ກອງທັບ ເອັຟຊີ ເປີດຕົວທາງການກຽມລຸຍລາວລີກ 1, MY WAY ສະໜັບສະໜູນ

167

ກອງທັບ ເອັຟຊີ ຖືວ່າເປັນທີມນ້ອງໃໝ່ ເປບຊີ ລາວລີກ 1 ລະດູການ 2021 ຫຼັງຄວ້າແຊັມລາວລີກ 2 ລະດູການ 2020 ໄດ້ສິດເລື່ອນສູ່ລີກສູງສຸດຂອງ ສປປ ລາວ ຫຼ້າສຸດເປີດຕົວສະໂມສອນຢ່າງເປັນທາງການ ພ້ອມທັງເຊັນສັນຍາກັບ ບໍລິສັດ ມາຍເວ ( MY WAY ) ຜະລິດຕະພັນເສື້ອພິມລາຍສັນຊາດລາວ ເພື່ອກຽມລຸຍ ເປບຊີ ລາວລີກ 1 ລະດູການ 2021 ທີ່ຈະເປີດສາກຂຶ້ນໃນທ້າຍເດືອນນີ້.

ພິທີດັ່ງກ່າວຈັດຂຶ້ນທີ່ສະໜາມກີລາກອງທັບ ຫຼັກ 5 ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ພົນຈັດຕະວາ ພັນແສງ ບຸນພັນ ຄະນະພັກ ກະຊວງປ້ອງກັນປະເທດ, ຫົວໜ້າກົມອົບຮົມ ກົມໃຫຍ່ເສນາທິການກອງທັບ ແລະ ເປັນປະທານຊີ້ນໍາສະໂມສອນ ກອງທັບ ເອັຟຊີ, ທ່ານ ພັນໂທ ທອງພັນ ພັນທະຍາ ປະທານສະໂມສອນ ກອງທັບ ເອັຟຊີ ແລະ ທ່ານ ພຸດທະພອນ ສີວິໄຊ ປະທານບໍລິສັດ ມາຍເວ ພ້ອມຕ່າງໜ້າທັງສອງພາກສ່ວນ, ຄູຝຶກ ແລະ ນັກກີລາເຂົ້າຮ່ວມຢ່າງພ້ອມພຽງ.

ສໍາລັບ ການເຊັນສັນຍາຄັ້ງນີ້ ມາຍເວ ຈະສະໜັບສະໜູນຊຸດແຂ່ງຂັນ ແລະ ຊຸດຊ້ອມ ພ້ອມດ້ວຍອຸປະກອນອື່ນໆ ມູນຄ່າຫຼາຍກວ່າ 20 ລ້ານກີບ.

ເຊິ່ງໃນພິທີກໍຍັງມີການເປີດຕົວນັກເຕະນໍາໂດຍ ພູທອນ ອິນນາໄລ ກອງກາງປະສົບການສູງ ແລະ ຕີ ສີຫາລາດ ກອງໜ້າດາວເດັ່ນຂອງທີມ ລວມເຖິງນັກເຕະໃໝ່ຢ່າງ ກ້ວຍເຈັງ ກອງໜ້າດາວເດັ່ນຈາກທີມແຂວງຈໍາປາສັກ ຊຸດແຊັມບານເຕະທົ່ວປະເທດ.