ທຸລະກິດດ້ານກະສິກໍາຍັງມີທ່າແຮງສູງ ຜູ້ປະກອບການຕ້ອງຈັບໂອກາດໃຫ້ໄດ້

293

ວິໄສທັດຂອງເຈົ້າຂອງກິດຈະການທີ່ດີພາໃຫ້ທຸລະກິດມີໄຊໄປກວ່າເຄິ່ງ ດັ່ງບໍລິສັດ BNN ທຸລະກິດດ້ານຜະລິດຕະພັນກະສິກໍາທີ່ໃຫ້ບໍລິການຈັດຈໍາໜ່າຍເຄື່ອງມືດ້ານການກະເສດ ຫຼິງເຫັນໂອກາດໃນການຂະຫຍາຍຕົວຂອງການຜະລິດ ສົ່ງເສີມປະຊາຊົນສ້າງສິນຄ້າຄຸນນະພາບສູ່ທ້ອງຕະຫຼາດ.

ທ່ານ ນາງ ນິດຕະຍາ ເພັດດາວັນ ຜູ້ອໍານວຍການ ບໍລິສັດ BNN ກ່າວວ່າ: ໃນໄລຍະທີ່ຕົນເອງຍັງນ້ອຍເປັນຄົນຊ່າງສັງເກດເບິ່ງການປ່ຽນແປງຂອງສິ່ງອ້ອມຂ້າງ. ສະນັ້ນ, ເມື່ອກ້າວມາເຖິງຈຸດທີ່ຕ້ອງດໍາເນີນທຸລະກິດ ກໍສາມາດບໍລິຫານຈັດການທຸລະກິດຂອງຕົນເອງໄດ້ ໂດຍອາໄສການກໍານົດວິໄສທັດໃນໄລຍະຍາວ ເພື່ອກຽມຄວາມພ້ອມຂອງຕົນໃນການດໍາເນີນທຸລະກິດໃນແຕ່ລະໄລຍະ.

อาจเป็นรูปภาพของ 1 คน

ສໍາລັບແນວຄວາມຄິດໃນການດໍາເນີນທຸລະກິດດ້ານກະສິກໍາ ຈຸດປະສົງຫຼັກແມ່ນຍ້ອນທ່າແຮງໄດ້ປຽບຂອງປະເທດເຮົາ ທີ່ຊັບພະຍາກອນທໍາມະຊາດຍັງອຸດົມສົມບູນ ໂດຍສະເພາະດິນ, ເນື້ອທີ່ການຜະລິດ, ຄວາມສົດຂອງອາກາດ, ບວກກັບຄວາມດຸໝັ່ນຂອງຕົນເອງທີ່ມັກ – ຮັກໃນວຽກການຜະລິດຢູ່ແລ້ວ ກໍເລີຍຕັດສິນໃຈຫັນໜ້າເອົາດີດ້ານກະສິກໍາ ເລີ່ມຕົ້ນໃນປີ 2013 ເປັນຕົ້ນມາ.

ທ່ານກ່າວອີກວ່າ: ທໍາອິດທີ່ດໍາເນີນທຸລະກິດກະສິກໍາ ກໍມີຫຼາຍຄົນຕັ້ງຄໍາຖາມວ່າເປັນຫຍັງຕ້ອງມາເຮັດທຸລະກິດກະສິກໍາ ບາງຄົນກໍແນະນໍາໄປເຮັດທຸລະກິດຂະແໜງການອື່ນທີ່ມີລາຍຮັບສູງກວ່ານີ້, ແຕ່ໂດຍສ່ວນຕົວແມ່ນເຫັນວ່າບໍ່ເປັນອຸປະສັກຫຍັງຕໍ່ການດໍາເນີນທຸລະກິດຂອງຕົນເອງ ຍ້ອນເຮົາກໍານົດວິໄສທັດໄດ້ຈະແຈ້ງແລ້ວຕ້ອງລຸຍເຮັດທຸລະກິດດ້ານນີ້ໃຫ້ໄດ້ ແລະ ກໍເຕີບໃຫຍ່ຂະຫຍາຍຕົວ, ພ້ອມດຽວກັນກໍໄດ້ຮັບການສະໜັບສະໜູນໃນການຊີ້ນໍາຈາກການນໍາພັກ – ລັດ ຍິ່ງເຮັດໃຫ້ມີ ຄວາມກະຕືລືລົ້ນໃນການເຮັດທຸລະກິດຂະແໜງການນີ້ ແລະ ເຊື່ອໝັ້ນວ່າຕົນເອງມາຖືກທາງແລ້ວ.

