ພຽງ 2 ເດືອນ ລາວ ມີຜູ້ຕິດເຊື້ອໄຂ້ຍຸງ ຈຳວນ 131 ຄົນ

123

ສະພາບການລະບາດ ຂອງພະຍາດໄຂ້ຍຸງລາຍຢູ່ໃນ ສປປ ລາວ ໃນວັນທີ 3 ມີນາ 2021 ສປປ ລາວ ເຮົາ ແມ່ນ ບໍ່ມີລາຍງານຜູ້ຕິດເຊື້ອໄຂ້ຍຸງລາຍ ເພີ່ມ ແລະ ບໍ່ມີຜູ້ເສຍຊີວິດ (ມີລາຍງານຈາກ ນະຄອນຫຼວງວຽງຈັນ ແລະ 11 ແຂວງ) ຕົວເລກໄຂ້ຍຸງລາຍນັບແຕ່ວັນທີ 26 ທັນວາ 2020 ເປັນຕົ້ນມາ ຮອດວັນທີ 3 ມີນາ 2021 ມີຜູ້ຕິດເຊື້ອກໍລະນີສະສົມທັງໝົດ 131 ຄົນ ແລະ ຍັງບໍ່ມີຜູ້ເສຍຊີວິດ.


ທ່ານ ດຣ. ນາງ ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ,ອີກເທື່ອໜຶ່ງ ຂໍຮຽກຮ້ອງມາຍັງ ພໍ່ແມ່ປະຊາຊົນຂອງພວກເຮົາ ແລະ ການຈັດຕັ້ງ ທຸກພາກສ່ວນໃນສັງຄົມຈົງໄດ້ເອົາໃຈໃສ່ ວຽກງານການສ້າງຂະບວນການ ແລະ ເຮັດສຸຂະສຶກສາໃຫ້ ຄວາມຮູ້ ແລະຂໍມູນຂໍ້ມູນຂ່າວສານກ່ຽວກັບການ ການຈຳກັດ ແລະ ຄວບຄຸມໜອນນໍ້າຍຸງລາຍ ທີ່ເປັນພາຫະນຳເຊື້ອພະຍາດໄຂ້ຍຸງລາຍ ແຕ່ຫົວທີ ເລີ້ມແຕ່ຕົ້ນປີເປັນຕົ້ນໄປ ແລະ ໃຫ້ເຮັດຢ່າງເປັນປົກກະຕິ ແລະ ຕໍ່ເນື່ອງ ເພື່ອເປັນການສະກັດກັ້ນ ແລະ ຄວບຄຸມບໍ່ໃຫ້ເກີດມີການລະບາດຂອງພະຍາດໄຂ້ຍຸງລາຍ, ຖ້າເຮັດວຽກຄວບຄຸມໜອນນໍ້າໄດ້ດີ ປະຊາຊົນບັນດາເຜົ່າກໍ່ຈະບໍ່ມີຄວາມສ່ຽງຕໍ່ການຕິດເຊື້ອ ແລະ ເສຍຊີວິດຍ້ອນ ພະຍາດໄຂ້ຍຸງລາຍໃນປີ 2021;