ແຕ່ງຕັ້ງທ່ານ ແກ້ວວິໄລ ໄຊຍະບຸດ ຫົວໜ້າພະແນກພາຍໃນແຂວງຄຳມ່ວນ ເປັນເຈົ້າເມືອງຄູນຄຳ ຜູ້ໃໝ່

495

ພິທີມອບ-ຮັບໜ້າທີ່ທ່ານເຈົ້າເມືອງຄູນຄຳ ລະຫວ່າງ ຜູ້ເກົ່າ ກັບ ຜູ້ໃໝ່ ຈັດຂຶ້ນໃນວັນທີ 4 ມີນາ 2021 ໂດຍການເຂົ້າຮ່ວມຂອງທ່ານ ວົງເພັດ ຈິດປັນຍາ ຮອງເລຂາພັກແຂວງຄໍາມ່ວນ, ມີບັນດາພາກສ່ວນທີ່ກ່ຽວຂ້ອງຈາກຂັ້ນແຂວງ, ບັນດາຂະແໜງການຕ່າງໆຂັ້ນເມືອງ ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງເມືອງເຂົ້າຮ່ວມ.


ທ່ານ ແກ້ວ ວົງພະຈັນ ຮອງຫົວໜ້າຄະນະຈັດຕັ້ງແຂວງ ໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງຄຳມ່ວນ ວ່າດ້ວຍການຍົກຍ້າຍ, ແຕ່ງຕັ້ງທ່ານເຈົ້າເມືອງຄູນຄຳ ເຊິ່ງໄດ້ຕົກລົງຍົກຍ້າຍທ່ານ ຄຳໝັ້ນ ສໍປະເສີດ ເຈົ້າເມືອງຄູນຄຳ (ຜູ້ເກົ່າ) ໄປຮັບຜິດຊອບໜ້າທີ່ໃໝ່ຢູ່ຂັ້ນແຂວງ ແລະ ຕົກລົງແຕ່ງຕັ້ງທ່ານ ແກ້ວວິໄລ ໄຊຍະບຸດ ຫົວໜ້າພະແນກພາຍໃນແຂວງຄຳມ່ວນ ເປັນເຈົ້າເມືອງຄູນຄຳ (ຜູ້ໃໝ່).


ໃນໂອກາດນີ້ທ່ານ ສຸລິຍົງ ໂພຄຳ ຮອງເລຂາພັກເມືອງຄູນຄຳ ໄດ້ຜ່ານບົດບັນທຶກການມອບ-ຮັບໜ້າທີ່ ພ້ອມນັ້ນກໍໄດ້ລົງນາມເຊັນບົດບັນທຶກການມອບ-ຮັບ ລະຫວ່າງທ່ານ ຄຳໝັ້ນ ສໍປະເສີດ ເຈົ້າເມືອງຄູນຄຳ ຜູ້ເກົ່າ ກັບ ທ່ານ ແກ້ວວິໄລ ໄຊຍະບຸດ ເຈົ້າເມືອງຄູນຄຳ ຜູ້ໃໝ່.


ໃນໂອກາດທີ່ເຂົ້າຮ່ວມພິທີການມອບ-ຮັບໜ້າທີ່ ຄັ້ງນີ້ ທ່ານ ວົງເພັດ ຈິດປັນຍາ ຮອງເລຂາພັກແຂວງຄຳມ່ວນ ໄດ້ມີຄຳເຫັນຕໍ່ພິທີວ່າ: ໃນການຍົກຍ້າຍ, ແຕ່ງຕັ້ງໜ້າທີ່ຂອງເຈົ້າເມືອງຄູນຄຳ ໃນຄັ້ງນີ້ແມ່ນໃຫ້ຖືວ່າເປັນວຽກງານປົກກະຕິ, ເປັນການສັບປ່ຽນໝູນວຽນວຽກງານເຮັດໃຫ້ພະນັກງານ-ສະມາຊິກພັກ ກຳໄດ້ສະພາບການໃນແຕ່ລະຂົງເຂດວຽກງານ ແລະ ແມ່ນຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານພາຍໃນແຂວງ. ສຳລັບຜູ້ທີ່ຖືກຍົກຍ້າຍມາຮັບໜ້າທີ່ໃໝ່ ຈະຕ້ອງໄດ້ບຸກບືນ-ສູ້ຊົນ ແລະ ຍົກສູງບົດບາດການນຳພາຂອງຕົນຕໍ່ວຽກງານວິຊາສະເພາະໃຫ້ສູງຂຶ້ນ, ປັບປຸງແບບແຜນວິທີນຳພາ, ແບບແຜນວິທີເຮັດວຽກ, ເຕົ້າໂຮມຄວາມສາມັກຄີພາຍໃນໃຫ້ກວ້າງຂວາງ, ໜັກແໜ້ນ ແລະ ຮຽກຮ້ອງມາຍັງພະນັກງານ-ສະມາຊິກພັກພາຍໃນເມືອງ ຈົ່ງໄດ້ໃຫ້ການສະໜັບສະໜູນແກ່ທ່ານເຈົ້າເມືອງຜູ້ທີ່ມາຮັບຜິດຊອບໜ້າທີ່ໃໝ່ ເພື່ອເຮັດສຳເລັດໜ້າທີ່ ທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້.