อาจเป็นรูปภาพของ 2 คน ซึ่งรวมถึง Ty Keo และผู้คนกำลังยืน

ສໍາລັບເຄັດບໍ່ລັບໃນການດໍາເນີນທຸລະກິດຂອງຕົນແມ່ນຜ່ານການອ່ານປຶ້ມ ແລະ ຮຽນຮູ້ນໍາຄູ – ອາຈານ, ເພື່ອນນັກທຸລະກິດດ້ວຍກັນ. ນອກຈາກນັ້ນ, ກໍໄດ້ຮັບການສະໜັບສະໜູນຈາກສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ໃນການເຂົ້າຮ່ວມກິດຈະກໍາຕ່າງໆປິ່ນອ້ອມ, ເຂົ້າຮ່ວມປະຊຸມ, ງານສໍາມະນາ, ກິດຈະກໍາເຄື່ອນໄຫວຢູ່ພາຍໃນ ແລະ ຕ່າງປະເທດ. ລວມທັງລູກຄ້າທີ່ເຂົ້າມາໃຊ້ບໍລິການກໍເປັນອີກປັດໄຈໜຶ່ງຕັດສິນຄວາມສໍາເລັດຂອງເຮົາ. ສະນັ້ນ, ຂ້າພະເຈົ້າຈຶ່ງເນັ້ນຢໍ້າພະນັກງານບໍລິການທຸກຄົນຕ້ອງໃສ່ໃຈລູກຄ້າ, ຕອບຄໍາຖາມລູກຄ້າ ລວມທັງໃຫ້ການຊ່ວຍເຫຼືອລູກຄ້າເມື່ອມີຂໍ້ສົງໄສອື່ນໆ.

อาจเป็นรูปภาพของ 2 คน และกลางแจ้ง

ໃນຕໍ່ໜ້າທຸລະກິດດ້ານການຜະລິດກະສິກໍາຈະມີທ່າແຮງສູງ ເນື່ອງຈາກຄວາມຕ້ອງການຂອງສັງຄົມມີສູງຂຶ້ນ ໂດຍສະເພາະການຜະລິດອາຫານເປັນສິ່ງຈໍາເປັນທີ່ທຸກຄົນໃນໂລກນີ້ຂາດບໍ່ໄດ້ ເຊິ່ງ BNN ວາງເປົ້າເປັນສູນກາງໃນການຊ່ວຍເຫຼືອຊາວກະສິກອນລາວ ເປັນສະຖານທີ່ຝຶກອົບຮົມ, ໃຫ້ຄວາມຮູ້ດ້ານການຜະລິດ ພ້ອມໃຫ້ການຊ່ວຍເຫຼືອ ເຖິງວ່າພາກລັດເອງເພິ່ນກໍມີສະຖານີຕ່າງໆທາງກະສິກໍາແລ້ວກໍຕາມ; ບໍລິສັດ BNN ກໍພ້ອມຈະຮ່ວມມືກັບພາກລັດເພື່ອຊ່ວຍຊາວກະສິກອນລາວໃຫ້ມີການຜະລິດທີ່ເຂັ້ມແຂງ ຍືນຍົງ ໂດຍສະເພາະບາງສິ່ງທີ່ເຮົາບໍ່ມີຂໍ້ມູນກໍຕ້ອງໄດ້ຮຽນຮູ້ນໍາພາກລັດ, ສິ່ງໃດເຮົາມີທ່າແຮງກໍຊ່ວຍສະໜັບສະໜູນລັດຖະບານ ເພື່ອເຮັດໃຫ້ຜູ້ປະກອບການລາວໂດຍສະເພາະຊາວກະສິກອນໄດ້ມີການຜະລິດທີ່ເພີ່ມຂຶ້ນຕອບສະໜອງຄວາມຕ້ອງການຂອງຕະຫຼາດພາຍໃນ ແລະ ຕ່າງປະເທດ.

