ປີ 2019 ເຟສບຸ໊ກລົງທຶນດ້ານຄວາມປອດໄພຫຼາຍກວ່າ 3,7 ຕື້ໂດລາ

93

ເຟສບຸ໊ກໄດ້ຈັດກອງປະຊຸມສຳມະນາແກ່ບັນດາສື່ມວນຊົນໃນ ສປປ ລາວ ເມື່ອວັນທີ 3 ມີນາ 2021 ທີ່ນະຄອນຫຼວງວຽງຈັນ ພາຍໃຕ້ຫົວຂໍ້ “ ຄວາມປອດໄພໃຫ້ແກ່ສື່ມວນຊົນ ” ເຟສບຸ໊ກ ( Face book ) ເຜີຍຕົວເລກການລົງທຶນດ້ານຄວາມປອດໄພຫຼາຍກວ່າ 3,7 ຕື້ໂດລາສະຫະລັດ ເມື່ອປີ 2019.

ທ່ານ ນາງ ແອມເບີ້ ຮອກສ ( Amber Hawkes ) ຫົວໜ້ານະໂຍບາຍຄວາມປອດໄພຂອງເຟສບຸ໊ກປະຈຳອາຊີປາຊີຟິກ ໄດ້ແບ່ງປັນຄວາມຮູ້ກ່ຽວກັບຄວາມປອດໄພໃນເຟສບຸ໊ກ ວ່າ: ປີ 2019 ເຟສບຸ໊ກໄດ້ລົງທຶນດ້ານຄວາມປອດໄພຫຼາຍກວ່າ 3,7 ຕື້ໂດລາສະຫະລັດ, ໃຊ້ນັກກວດກາເນື້ອຫາໂດຍປົກກະຕິຈະກວດສອບເນື້ອຫາຫຼາຍກວ່າ 2 ລ້ານເນື້ອຫາທຸກໆມື້ ແລະ ໃນ 2 – 3 ປີທີ່ຜ່ານມາ ໄດ້ເພີ່ມຈຳນວນຄົນທີ່ເຮັດວຽກກ່ຽວກັບ ຄວາມປອດໄພໃຫ້ຫຼາຍກວ່າ 35 ພັນຄົນ. ໃນນີ້, ປະມານ 15 ພັນຄົນແມ່ນນັກກວດກາເນື້ອຫາ ແລະ ພວກເຮົາມັກຈະມີຫຼາຍຢ່າງທີ່ຕ້ອງເຮັດສະເໝີ ໂດຍສະເພາະໃນເວລາທີ່ເຕັກໂນໂລຊີ ແລະ ພຶດຕິກຳທາງອິນເຕີເນັດມີການພັດທະນາຢ່າງຕໍ່ເນື່ອງ ໂດຍນຳໃຊ້ 4 ແນວທາງໃນການແກ້ໄຂ ຄວາມປອດໄພ ຄື: ການຮ່ວມມື, ນະໂຍບາຍ, ເຄື່ອງມື ແລະ ຊັບພະຍາກອນ. ໃນປັດຈຸບັນເຟສບຸ໊ກໄດ້ເຮັດວຽກກັບຄູ່ຮ່ວມງານດ້ານຄວາມປອດໄພຫຼາຍກວ່າ 500 ອົງກອນທົ່ວໂລກ.

อาจเป็นรูปภาพของ 1 คน, กำลังยืน, กำลังนั่ง และสถานที่ในร่ม

ດ້ານນະໂຍບາຍມາດຕະຖານຊຸມຊົນສິ່ງທີ່ໄດ້ຮັບ ແລະ ບໍ່ໄດ້ຮັບອະນຸຍາດໃນເຟສ ບຸ໊ກ ເພື່ອເພີ່ມພື້ນທີ່ແກ່ປະຊາຊົນໃນການສະແດງອອກ ແລະ ສົ່ງເສີມສະພາບແວດລ້ອມທີ່ປອດໄພ ໂດຍເຟສບຸ໊ກໃຫ້ຄວາມສໍາຄັນເປັນພິເສດແມ່ນຄວາມປອດໄພ ລວມທັງພຶດຕິກໍາທີ່ຮຸນແຮງ ແລະ ທາງອາຍາ, ການຂ້າຕົວຕາຍ, ທຳຮ້າຍຕົວເອງ, ການລ່ວງລະເມີດທາງເພດເດັກ ລະ ຜູ້ໃຫຍ່ ( ລວມທັງການບໍ່ໄດ້ຮັບອະນຸຍາດການແບ່ງປັນຮູບພາບລະເມີດ ), ການເປືອຍກາຍຂອງຜູ້ໃຫຍ່ ແລະ ກິດຈະກຳທາງເພດ ແລະ ອື່ນໆທີ່ສະແດງເຖິງພຶດຕິກຳຮຸນແຮງ ໂດຍ ເຟສບຸ໊ກນໍາໃຊ້ການປະສົມປະສານຂອງປັນຍາປະດິດ ( AI ), ບົດລາຍງານຈາກຊຸມຊົນ, ທົບທວນໂດຍທີມງານເພື່ອກຳນົດ ແລະ ກວດກາເນື້ອຫາທີ່ກົງກັບມາດຕະຖານຊຸມຊົນ ໂດຍທີມງານໄດ້ທົບທວນເນື້ອຫາຕະຫຼອດ 24 ຊົ່ວໂມງຕໍ່ມື້, 7 ມື້ຕໍ່ອາທິດ ໃນຫຼາຍ 10 ພາສາ.

