ອັດຕະປື ເລັ່ງກໍ່ສ້າງ ຟື້ນຟູ ແລະ ສ້ອມແປງ ຊົນລະປະທານ 4 ໂຄງການ ຢູ່ເມືອງສະໜາມໄຊ ກຽມສະໜອງນໍ້າໃຫ້ປະຊາຊົນທຳການຜະລິດ

372

ປະຈຸບັນທາງຂະແໜງຊົນລະປະທານ ຂອງພະແນກກະສິກໍາ ແລະ ປ່າໄມ້ ແຂວງອັດຕະປື ແລະ ບໍລິສັດຜູ້ຮັບເໝົາການກໍ່ສ້າງ ຟື້ນຟູ ແລະ ສ້ອມແປງ 4 ຊົນລະປະທານ ຢູ່ເມືອງສະໜາມ ແຂວງອັດຕະປື ພວມກໍາລັງເລັ່ງມືການກໍ່ສ້າງໃຫ້ສໍາເລັດທັນຕາມແຜນການທີ່ວາງໄວ້.


ທ່ານ ເກດສະໜາ ແກ້ວວິໄລວົງ ຫົວໜ້າຂະແໜງຊົນລະປະທານ ພະແນກກະສິກໍາ ແລະ ປ່າໄມ້ ແຂວງອັດຕະປື ໃຫ້ສໍາພາດເມື່ອບໍ່ດົນນີ້ວ່າ: ໂຄງການກໍ່ສ້າງ, ຟື້ນຟູ ແລະ ສ້ອມແປງ 4 ຊົນລະປະທານ ຢູ່ເມືອງສະໜາມໄຊ ຄື: ຊົນລະປະທານເຊປຽນ, ຊົນລະປະທານຫ້ວຍສະໝອງ, ຊົນລະປະທານສົ້ມໂລງ ແລະ ຊົນລະປະທານຫ້ວຍຄັນຈານ ປະຈຸບັນມີຄວາມຄືບໜ້າເປັນສ່ວນໃຫຍ່ ເຊິ່ງບັນດາໜ້າວຽກຕ່າງໆໃນການກໍ່ສ້າງ ແມ່ນໄດ້ຮັບການຕິດຕາມ ແລະ ຊຸກຍູ້ຢ່າງໃກ້ຊິດຈາກຄະນະຮັບຜິດຊອບຂັ້ນແຂວງ,ຂັ້ນເມືອງ ເພື່ອໃຫ້ການກໍ່ສ້າງໄດ້ສໍາເລັດຕາມແຜນການ ແລະ ຮັບປະກັນຄວາມຖືກຕ້ອງຕາມສັນຍາ .ໂດຍທັງ 4 ໂຄງການດັ່ງກ່າວໄດ້ຮັບທຶນຈາກຜູ້ພັດທະນາເຂື່ອນໄຟຟ້າ ເຊປຽນ-ເຊນໍ້ານ້ອຍ,ໃນນີ້ ຊົນລະປະທານເຊປຽນຕັ້ງຢູ່ບ້ານແທມີມູນຄ່າ 30,1 ຕື້ກວ່າກີບ, ໂດຍແມ່ນບໍລິສັດ ເຮືອງຈະເລີນກໍ່ສ້າງຄົບວົງຈອນເປັນຜູ້ຮັບເໝົາ, ເລີ່ມລົງມືຈັດຕັ້ງປະຕິບັດຕັ້ງແຕ່ວັນທີ 15 ພຶດສະພາ 2020 ຄາດວ່າຈະສຳເລັດ ໃນ ວັນທີ 30 ມິຖຸນາ 2021.

