ການນຳໃຊ້ຢາຕ້ານເຊື້ອທີ່ບໍ່ເໝາະສົມ ຍັງມີລັກສະນະແຜ່ຫຼາຍໃນລາວ

84

ກອງປະຊຸມຜ່ານປຶ້ມຄູ່ມືການສໍາຫຼວດການນໍາໃຊ້ຢາຕ້ານເຊື້ອຢ່າງສົມເຫດສົມຜົນ ແລະ ຂັ້ນຕອນການຕິດຕາມກວດກາການນໍາໃຊ້ຢາຕ້ານເຊື້ອໃນ ສປປ ລາວ ໄດ້ຈັດຂຶ້ນທີ່ເມືອງວັງວຽງ ແຂວງ ວຽງຈັນ ລະຫວ່າງວັນທີ 2 – 5 ມີນາ 2021 ເພື່ອນໍາສະເໜີກ່ຽວກັບຂັ້ນຕອນການຕິດຕາມກວດກາ, ປະສົບການໃນການຈັດຕັ້ງປະຕິບັດ, ສົນທະນາແລກປ່ຽນຄໍາເຫັນນໍາໄປສູ່ຜົນສໍາເລັດການຜ່ານປຶ້ມ“ ຄູ່ມືສໍາລັບການຕິດຕາມກວດກາການນໍາໃຊ້ຢາຕ້ານເຊື້ອໃນໂຮງໝໍ ” ແລະ “ ຄູ່ມືຂັ້ນຕອນການຈັດຕັ້ງປະຕິບັດ ແຜນງານການນໍາໃຊ້ຢາຕ້ານເຊື້ອຈຸລະຊີບຢ່າງສົມເຫດສົມຜົນຢູ່ໃນໂຮງໝໍ ” ແກ້ບັນຫາການນໍາໃຊ້ຢາຕ້ານເຊື້ອທີ່ບໍ່ເໝາະສົມ.

ເນື່ອງຈາກວ່າການນໍາໃຊ້ຢາຕ້ານເຊື້ອທີ່ບໍ່ເໝາະສົມ ມີສ່ວນຕໍ່ອາການຂອງເຊື້ອພະຍາດຕ້ານຕໍ່ຢາ ເຊິ່ງເຊື້ອຕ້ານຕໍ່ຢາແມ່ນພັດທະນາການຂອງເຊື້ອຈຸລະຊີບຕ້ານຕໍ່ຢາປິ່ນປົວທີ່ໄດ້ຮັບຜົນດີໃນເມື່ອກ່ອນ, ການຕ້ານຕໍ່ຢາຂອງເຊື້ອຈຳນວນຫຼວງຫຼາຍກຳລັງເປັນໄພຂົ່ມຂູ່ທາງດ້ານສາທາລະນະສຸກ ແລະ ກໍ່ໃຫ້ເກີດຄວາມວິຕົກຢ່າງໜັກໃນທຸກປະເທດ ແລະ ຫຼາຍໆຂະແໜງການ, ໃນເດືອນພຶດສະພາ 2015 ວາລະກອງປະຊຸມຂອງສະພາອົງການອະນາໄມໂລກ ຄັ້ງທີ 68 ໄດ້ຮັບຮອງເອົາແຜນການຈັດຕັ້ງປະຕິບັດລະດັບໂລກ ກ່ຽວກັບເຊື້ອຕ້ານຕໍ່ຢາ; ສປປ ລາວ ໄດ້ມີການພັດທະນາ ແລະ ຮັບຮອງເອົາແຜນຍຸດທະສາດແຫ່ງຊາດ ວ່າດ້ວຍການຕ້ານຕໍ່ເຊື້ອຈຸລະຊີບຕ້ານຕໍ່ຢາ 2019 – 2023 ເຊິ່ງສອດຄ່ອງກັບແຜນການຈັດຕັ້ງປະຕິບັດລະດັບໂລກ.

