ແມນເຊັສເຕີ ຊິຕີ້ ສ້າງສະຖິຕິຊະນະ 21 ນັດລຽນຕິດ, ເອໄອ ວິເຄາະເປັນແຊັມພຣີເມຍລີກ 99,9%

111
MANCHESTER, ENGLAND - MARCH 02: Gabriel Jesus of Manchester City celebrates with team mate Kyle Walker after scoring their side's second goal during the Premier League match between Manchester City and Wolverhampton Wanderers at Etihad Stadium on March 02, 2021 in Manchester, England. Sporting stadiums around the UK remain under strict restrictions due to the Coronavirus Pandemic as Government social distancing laws prohibit fans inside venues resulting in games being played behind closed doors. (Photo by Carl Recine - Pool/Getty Images)

ແມນເຊັສເຕີ ຊິຕີ້ ສ້າງສະຖິຕິຊະນະຕໍ່ເນື່ອງໃນທຸກລາຍການເປັນນັດທີ 21 ລຽນຕິດ ຕາມຫຼັງສະຖິຕິ 5 ລີກສູງສຸງໃນເອີຣົບຂອງ ບາເຢິນ ມິວນິກ ທີ່ເຄີຍເຮັດເອົາໄວ້ໃນການຊະນະ 23 ນັດຕິດຕໍ່ກັນ ຫຼັງຈາກທີ່ເອົາຊະນະ ວູຟແຮມຕັນ 4-1 ໃນການແຂ່ງຂັນບານເຕະ ພຣີເມຍລີກ ອັງກິດ ເມື່ອວັນທີ 2 ມີນາ 2021.

ຈາກສະຖິຕິດັ່ງກ່າວເຮັດໃຫ້ ແມນເຊັສເຕີ ຊິຕີ ມີໂອກາດເປັນແຊັມສູງທີ່ສຸດມີ 65 ຄະແນນຈາກ 27 ນັດໂດຍໜີຫ່າງອັນດັບ 2 ແມນເຊັສເຕີ ຢູໄນເຕັດ ໄປເຖິງ 15 ຄະແນນ ພ້ອມນັ້ນຍັງເຮັດໃຫ້ ແມນເຊັສເຕີ ຊິຕີ້ ຍັງຢູ່ໃນເສັ້ນທາງທີ່ລຸ້ນທໍາລາຍສະຖິຕິຊະນະລຽນຕິດສູງສຸດຂອງ ບາເຢິນ ມິວນິກ ທີ່ຊະນະ 23 ນັດລຽນຕິດ ເນື່ອງຈາກຍັງເຫຼືອການແຂ່ງຂັນອີກຫຼາຍນັດ ໂດຍສະເພາະແມ່ນນັດຕໍ່ໄປຈະພົບກັບ ແມນເຊັສເຕີ ຢູໄນເຕັດ ໃນການແຂ່ງຂັນພຣີເມຍລີກ ເວລາ 23:30 ໂມງຂອງວັນອາທິດທີ 7 ມີນາ 2021.

ຂະນະທີ່ ເວັບໄຊທ໌ ສະແຕດສ໌ ເພີຟອມ ໄດ້ນໍາເອົາ ເອໄອ ຫຼື ປັນຍາປະດິດ ມາວິເຄາະແຊັມ ພຣີເມຍລີກ ລະດູການນີ້ ປາກົດວ່າ: ແມນເຊັສເຕີ ຊິຕີ້ ມີໂອກາດເປັນແຊັມເຖິງ 99,9 % ແລະ ຈະມີຄະແນນລວມຫຼັງຈົບລະດູການນີ້ເຖິງ 90 ຄະແນນຈາກ 38 ນັດ. ຂະນະທີ່ ແມນເຊັສເຕີ ຢູໄນເຕັດ ເປັນອີກທີມທີ່ຍິງມີຫວັງໃນການລຸ້ນແຊັມ ແຕ່ມີໂອກາດພຽງ 0,1% ຕາມການວິດເຄາະຂອງ ເອໄອ.