ລາວລີກ 1 ເລື່ອນມື້ເປີດການແຂ່ງຂັນໄປໃສ່ທ້າຍເດືອນນີ້

199

ສະຫະພັນບານເຕະແຫ່ງຊາດລາວ ( ສຕລ ) ອອກແຈ້ງການເລກທີ 017 / ສຕລ ລົງວັນທີ 2 ມີນາ 2021 ວ່າ: ການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ລະດູການ 2021 ເລື່ອນການແຂ່ງຂັນມື້ທໍາອິດຈາກປົກກະຕິວັນທີ 6 ມີນາ 2021 ໄປຈັດໃສ່ໃນວັນເສົາທີ 27 ມີນາ 2021.

ໂດຍເນື້ອໃນແຈ້ງການລະບຸວ່າ: ສະຫະພັນບານເຕະແຫ່ງຊາດລາວ ມີຄວາມຍິນດີແຈ້ງມາຍັງບັນດາສະໂມສອນບານເຕະໃນການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ປະຈໍາປີ 2021 ຊາບຮ່ວມກັນວ່າ: ການແຂ່ງັນບາເນຕະ ເປບຊີ ລາວລີກ ປະຈໍາປີ 2021 ທີ່ມີກໍານົດເລີ່ມແຂ່ງຂັນໃນວັນທີ 6 ມີນາ ນັ້ນຈະຖືກເລື່ອນໄປເລີ່ມແຂ່ງຂັນໃນວັນທີ 27 ມີນາ 2021 ແທນໂດຍອີງຕາມເຫດຜົນດັ່ງລຸ່ມນີ້:

-ການເລີ່ມຕົ້ນການແຂ່ງຂັນຕ້ອງເລື່ອນອອກໄປ ເພື່ອລໍຖ້າແຈ້ງການອະນຸຍາດຈັດການແຂ່ງຂັນຈາກລັດຖະບານ
-ສະໂມສອນໃນການແຂ່ງຂັນ ແລະ ພາກສ່ວນພາຍນອກທີ່ກ່ຽວຂ້ອງກັບການຈັດການແຂ່ງຂັນຍັງບໍ່ທັນມີຄວາມພ້ອມເຕັມທີ່ສໍາລັບການແຂ່ງຂັນ.

ສໍາລັບ ການແຂ່ງຂັນລາວລີກ 1 ລະດູການ 2021 ມີ 6 ສະໂມສອນ ເຂົ້າຮ່ວມແຂ່ງຂັນໃນລາວລີກ 1 ລະດູການນີ້ປະກອບມີ : ເອັຟຊີ ຈັນທະບູລີ ( ລາວໂຕໂຢຕ້າ ເອັຟຊີ ແຊັມເກົ່າ ), ປກສ ເອັຟຊີ, ຊ້າງນ້ອຍ ເອັຟຊີ, ເອັສຣາ ເອັຟຊີ, ວຽງຈັນ ເອັຟຊີ ຈາກແຂວງວຽງຈັນ ແລະ ກອງທັບ ເອັຟຊີ ( ແຊັມລາວລີກ 2 ລະດູການ 2020 ໄດ້ສິດເລື່ອນມາແຂ່ງຂັນໃນລາວລີກ 1 ).