ເປີດເທສະການປຶ້ມອ່ານ ສົ່ງເສີມຄວາມຮູ້ ສູ່ປັນຍາ ມີຫຼາຍກວ່າ 30 ຮ້ານເຂົ້າຮ່ວມ 4-6 ມີນາ ທີ່ສະໂມສອນໃຫຍ່ ມຊ

370

ພິທີເປີດເທສະການປຶ້ມອ່ານ ຈັດຂຶ້ນວັນທີ 4 ມີນາ 2021 ທີ່ສະໂມສອນໃຫຍ່ມະຫາວິທະຍາໄລແຫ່ງຊາດ (ມຊ) ໂດຍການເຂົ້າຮ່ວມເປີດງານຂອງ ທ່ານ ປອ ນາງ ທອງມາລາ ໂພສີຄຳ ຮອງຄະນະບໍດີ ຄະນະອັກສອນສາດ, ທ່ານ ສົມໄໝ ພົມມະຈັນ ເຈົ້າຂອງຮ້ານປຶ້ມດີບຸກ, ທ່ານ ນາງ ດວງມາລາ ພົມມະວົງ ຜູ້ອຳນວຍການບໍລິສັດ ໂມນີເມັນ; ພ້ອມດ້ວຍຄູອາຈານ, ນັກສຶກສາ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.


ທ່ານ ສົມສະໄໝ ພົມມະຈັນ ເຈົ້າຂອງຮ້ານປຶ້ມດີບຸກ ທັງເປັນຜູ້ຮັບຜິດຊອບຈັດງານເທສະການປຶ້ມອ່ານປີ 2021 ກ່າວວ່າ: ການຈັດງານເທສະການປຶ້ມ (Book Festival 2021) ໃນຄັ້ງນີ້ ແມ່ນເພື່ອເປັນທາງເລືອກຂອງນັກອ່ານທີ່ຈະໄດ້ຄົ້ນຫາປຶ້ມທີ່ມັກ, ປຶ້ມບາງເຫຼັ້ມ, ໜັງສືບາງຫົວ, ຄຳບາງຄຳ ອາດຈະປ່ຽນວິທີຄິດ, ປ່ຽນຊີວິດຂອງທ່ານໄດ້. ສະນັ້ນ, ເມື່ອເຮົາອ່ານປຶ້ມຫົວໃດ ກໍເໝືອນກັບວ່າເຮົາໄດ້ສົນທະນາກັບນັກຂຽນ, ປຶ້ມປຽບເໝືອນເພື່ອນທີ່ໄປກັບເຮົາໄດ້ຕະຫຼອດ, ປຽບເໝືອນທີ່ປຶກສາທີ່ເຂົ້າເຖິງໄດ້ງ່າຍທີ່ສຸດ. ປຶ້ມລາວ ກໍບໍ່ໄດ້ໜ້ອຍໜ້າປະເທດໃດໃນໂລກ ເພາະປຶ້ມລາວຫຼາຍເຫຼັ້ມ ຖືກແປເປັນພາສາຕ່າງປະເທດ ແລະ ຄົນຕ່າງປະເທດ ກໍໄດ້ສັ່ງຊື້ປຶ້ມລາວບໍ່ໜ້ອຍ. ການຈັດງານເທສະການປຶ້ມ ຖືເປັນພາລະກິດໜຶ່ງທີ່ສຳຄັນ ທ່າມກາງເທສະການຕ່າງໆຫຼາກຫຼາຍໃນປັດຈຸບັນ ຈະຕ້ອງໄດ້ມີການຮ່ວມມືເພື່ອໃຫ້ມີຂຶ້ນທຸກປີ ແລະ ເທສະການປຶ້ມອ່ານປີນີ້ ມີຮ້ານປື້ມເຂົ້າຮ່ວມວາງສະແດງ 34 ບູທ ໂດຍງານຈະຈັດຂຶ້ນເປັນເວລາ 3 ວັນ ລະຫວ່າງວັນທີ 4-6 ມີນາ 2021 ນັບແຕ່ເວລາ 8:00-20:00 ໂມງ ທີ່ສະໂມສອນໃຫຍ່, ມຊ.