ไม่มีคำอธิบายรูปภาพ

ທ່ານກ່າວຕື່ມວ່າ: ການດໍາເນີນທຸລະກິດກະສິກໍາຂອງລາວ ຖ້າຈະແຂ່ງປະເທດອ້ອມຂ້າງ ກໍຕ້ອງແຂ່ງດ້ານການຜະລິດກະສິກໍາສະອາດ, ປອດສານພິດ ເນື່ອງຈາກພູມສັນຖານຂອງປະເທດເຮົາຢູ່ໃຈກາງອາຊີ, ບໍ່ມີແຜ່ນດິນໄຫວ, ພື້ນທີ່ຍັງສະອາດ ເຊິ່ງຈຸດນີ້ພາກທຸລະກິດເຮົາຕ້ອງຮ່ວມມືກັນ ບໍ່ວ່າຈະເປັນທຸລະກິດພາຍໃນ ຫຼື ຮ່ວມມືກັບທຸລະກິດຕ່າງປະເທດ ໂດຍສະເພາະປະເທດເຮົາວາງເປົ້າໝາຍເພື່ອສົ່ງອອກຢ່າງໜ້ອຍກໍຕ້ອງໄດ້ອາໄສເຂົາເຈົ້າໃນການເຈລະຈາຕະຫຼາດ, ນໍາສິນຄ້າໄປຈໍາໜ່າຍໃຫ້ໄດ້, ຖ້າເຮົາເຮັດແນວນີ້ພໍພຽງແຕ່ເຂົ້າຕະຫຼາດໄດ້ ເຮົາຍັງມີໂອກາດສູງໃນການເຂົ້າເຖິງເຕັກນິກໃໝ່ໆ, ເຂົ້າເຖິງນະວັດຕະກໍາເຕັກໂນໂລຊີ ເພື່ອຊ່ວຍໃນການຜະລິດໄດ້.

ການລະບາດຂອງໂຄວິດ ເຮັດໃຫ້ທຸລະກິດຂອງເຮົາກະທົບ ແລະ ພົບຄວາມຫຍຸ້ງຍາກ ໂດຍສະເພາະລູກຄ້າຫຼຸດລົງ ຈາກປົກກະຕິໄດ້ລູກຄ້າ 3 ກຸ່ມ ແຕ່ການລະບາດຂອງໂຄວິດ – 19 ໄດ້ລູກຄ້າ 2 ກຸ່ມ ຄື: ລູກຄ້າຄົນມີເງິນ ແລະ ລູກຄ້າລະດັບກາງ ສ່ວນລູກຄ້າລາຍຍ່ອຍແມ່ນຫຼຸດລົງ, ທ່ານ ນາງ ນິດຕະຍາ ເພັດດາວັນ ກ່າວ.

อาจเป็นรูปภาพของ กลางแจ้ง

ທ່ານສະແດງຄວາມຄິດເຫັນຕໍ່ການເປີດນໍາໃຊ້ເສັ້ນທາງລົດໄຟ ລາວ – ຈີນ ວ່າ: ມີທັງໂອກາດ ແລະ ສິ່ງທ້າທາຍ. ໂອກາດແມ່ນພວກເຮົາຈະຂົນສົ່ງສະດວກ, ຕົ້ນທຶນຂົນສົ່ງຫຼຸດລົງ. ກົງກັນຂ້າມ, ສິ່ງທ້າທາຍກໍແມ່ນການຜະລິດພາຍໃນເຮົາຍັງບໍ່ທັນເຂັ້ມແຂງ, ປະລິມານບໍ່ແນ່ນອນ ພວກເຮົາຕ້ອງໄດ້ປັບຕົວ ເຊິ່ງຜ່ານມາເຮົາລຶ້ງເຄີຍຜະລິດພໍແຕ່ໄດ້ກຸ້ມກິນ ແລະ ທີ່ຕິດນິດໄສຄົນລາວເຮົາສ່ວນໃຫຍ່ແມ່ນເປັນຜູ້ຊື້ຫຼາຍ. ສະນັ້ນ, ເຮົາຕ້ອງປັບຕົວເພີ່ມສັດສ່ວນການຜະລິດຂຶ້ນ ຫຼຸດຜ່ອນການນໍາເຂົ້າ.

ບໍລິສັດ BNN ຕັ້ງຢູ່ບ້ານໂນນຫວາຍ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງໃຫ້ບໍລິການເຄື່ອງມືດ້ານການກະເສດ, ແນວພັນພືດ, ຝຸ່ນຊີວະພາບ, ຝຸ່ນວິທະຍາສາດ, ອາຫານສັດ, ຢາປາບສັດຕູພືດ, ອີເອັມ ຫຼື ຈຸນລິນຊີທີ່ຊ່ວຍໃນການເພີ່ມຄວາມສົມບູນຂອງດິນ ແລະ ຜະລິດຕະພັນອື່ນໆ.