ຮູບແບບຄອງເໝືອງເປັນຄອງເບຕົງເສີມເຫຼັກ ຄວາມຍາວ 33.543 ແມັດ, ລະບົບຫົວງານຊົນລະປະທານຝາຍນໍ້າລົ້ນ, ມາຮອດປັດຈຸບັນສໍາເລັດການກໍ່ສ້າງໄດ້ແລ້ວ 51,15% ຂອງໜ້າວຽກທັງໝົດ, ພາຍຫຼັງສຳເລັດການກໍ່ສ້າງຈະສາມາດຫົດເນື້ອທີ່ໄດ້ 1.500 ເຮັກຕາ,ໂຄງການຊົນລະປະທານຫ້ວຍສະໝອງ ຕັ້ງຢູ່ບ້ານຫີນລາດ,ມູນຄ່າໂຄງການ 27,1 ຕື້ກວ່ກີບ,ໃນນີ້ມີຊົນລະປະທານຫ້ວຍສະໝອງ 1 ມູນຄ່າ: 13,6 ຕື້ກວ່າກີບ, ໂດຍແມ່ນບໍລິສັດ ມະຫາໄຊກໍ່ສ້າງ ເປັນຜູ້ຈັດຕັ້ງປະຕິບັດໄດ້ແລ້ວ 36% ຂອງໜ້າວຽກທັງໝົດ,ຊົນລະປະທານຫ້ວຍສະໝອງ 2 ມູນຄ່າ: 13,5 ຕື້ກີບ ໂດຍແມ່ນບໍລິສັດ ທະວີຊັບກໍ່ສ້າງເປັນຜູ້ຈັດຕັ້ງປະຕິບັດປະຕິບັດໄດ້ແລ້ວ 5,62% ຂອງໜ້າວຽກທັງໝົດ, ມູນຄ່າ: 762 ລ້ານກວ່າກີບ,ເລີ່ມລົງມືຈັດຕັ້ງປະຕິບັດຕັ້ງ ແຕ່ວັນທີ 15 ພຶດສະພາ 2020 ຄາດວ່າຈະສຳເລັດ ໃນ ວັນທີ 30 ມິຖຸນາ 2021.

ຄອງເໝືອງເຮັດດ້ວຍເບຕົງເສີມເຫຼັກ ຄວາມຍາວ 20.216 ແມັດ, ເປັນລະບົບຫົວງານຊົນລະປະທານປະຕູນໍ້າ,ພາຍຫຫຼັງສຳເລັດການກໍ່ສ້າງຈະສາມາດຫົດເນື້ອທີ່ໄດ້ 440 ເຮັກຕາ, ໂຄງການ ຊົນລະປະທານ ສົ້ມໂລງ ຕັ້ງຢູ່ບ້ານ ສົ້ມໂລງເມືອງສະໜາມໄຊ,ມູນຄ່າໂຄງການ: 1,2 ຕື້ກວ່າກີບ,ໂດຍແມ່ນບໍລິສັດ ໄຊຄຳ ກໍ່ສ້າງ ເປັນຜູ້ຈັດຕັ້ງປະຕິບັດໄດ້ແລ້ວ 49% ຂອງໜ້າວຽກທັງໝົດ,ມີມູນຄ່າ: 635 ລ້ານກວ່າກີບ, ເລີ່ມລົງມືຈັດຕັ້ງປະຕິບັດຕັ້ງ ແຕ່ວັນທີ 15 ພຶດສະພາ 2020 ຄາດວ່າຈະສຳເລັດ ໃນ ວັນທີ 30 ມີນາ 2021.

ຄອງເໝືອງເຮັດດ້ວຍເບຕົງເສີມເຫຼັກ ຄວາມຍາວ 940 ແມັດ,ເປັນລະບົບຫົວງານຊົນລະປະທານຝາຍນໍ້າລົ້ນ,ພາຍຫຫຼັງສຳເລັດການກໍ່ສ້າງຈະສາມາດຫົດເນື້ອທີ່ໄດ້ 20 ເຮັກຕາ,ໂຄງການຊົນລະປະທານຫ້ວຍຄັນຈານ, ມູນຄ່າ: 1 ຕື້ກວ່າກີບ ໂດຍແມ່ນບໍລິສັດ ແກ້ວມີໄຊປະເສີດ ເປັນຜູ້ຈັດຕັ້ງປະຕິບັດໄດ້ແລ້ວ 44% ໜ້າວຽກທັງໝົດ ມູນຄ່າ: 481 ລ້ານກວ່າກີບ,ເລີ່ມລົງມືຈັດຕັ້ງປະຕິບັດຕັ້ງ ແຕ່ວັນທີ 15 ພຶດສະພາ 2020 ຄາດວ່າຈະສຳເລັດ ໃນ ວັນທີ 30 ມີນາ 2021,ເປັນລະບົບຫົວງານຊົນລະປະທານຝາຍນໍ້າລົ້ນ,ພາຍຫຼັງສຳເລັດການກໍ່ສ້າງຈະສາມາດຫົດເນື້ອທີ່ໄດ້ 15 ເຮັກຕາ .
ຂ່າວ: ວັດທະນາ