ນອກຈາກນີ້, ທ່ານ ນາງ ແອມເບີ້ ຮອກສ ໃຫ້ຮູ້ຕື່ມວ່າ: ເຟສບຸ໊ກ ຍັງໄດ້ສ້າງເຄື່ອງມືການກວດສອບຄວາມປອດໄພ ເຊັ່ນ: ຮັບການແຈ້ງເຕືອນເມື່ອມີຄົນພະຍາຍາມເຂົ້າບັນຊີຂອງທ່ານຈາກຄອມພິວເຕີ ຫຼື ອຸປະກອນມືຖືທີ່ບໍ່ຄຸ້ນເຄີຍ, ຮຽນຮູ້ວິທີປ້ອງກັນລະຫັດ, ເປີດໃຊ້ການຢັ້ງຢືນຕົວຕົນຜ່ານ 2 ຂັ້ນຕອນ ຫຼື two-factor authentication ( 2FA ), ການກວດສອບຄວາມເປັນສ່ວນຕົວ, ເລືອກຜູ້ຊົມທຸກຄັ້ງທີ່ທ່ານໂພສລົງໃນເຟສບຸ໊ກ, ທ່ານສາມາດເລືອກຜູ້ທີ່ເຫັນມັນ ໂດຍໃຊ້ເຄື່ອງມື ” Audience Selector “, ເຄື່ອງມືເບິ່ງຈາກມຸມມອງຂອງຜູ້ອື່ນ ທ່ານສາມາດເບິ່ງວ່າໂປຣ ໄຟລ໌ຂອງທ່ານມີໜ້າຕາແນວໃດຕໍ່ຄົນອື່ນ ໂດຍໃຊ້ເຄື່ອງມື View As, Tag Review ແລະ Timeline Review ເຄື່ອງມືຊ່ວຍໃຫ້ທ່ານເລືອກອະນຸມັດ ຫຼື ຍົກເລີກ Tag ທີ່ເພີ່ມເຂົ້າໃນໂພສຂອງທ່ານ, Snooze ແລະ Unfollow ເຮັດໃຫ້ຄົນມີການຄວບຄຸມຂຶ້ນໃນການເຊື່ອມຕໍ່ກັບຄົນໃນ Facebook, Wellbeing tools ເປັນເຄື່ອງມືທັງໃນເຟສ ບຸ໊ກ ແລະ Instagram ເຊິ່ງຊ່ວຍໃຫ້ທ່ານສາມາດເບິ່ງເວລາທີ່ທ່ານໄດ້ໃຊ້ໃນແອັບນັ້ນ, ຕັ້ງການເຕືອນປະຈຳໃນການຈຳກັດເວລາການໃຊ້ ແລະ ປິດການແຈ້ງເຕືອນເພື່ອໃຫ້ທ່ານບໍ່ຢາກເຂົ້າໄປຫຼິ້ນ. ນອກຈາກນີ້, ຍັງໄດ້ອະທິບາຍລະບົບຄວາມປອດໄພຂອງ Instagam ແລະ Whats app ຕື່ມອີກ.

ຕອນທ້າຍຂອງກອງປະຊຸມຍັງໄດ້ເປີດໂອກາດໃຫ້ບັນດາສື່ມວນຊົນຖາມຄຳຖາມທີ່ຄາໃຈ ໂດຍສະເພາະສິ່ງທີ່ມັກເກີດຂຶ້ນໃນເຟສບຸ໊ກ.

ກອງປະຊຸມດັ່ງກ່າວມີບັນດາສື່ອອນລາຍທີ່ເປັນທາງການ ເຊັ່ນ: ວິທະຍຸ, ໜັງສືພິມ, ວາລະສານ ແລະ ສື່ເອເລັກໂຕຣນິກຈາກສູນກາງ 10 ກວ່າສຳນັກຂ່າວເຂົ້າຮ່ວມ.