ໂຣນັລໂດ ນັກເຕະຄົນທໍາອິດຍິງຢ່າງໜ້ອຍ 20 ປະຕູໃນ 12 ລະດູການລຽນຕິດ

115

ຄຣິສເຕຍໂນ ໂຣນັລໂດ ກອງໜ້າຂອງ ຢູເວນຕຸສ ກາຍເປັນນັກເຕະຄົນທໍາອິດທີ່ຍິງຢ່າງໜ້ອຍ 20 ປະຕູຂຶ້ນໄປໃນ 12 ລະດູການປະຈໍາ 5 ລີກຊັ້ນນໍາຂອງເອີຣົບ ( ພຣີເມຍລີກ ອັງກິດ, ລາລີກາ ແອັດສະປາຍ, ບຸນເດສລີກາ ເຢຍລະມັນ, ກັລໂຊ ເຊ ເຣຍອາ ອິຕາລີ ແລະ ລີກເອິງ ຝຣັ່ງ ) ຫຼັງຍິງ 1 ປະຕູຊ່ວຍໃຫ້ ຢູເວນຕຸສ ເອົາຊະນະ ສະເປເຊຍ 3-0 ເມືອວັນທີ 2 ມີນາ 2021.

ນັບແຕລະດູການ 2009-2010 ໂຣນັລໂດ ກໍເລີ່ມສ້າງສະຖິຕິຢ່າງຫຼວງຫຼາຍນັບແຕ່ຍ້າຍໄປຢູ່ກັບ ຣີລ ມາດຣິດ ໂດຍສະເພາະຍິງຢ່າງໜ້ອຍ 25 ປະຕູຕະຫຼອດ 9 ລະດູການທີ່ຢູ່ກັບທີມດັ່ງກ່າວ ເຊິ່ງໃນນັ້ນມີເຖິງ 3 ລະດູການທີ່ຍິງບໍ່ຕໍ່າກວ່າ 40 ປະຕູ.

ສ່ວນການຍ້າຍໄປຢູ່ກັບ ຢູເວນຕຸສ ໂຣນັລໂດ ກໍສາມາດຮັກສາມາດຕະຖານຂອງຕົວເອງໄວ້ໄດ້ຢ່າງຕໍ່ເນື່ອງໃນ 3 ລະດູການຖັດມາ ໂດຍຍິງ 21 ປະຕູໃນກັລໂຊ ເຊເຣຍ ອາ ອິຕາລີ ລະດູການທໍາອິດ ກ່ອນຈະຍິງໄປ 31 ປະຕູໃນລະດູການທີ່ຜ່ານມາ ແລະ ລະດູການນີ້ຍິງໄປແລ້ວ 20 ປະຕູຈາກ 24 ນັດ ແນ່ນອນມີລຸ້ນສ້າງສະຖິຕິເພີ່ມ ເພາະເຫຼືອການແຂ່ງຂັນອີກຫຼາຍນັດ.