อาจเป็นรูปภาพของ หนึ่งคนขึ้นไป และผู้คนกำลังยืน

ການເພີ່ມປະສິດທິພາບການນຳໃຊ້ຢາຕ້ານເຊື້ອແມ່ນ 1 ໃນ 5 ຈຸດປະສົງຍຸດທະສາດຂອງແຜນການຈັດຕັ້ງປະຕິບັດລະດັບໂລກ ແລະ ແຜນຍຸດທະສາດແຫ່ງຊາດ ວ່າດ້ວຍການຕ້ານຕໍ່ຢາຕ້ານເຊື້ອຂອງເຊື້ອຈຸລະຊີບ, ຂໍ້ມູນທີ່ມີຢູ່ໄດ້ມາຈາກການຕິດຕາມການຊົມໃຊ້ຢາຕ້ານເຊື້ອ ແລະ ການສຳຫຼວດການຊຸກຊຸມຂອງການນຳໃຊ້ຢາຕ້ານເຊື້ອໃນໂຮງໝໍສູນກາງ ແລະ ແຂວງຕ່າງໆທີ່ໄດ້ເລືອກໄວ້ໃນ ສປປ ລາວ ເຊິ່ງໄດ້ສະແດງໃຫ້ເຫັນວ່າຢາຕ້ານເຊື້ອແມ່ນມີການນຳໃຊ້ຢ່າງກວ້າງຂວາງ ແລະ ມີການສັ່ງໃຊ້ເປັນປະຈຳ ເຊິ່ງຢາຕ້ານເຊື້ອທີ່ໄດ້ສັ່ງໃຊ້ສ່ວນຫຼາຍແມ່ນຍັງບໍ່ໄດ້ປະຕິບັດຕາມຄູ່ມືປິ່ນປົວເອກະພາບແຫ່ງຊາດ.

ການນຳໃຊ້ຢາຕ້ານເຊື້ອທີ່ບໍ່ເໝາະສົມ ແລະ ບໍ່ຖືກຕ້ອງ ແມ່ນມີລັກສະນະແຜ່ຫຼາຍໃນ ສປປ ລາວ. ເຖິງຢ່າງໃດກໍຕາມ, ຂໍ້ມູນທີ່ເປັນຕົວແທນໃຫ້ແກ່ຄົນເຈັບ ແລະ ໂຮງໝໍໃນທົ່ວປະເທດກ່ຽວກັບການສັ່ງໃຊ້ຢາຕ້ານເຊື້ອນັ້ນແມ່ນຍັງມີຈຳກັດ, ຂໍ້ມູນດັ່ງກ່າວແມ່ນມີຄວາມສຳຄັນໃນການກຳນົດບັນຫາສຳຄັນທີ່ກ່ຽວຂ້ອງກັບການສັ່ງໃຊ້ຢາຕ້ານເຊື້ອ, ການສະໜອງ – ຈັດຫາ ແລະ ການນຳໃຊ້ ເພື່ອການພັດທະນາມາດຕະການຕ່າງໆທີ່ມີ ຄວາມເຈາະຈົງ ແລະ ຕິດຕາມກວດກາຜົນໄດ້ຮັບຂອງມາດຕະການດັ່ງກ່າວ.

ໂດຍກອງປະຊຸມດັ່ງກ່າວເປັນປະທານຂອງ ທ່ານ ດຣ. ສົມທະນາ ລັດຕະນະ ຮອງຫົວໜ້າກົມປິ່ນປົວ ແລະ ຟື້ນຟູໜ້າທີ່ການ, ທ່ານ ດຣ. Atsushi sarmura ແພດຊ່ຽວຊານຈາກອົງການອະນາໄມໂລກ ແລະ ການເຂົ້າຮ່ວມຂອງບັນດາທ່ານຜູ້ອໍານວຍການ, ຫົວໜ້າບໍລິຫານ ແລະ ວິຊາການຈາກໂຮງໝໍແຫ່ງຕ່າງໆ ເຊັ່ນ: ໂຮງໝໍມິດຕະພາບ, ໂຮງໝໍເດັກ, ໂຮງໝໍເດັກແດງ, 5 ເມສາ, 103, ມະໂຫສົດ, ເຊດຖາທິຣາດ ແລະ ພາກສ່ວນອື່ນໆທີ່ກ່ຽວຂ້ອງ.