ທ່ານ ປອ ນາງ ທອງມາລາ ໂພສີຄຳ ກ່າວວ່າ: ໃນການຈັດງານໃນຄັ້ງນີ້ ແມ່ນເພື່ອເປັນບ່ອນອີງໃຫ້ແກ່ການອ່ານ ແລະ ການຂຽນໃຫ້ແກ່ນ້ອງນ້ອຍອານຸຊົນ, ເຍົາວະຊົນ, ຊາວໜຸ່ມ ໃຫ້ເຂົາເຈົ້າໄດ້ເຕີບໃຫຍ່ໄປພ້ອມກັບຄວາມຮູ້ທີ່ກວ້າງຂວາງ, ມີຄວາມຮູ້ຄວາມສາມາດທຽບເທົ່າກັບພາກພື້ນ ແລະ ສາກົນ. ເທສະການປຶ້ມອ່ານ ເປັນກິດຈະກຳສົ່ງເສີມການອ່ານທີ່ກວ້າງຂວາງ, ສົ່ງເສີມທຸກເພດໄວໃນການພັດທະນາຕົນເອງຈາກການອ່ານ ເພື່ອເຮັດໃຫ້ຄົນລາວເປັນຄົນທີ່ມັກອ່ານໃຫ້ນັບມື້ນັບຫຼາຍຂຶ້ນ, ການອ່ານຈະຊ່ວຍໃຫ້ມີຄວາມຮູ້, ຄວາມສາມາດໄຫວພິບ ເພາະການອ່ານຄືຮາກຖານສຳຄັນຂອງຄວາມສຳເລັດ.


ນາງ ນ້ຳຝົນ ເພັງທະມາດ ນັກສຶກສາປີ 3 ພາກວິຊາພາສາອັງກິດ, ຄະນະອັກສອນສາດ ທີ່ເຂົ້າຮ່ວມງານ ກ່າວວ່າ: ການຈັດງານມີຄວາມສຳຄັນຕໍ່ການສົ່ງເສີມການອ່ານ ແລະການຮຽນຮູ້ຂອງນັກຮຽນນັກສຶກສາ ໃຫ້ມີຄວາມຮັກມັກໃນການອ່ານຫຼາຍຂຶ້ນ ທັງຊ່ວຍໃຫ້ເຮົາມີຄວາມຮູ້, ແລະ ທັກສະຈາກການອ່ານປຶ້ມ


ຕະຫຼອດໄລຍະ 3 ວັນ ຂອງການຈັດເທສະການປື້ມອ່ານ ຈະມີເວທີສະແດງຜົນງານ ມີການບັນຍາຍ-ເສວະນາ ໃຫ້ຄວາມຮູ້ແກ່ບັນດານັກສຶກສາ ແລະ ຜູ້ເຂົ້າຮ່ວມງານເຊັ່ນ: ກິດຈະກຳການອ່ານ, ການຂຽນ, ການຮຽນຮູ້ສູ່ຜົນສຳເລັດ, ຮຽນແນວໃດຈົບໄປໄດ້ວຽກ, ປະສົບການ 40 ປີ ໃນການຂຽນກະວີ ແລະ ເລື່ອງສັ້ນ, ການເສວະນາປະຫວັດສາດຊົນຊາດລາວ 5.000 ປີ ແລະ ການຫຼິ້ນກິດຈະກຳ (ຟ້ອນ, ຮ້ອງເພງ ແລະ ສະແດງລະຄອນ). ນອກຈາກນີ້, ຍັງມີການເປີດໂຕປື້ມໃໝ່ ແລະ ທັງເປັນການເປີດໂອກາດໃຫ້ບັນດາພາກສ່ວນຕ່າງໆທັງພາກລັດ ແລະ ເອກະຊົນ ໄດ້ວາງສະແດງຜົນງານໂດຍສະເພາະແມ່ນຮ້ານປຶ້ມ, ສຳນັກພິມ, ວາລະສານຕ່າງໆໄດ້ຈຳໜ່າຍສິນຄ້າຂອງຕົນນຳອີກ.