາ 2021 ດັ່ງນີ້: ລາຍຊື່ຜູ້ໄດ້ຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ຊຸດທີ IX ມີຈຳນວນ ທັງໝົດ 164 ທ່ານ , ຍິງ 36 ທ່ານ ກວມເອົາ 21,95% ຂອງຜູ້ລົງເລືອກຕັ້ງ ຈາກຈຳນວນຜູ້ລົງເລືອກຕັ້ງທັງໝົດ 224 ທ່ານ, ຍິງ 49 ທ່ານ ກວມເອົາ 22% ຂອງຜູ້ລົງສະໝັກ.

ເຊິ່ງແຕ່ລະເຂດເລືອກຕັ້ງມີລາຍຊື່ລະອຽດດັ່ງລຸ່ມນີ້: